ອົງການສະຫະປະຊາຊາດກອງທຶນສໍາລັບປະຊາກອນ (UNFPA) ປະຈຳ ສປປ ລາວ ຈະໄດ້ສະເຫຼີມສະຫຼອງວັນຊາວໜຸ່ມສາກົນ 2026 ຮ່ວມກັບ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ພາຍໃຕ້ຫົວຂໍ້: “ໄວໝຸ່ມທີ່ມີຄວາມແຕກຕ່າງກັນ ແຕ່ມີຄວາມມຸ່ງຫວັງອັນດຽວກັນ”
ມາພົບປະກັບໝູ່ເພື່ອນໄວໝຸ່ມຈາກຫຼາກຫຼາຍຂົງເຂດ, ບໍລິບົດທີ່ແຕກຕ່າງກັນ ແລກປ່ຽນຄວາມຄິດຄວາມສ້າງສັນ ແລະ ມາເປັນສ່ວນໜຶ່ງຂອງການສົນທະນາທີ່ຊ່ວຍຊຸກຍູ້ການປ່ຽນແປງໃນທາງທີ່ດີ!
ການສົນທະນາຂອງຊາວໜຸ່ມ
ການສະແດງລະຄອນເວທີ
ບູດວາງສະແດງ ແລະ ໃຫ້ຄວາມຮູ້ຈາກຄູ່ຮ່ວມງານ & ອົງການຈັດຕັ້ງທາງສັງຄົມ.
ມີກິດຈະກຳທີ່ມ່ວນຊື່ນ ແລະ ໜ້າສົນໃຈຫຼາຍຢ່າງ ເຊັ່ນ: ການແຂ່ງຂັນ ແລະ ກິດຈະກຳທີ່ໜ້າຕື່ນເຕັ້ນຫຼາຍຢ່າງ!
ວັນທີ: 26 ສິງຫາ 2026.
ເວລາ: 8:00 ໂມງເຊົ້າ – 11:40 ໂມງເຊົ້າ.
ສະຖານທີ່: ຫ້ອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ບ້ານ ໂພນທັນ


