ລາວ – ຫວຽດນາມ ພົບປະແລກປ່ຽນ ຫາລືວຽກກວດກາ ການຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງ

ໃນວັນທີ 25 ສິງຫາ 2026 ທ່ານ ວັນໄຊ ພອງສະຫວັນກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ພ້ອມຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກກັບຄະນະຜູ້ແທນຂັ້ນສູງຂອງຄະນະກວດກາລັດຖະບານຫວຽດນາມ ທີ່ນະຄອນຫຼວງຮ່າໂນ້ຍ.

ການພົບປະຄັ້ງນີ້ ຝ່າຍ ສສ ຫວຽດນາມ ນຳໂດຍ ທ່ານ ຫງວຽນ ກວັກ ດວ່ານ, ກຳມະການສູນກາງພັກ, ປະທານຄະນະກວດກາລັດຖະບານ ສສ ຫວຽດນາມ, ໃນພິທີທັງສອງຝ່າຍໄດ້ ສົນທະນາ ແລກປ່ຽນ ກ່ຽວກັບວຽກງານກວດກາ, ການແກ້ໄຂຄຳຮ້ອງ-ຄຳສະເໜີ, ການຕ້ານ ແລະ ສະກັດກັ້ນການສໍ້ລາດ, ພ້ອມທັງການຫັນປ່ຽນເປັນດິຈິຕອນ, ການສ້າງຖານຂໍ້ມູນວຽກງານກວດກາ ແລະ ການຝຶກອົບຮົມບຸກຄະລາກອນຂອງທັງ 02 ປະເທດ. ໃນໂອກາດນີ້ ທ່ານ ຫງວຽນ ກວັກ ດວ່ານ ໄດ້ຢືນຢັນວ່າ ສາຍພົວພັນລາວ-ຫວຽດນາມ ແມ່ນເປັນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະ ການຜູກພັນດ້ານຍຸດທະສາດ ທີ່ຜູ້ນຳ ແລະ ປະຊາຊົນຂອງສອງຊາດໄດ້ຮ່ວມກັນສືບທອດມາເປັນເວລາຍາວນານ. ພ້ອມນີ້ ຍັງເນັ້ນໃຫ້ສອງຝ່າຍສືບຕໍ່ເສີມຂະຫຍາຍກົນໄກ ປຶກສາຫາລື, ແລກປ່ຽນຄະນະຜູ້ແທນ ແລະ ຄະນະຊ່ຽວຊານ, ພ້ອມທັງແລກປ່ຽນບົດຮຽນໃນຂະແໜງການກວດກາ, ການແກ້ໄຂຄຳຮ້ອງ-ຄຳສະເໜີ, ການຕ້ານ ແລະ ສະກັດກັ້ນການສໍ້ລາດ. ໂອກາດດັ່ງກ່າວ ທ່ານ ວັນໄຊ ພອງສະຫວັນ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້ ພ້ອມທັງ ຢືນຢັນວ່າ ພັກ, ລັດ ແລະ ປະຊາຊົນລາວ ແມ່ນໃຫ້ຄວາມສຳຄັນສູງຕໍ່ສາຍພົວພັນລາວ-ຫວຽດນາມ ແລະ ພ້ອມກັນສືບຕໍ່ຮັກສາມູນເຊື້ອ ພັດທະນາສາຍພົວພັນອັນດີງາມໃຫ້ເລິກເຊິ່ງຍິ່ງຂຶ້ນ. ພ້ອມດຽວກັນນັ້ນ, ທ່ານ ວັນໄຊ ພອງສະຫວັນ ຍັງໄດ້ແຈ້ງໃຫ້ຊາບໂດຍຫຍໍ້ເຖິງສະພາບລວມ ກ່ຽວກັບວຽກງານກວດກາຂອງ ສປປ ລາວ ອີກດ້ວຍ.

ການພົບປະໃນຄັ້ງນີ້ ຖືເປັນອີກກ້າວສຳຄັນໃນການເສີມສ້າງການຮ່ວມມືລະຫວ່າງອົງການກວດກາແຫ່ງລັດຂອງ ສປປ ລາວ ແລະ ຄະນະກວດກາລັດຖະບານ ສສ ຫວຽດນາມ ໃຫ້ເລິກເຊິ່ງ, ມີປະສິດທິຜົນ ແລະ ເປັນຮູບປະທຳຫຼາຍຂຶ້ນ ພ້ອມທັງປະກອບສ່ວນເສີມສ້າງ ແລະ ສືບຕໍ່ສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໃຫ້ໝັ້ນຄົງ ແລະ ຍືນຍົງ.

ທີ່ມາ: ວາລະສານກວດກາ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles