ອີງຕາມປະມວນກົດໝາຍອາຍາ ສະບັບເລກທີ 26/ສພຊ, ລົງວັນທີ 17 ພຶດສະພາ 2017ໝວດທີ 3 ການກະທຳຜິດຕໍ່ຊີວິດ, ສຸຂະພາບ ແລະ ກຽດສັກສີຂອງບຸກຄົນ.
ມາດຕາ 188 ການຄາຕະກຳ:
ບຸກຄົນໃດ ຫາກໄດ້ເຮັດໃຫ້ຜູ້ອື່ນເສຍຊີວິດໂດຍເຈດຕະນາ ຈະຖືກລົງໂທດຕັດອິດສະລະພາບ ແຕ່ 10 ປີ ຫາ 15 ປີ ແລະ ຈະຖືກປັບໃໝ ແຕ່ 5,000,000 ກີບ ຫາ 50,000,000 ກີບ.
ໃນກໍລະນີທີ່ຜູ້ກະທຳຜິດ ຫາກໄດ້ເອົາການຄາຕະກຳເປັນອາຈິນ, ມີການຈັດຕັ້ງເປັນກຸ່ມ, ຂ້າ ຄົນໂດຍມີແຜນການ, ຂ້າຄົນຢ່າງໂຫດຮ້າຍປ່າເຖື່ອນ, ຂ້າພະນັກງານທີ່ກຳລັງປະຕິບັດໜ້າທີ່, ຂ້າຫຼາຍຄົນ, ຂ້າຜູ້ຍິງຖືພາ, ຂ້າເດັກ, ຂ້າເມຍ ຫຼື ຜົວ, ຂ້າຍາດໃກ້ຊິດ, ຂ້າຄົນທີ່ບໍ່ສາມາດຊ່ວຍເຫຼືອຕົນເອງໄດ້ ຫຼື ຢູ່ໃນສະພາບອ່ອນແອ, ຂ້າຄົນເພື່ອເອົາອະໄວຍະວະ, ຂ້າຄົນເພື່ອປິດບັງການກະທ ຳຜິດອື່ນ ຈະຖືກລົງໂທດຕັດອິດສະລະພາບ ແຕ່ 15 ປີ ຫາ 20 ປີ ແລະ ຈະຖືກປັບໃໝ ແຕ່ 10,000,000 ກີບ ຫາ 100,000,000 ກີບ, ອາດຈະຖືກຈຳກັດທີ່ຢູ່ ຫຼື ຕັດອິດສະລະພາບຕະຫຼອດຊີວິດ ຫຼື ປະຫານຊີວິດ.
ການກະກຽມໃຫ້ແກ່ການກະທຳຜິດ, ຄວາມພະຍາຍາມກໍ່ການກະທຳຜິດ ກໍຈະຖືກລົງໂທດ.
ມາດຕາ 189 ການຈ້າງໃຫ້ຄາຕະກຳ:
ບຸກຄົນໃດ ຫາກໄດ້ຈ້າງບຸກຄົນໃດໜຶ່ງ ໃຫ້ຄາຕະກຳຜູ້ອື່ນຈະຖືກລົງໂທດຕັດອິດສະລະພາບແຕ່ 15 ປີ ຫາ 20 ປີ ແລະ ຈະຖືກປັບໃໝ ແຕ່ 15,000,000 ກີບ ຫາ 100,000,000 ກີບ.
ໃນກໍລະນີ ຫາກໄດ້ຈ້າງໃຫ້ຄາຕະກຳແຕ່ ສອງຄົນຂຶ້ນໄປ ຈະຖືກລົງໂທດຕັດອິດສະລະພາບຕະຫຼອດຊີວິດ ແລະ ຈະຖືກປັບໃໝ ແຕ່ 20,000,000 ກີບ ຫາ 200,000,000 ກີບ.
ການກະກຽມໃຫ້ແກ່ການກະທຳຜິດ, ຄວາມພະຍາຍາມກໍ່ການກະທຳຜິດ ກໍຈະຖືກລົງໂທດ.
ທັງໝົດນີ້ ເປັນພຽງຂໍ້ອ້າງອີງຕາມກົດໝາຍເທົ່ານັ້ນ, ໃນກໍລະນີສານຕັດສິນແທ້ ອາດມີການປ່ຽນແປງໄປຕາມແຕ່ລະກໍລະນີ.


