ສະຕາ ຟິນເທັກ ຈໍາກັດຜູ້ດຽວ ຜູ້ໃຫ້ບໍລິການແພລັດຟອມ Umoney ເຂົ້າຮ່ວມການທົດສອບບໍລິການສິນເຊື່ອດິຈິຕອນ (Digital Lending) ພາຍໃຕ້ຂອບເຂດຂອງການທົດສອບ Regulatory Sandbox ເຊິ່ງສອດຄ່ອງກັບແນວທາງຂອງທະນາຄານແຫ່ງ ສປປ ລາວ (ທຫລ) ໃນການຫັນປ່ຽນການເຄື່ອນໄຫວວຽກງານດ້ານສິນເຊື່ອກາຍເປັນທັນສະໄຫມ, ເສີມສ້າງການບໍລິຫານຄວາມສ່ຽງ ແລະ ຄ່ອຍໆຂະຫຍາຍໂອກາດເຂົ້າເຖິງບໍລິການທາງດ້ານການເງິນ.
ນະຄອນຫຼວງວຽງຈັນ – ໃນຊຸມປີທີ່ຜ່ານມາ, ທະນາຄານແຫ່ງ ສປປ ລາວ (Bank of the Lao PDR – BOL) ກໍາລັງດຳເນີນການປັບປຸງຂອບການບໍລິຫານຄຸ້ມຄອງເທື່ອລະບາດກ້າວ ເພື່ອຊຸກຍູ້ໃຫ້ລະບົບການເງິນພັດທະນາໄປໃນທິດທາງທີ່ທັນສະໄໝ, ປອດໄພ ແລະ ສອດຄ່ອງກັບການຫັນເປັນດິຈິຕອນຂອງເສດຖະກິດຫຼາຍຂຶ້ນ.
ໜຶ່ງໃນເຄື່ອງມືທີ່ ທຫລ ນຳມາໃຊ້ແມ່ນໂຄງການ Regulatory Sandbox ເຊິ່ງສ້າງສະພາບແວດລ້ອມໃຫ້ໂມເດວ ແລະ ໂຊລູຊັນຮູບແບບການເງິນໃໝ່ ໄດ້ຮັບການທົດສອບໃນຂອບເຂດທີ່ມີການຄວບຄຸມ ກ່ອນທີ່ຈະພິຈາລະນາຄວາມເປັນໄປໄດ້ເພື່ອຜັນຂະຫຍາຍໃນວົງກວ້າງຢູ່ທີ່ທ້ອງຕະຫຼາດ. ແນວທາງນີ້ຊ່ວຍໃຫ້ອົງການຈັດຕັ້ງກວດກາ ແລະ ພາກສ່ວນທີ່ເຂົ້າຮ່ວມສາມາດຕິດຕາມຜົນໄດ້ຮັບຕົວຈິງ, ປະເມີນປະສິດທິພາບ, ຮັບຮູ້ເຖິງຄວາມສ່ຽງ ແລະ ຄ່ອຍໆປັບປຸງຮູບແບບໃຫ້ ເໝາະສົມກັບສະພາບຕະຫຼາດຂອງ ສປປ ລາວ.
ພາຍໃຕ້ຂອບເຂດດັ່ງກ່າວ, ທຫລ ໄດ້ອະນຸມັດໃຫ້ ສະຕາ ຟິນເທັກ ຈໍາກັດຜູ້ດຽວ ຫົວໜ່ວຍຜູ້ໃຫ້ບໍລິການແພລັດຟອມການເງິນດິຈິຕອນ Umoney, ເຂົ້າຮ່ວມທົດສອບບໍລິການສິນເຊື່ອດິຈິຕອນ (Digital Lending). ໂຄງການດັ່ງກ່າວໄດ້ຮັບການດຳເນີນງານຕາມຂອບເຂດ, ກຸ່ມເປົ້າໝາຍ ແລະ ຂໍ້ກຳນົດດ້ານການຄຸ້ມຄອງທີ່ໄດ້ຮັບອະນຸມັດ ໂດຍມີຈຸດເນັ້ນ ໜັກຄວາມສໍາຄັນຢູ່ທີ່ຄວາມປອດໄພໃນການດຳເນີນງານ, ບໍລິຫານຄວາມສ່ຽງ ແລະ ປົກປ້ອງສິດຜົນປະໂຫຍດຂອງຜູ້ຊົມໃຊ້.

ທະນາຄານແຫ່ງ ສປປ ລາວ ດຳເນີນການຈັດຕັ້ງ Regulatory Sandbox ເພື່ອສ້າງສະພາບແວດລ້ອມການທົດສອບທີ່ມີການຄວບຄຸມສຳລັບໂມເດວ ແລະ ໂຊລູຊັນຮູບແບບການເງິນໃໝ່. ສະຕາ ຟິນເທັກ ຈໍາກັດຜູ້ດຽວ ເຂົ້າຮ່ວມການທົດສອບບໍລິການ ສິນເຊື່ອດີຈີຕອນ (Digital Lending) ພາຍໃຕ້ຂອບເຂດໂຄງການດັ່ງກ່າວ.
ສອດຄ່ອງກັບທິດທາງນະໂຍບາຍສິນເຊື່ອຮອດປີ 2030
ການທົດສອບໂມເດວສິນເຊື່ອທີ່ປະຍຸກການນໍາໃຊ້ເຕັກໂນໂລຊີໄດ້ດຳເນີນຂຶ້ນໃນສະພາບການທີ່ ທຫລ ກຳລັງຮ່າງທິດທາງການຄຸ້ມຄອງນະໂຍບາຍສິນເຊື່ອຂອງ ສປປ ລາວ ຮອດປີ 2030 ແລະ ວິໄສທັດຮອດປີ 2035. ອີງຕາມທິດທາງດັ່ງກ່າວ, ເປົ້າໝາຍໂດຍລວມແມ່ນການສ້າງເງື່ອນໄຂໃຫ້ ສະຖາບັນການເງິນ ສາມາດຈັດສັນທຶນຮອນໄດ້ຢ່າງເໝາະສົມ ແລະ ມີປະສິດທິພາບ ພ້ອມທັງຮັກສາສະຖຽນລະພາບທາງການເງິນ ແລະ ມີສ່ວນຮ່ວມໃນການພັດທະນາເສດຖະກິດ -ສັງຄົມ.
ໃນຂະນະດຽວກັນ, ທຫລ ຍັງໄດ້ເນັ້ນໜັກເຖິງຄວາມຈຳເປັນໃນການພັດທະນາລະບົບຄຸ້ມຄອງສິນເຊື່ອໃນທິດທາງທີ່ຮັດກຸມ ແລະ ທັນສະໄໝ, ຮັກສາການຂະຫຍາຍຕົວຂອງສິນເຊື່ອໃຫ້ຢູ່ໃນລະດັບທີ່ເໝາະສົມ, ຍົກລະດັບຄຸນນະພາບສິນເຊື່ອ ແລະ ເພີ່ມປະສິດທິພາບການນໍາໃຊ້ເຄື່ອງມືບໍລິຫານຄວາມສ່ຽງ.
ທິດທາງດັ່ງກ່າວໄດ້ຮັບການຜັນຂະຫຍາຍໃຫ້ເປັນຮູບປະທຳຜ່ານ 11 ໂຄງການ ແລະ 30 ຕົວຊີ້ວັດສຳລັບໄລຍະຕໍ່ໜ້າ, ເຊິ່ງລວມມີການພັດທະນາໂຄງລ່າງພື້ນຖານຂໍ້ມູນສິນເຊື່ອ, ຍົກລະດັບຂີດຄວາມສາມາດຂອງບຸກຄະລາກອນ, ປັບປຸງຜະລິດຕະພັນສິນເຊື່ອ, ເສີມສ້າງເຄື່ອງມືຕິດຕາມ ແລະ ປະເມີນຄວາມສ່ຽງ, ຈັດການໜີ້ເສຍ ແລະ ພັດທະນາຊ່ອງທາງການສະໜອງເຊື່ອຮູບແບບໃໝ່.
ຟິນເທັກ (Fintech) ຍັງໄດ້ຮັບການກໍານົດຈາກ ທຫລ ໃຫ້ເປັນໜຶ່ງໃນເນື້ອໃນສຳຄັນຂອງຂະບວນການຫັນປ່ຽນການເຄື່ອນໄຫວວຽກງານດ້ານສິນເຊື່ອກາຍເປັນທັນສະໄຫມ. ເອກະສານທິດທາງຂອງ ທຫລ ໄດ້ກ່າວເຖິງການເພີ່ມທະວີການເຂົ້າເຖິງສິນເຊື່ອຜ່ານ Fintech ແລະ ພັດທະນາສະຖາບັນການເງິນທີ່ໃຫ້ບໍລິການ Fintech ໃນອີກຊຸມປີຂ້າງໜ້າ.
ໃນສະພາບການດັ່ງກ່າວ, Regulatory Sandbox ມີບົດບາດເປັນກົນໄກທີ່ເໝາະສົມເພື່ອໃຫ້ຮູບແບບໂມເດວໃໝ່ ໄດ້ຮັບການພິສູດເທື່ອລະບາດກ້າວໃນສະພາບແວດລ້ອມທີ່ມີການຄວບຄຸມ ພ້ອມທັງສ້າງພື້ນຖານທາງພາກປະຕິບັດເພີ່ມເຕີມສຳລັບຂະບວນການປັບປຸງນະໂຍບາຍ ແລະ ຂອບການຄຸ້ມຄອງໃນອະນາຄົດ.
ການທົດສອບຢ່າງຮອບຄອບກ່ອນຜັນຂະຫຍາຍວົງກວ້າງ
ສຳລັບ ສະຕາ ຟິນເທັກ, ການເຂົ້າຮ່ວມ Regulatory Sandbox ກ່ອນອື່ນໝົດໄດ້ຮັບການກໍານົດໃຫ້ເປັນຂະບວນທົດສອບ ແລະ ສ້າງຂີດຄວາມສາມາດ ໂດຍຫຼີກເວັ້ນການຕັ້ງເປົ້າໝາຍຂະຫຍາຍຂະໜາດສິນເຊື່ອຢ່າງວ່ອງໄວ.
ໃນໄລຍະເລີ່ມຕົ້ນ, ບໍລິການ ສິນເຊື່ອດີຈີຕອນ (Digital Lending) ຈະຖືກຈັດຕັ້ງປະຕິບັດກັບກຸ່ມລູກຄ້າ ແລະ ກໍລະນີການນຳໃຊ້ທີ່ເໝາະສົມພາຍໃນຂອບເຂດທີ່ໄດ້ຮັບອະນຸມັດ. ສະຕາ ຟິນເທັກ ຈະມຸ່ງເນ້ນການປະເມີນຂະບວນການທັງ ໝົດນັບຕັ້ງແຕ່ການລະບຸ ແລະ ຢັ້ງຢືນຕົວຕົນຂອງລູກຄ້າ, ປະເມີນສິນເຊື່ອ, ປ້ອງກັນການສໍ້ໂກງ ໄປຈົນເຖິງ ຕິດຕາມຄຸນນະພາບສິນເຊື່ອ ແລະ ເກັບກູ້ໜີ້.
“ສິນເຊື່ອດີຈີຕອນ (Digital Lending) ບໍ່ໄດ້ເລີ່ມຕົ້ນຈາກລາຍການກູ້ຢືມ, ແຕ່ເລີ່ມຕົ້ນຈາກການທຳຄວາມເຂົ້າໃຈລູກຄ້າ, ນໍາໃຊ້ຂໍ້ມູນຢ່າງມີຄວາມຮັບຜິດຊອບ ແລະ ສ້າງຂີດຄວາມສາມາດໃນການຕັດສິນໃຈດ້ານສິນເຊື່ອທີ່ດີຂຶ້ນ” ທ່ານ ຮ່າ ຈ່ຽນ ຖັ່ງ (Ha Chien Thang) ຜູ້ອຳນວຍການໃຫຍ່ ສະຕາ ຟິນເທັກ, ແບ່ງປັນຄໍາຄິດເຫັນ.
ອີງຕາມຄຳກ່າວຂອງ ທ່ານ ຖັ່ງ (Thang), Regulatory Sandbox ຂອງ ທຫລ ຊ່ວຍສ້າງເງື່ອນໄຂໃຫ້ຮູບແບບໂມເດວ ໃໝ່ ສາມາດໄດ້ຮັບການພິສູດໃນສະພາບຕົວຈິງພາຍໃຕ້ຂອບການຄຸ້ມຄອງທີ່ຊັດເຈນ. “ໃນໄລຍະທຳອິດ, ລຳດັບຄວາມສຳຄັນຂອງ ສະຕາ ຟິນເທັກ ບໍ່ແມ່ນການຂະຫຍາຍຂະໜາດສິນເຊື່ອໃຫ້ວ່ອງໄວ, ແຕ່ແມ່ນການປະຕິບັດຕາມຂໍ້ກຳນົດຂອງ ທຫລ, ຮຽນຮູ້ຈາກຂໍ້ມູນຕົວຈິງ, ພິສູດຮູບແບບໂມເດວ ແລະ ຄ່ອຍໆສ້າງຂີດຄວາມສາມາດໃນການບໍລິຫານຄວາມສ່ຽງທີ່ຈໍາເປັນ ເພື່ອໃຫ້ ສິນເຊື່ອດີຈີຕອນ (Digital Lending) ສາມາດພັດທະນາໄດ້ຢ່າງປອດໄພ ແລະ ຍືນຍົງ.”
ສະຕາ ຟິນເທັກ ລະບຸວ່າການຂະຫຍາຍຂະໜາດຈະໄດ້ຮັບການພິຈາລະນາເທື່ອລະບາດກ້າວເທິງພື້ນຖານຂອງຜົນໄດ້ຮັບຕົວຈິງ, ຄຸນນະພາບສິນເຊື່ອ, ຂີດຄວາມສາມາດໃນການບໍລິຫານຄວາມສ່ຽງ ແລະ ຂໍ້ກຳນົດຂອງອົງການຄຸ້ມຄອງ.
ແນວທາງນີ້ຍັງສອດຄ່ອງກັບທິດທາງໂດຍລວມຂອງ ທຫລ, ໃນນັ້ນ ເປົ້າໝາຍການພັດທະນາສິນເຊື່ອຖືກກໍານົດຄຽງຄູ່ກັບຄວາມຕ້ອງການຄວບຄຸມຄຸນນະພາບ. ອີງຕາມເອກະສານທິດທາງຮອດປີ 2030, ທຫລ ຕັ້ງເປົ້າໝາຍຄຸ້ມຄອງການຂະຫຍາຍຕົວຂອງສິນເຊື່ອຢູ່ທີ່ປະມານ 14% ຕໍ່ປີ ແລະ ຮັກສາອັດຕາສ່ວນໜີ້ເສຍບໍ່ໃຫ້ເກີນ 3%.

ທ່ານ ຮ່າ ຈ່ຽນ ຖັ່ງ (Ha Chien Thang), ຜູ້ອຳນວຍການໃຫຍ່ ສະຕາ ຟິນເທັກ ນຳສະເໜີທິດທາງການຈັດຕັ້ງປະຕິບັດ ສິນເຊື່ອດີຈີຕອນ (Digital Lending) ໂດຍເນັ້ນການທົດສອບທີ່ມີການຄວບຄຸມ ແລະ ບໍລິຫານຄວາມສ່ຽງ.
ຈາກແພລັດຟອມການຊຳລະເງິນດິຈິຕອນສູ່ບໍລິການການເງິນດິຈິຕອນ
ການທົດສອບບໍລິການ ສິນເຊື່ອດີຈີຕອນ (Digital Lending) ຍັງເກີດຂຶ້ນເທິງພື້ນຖານຂອງການພັດທະນາບໍລິການການເງິນດິຈິຕອນຢ່າງວ່ອງໄວໃນ ສປປ ລາວ ຊຸມປີທີ່ຜ່ານມາ.
ຈາກບົດລາຍງານການທົບທວນ ແຜນງານການເຂົ້າເຖິງບໍລິການການເງິນຂອງ ສປປ ລາວ (Lao PDR Financial Inclusion Roadmap 2018 – 2025) ອັດຕາສ່ວນມູນຄ່າການຊຳລະເງິນດິຈິຕອນໄດ້ເພີ່ມຂຶ້ນຈາກ 61% ໃນປີ 2019 ຂຶ້ນເປັນ 92% ໃນປີ 2024. ນອກຈາກນີ້, ເຄືອຂ່າຍຕົວແທນການເງິນນອກສາຂາຍັງມີການຂະຫຍາຍຕົວຢ່າງແຂງແຮງ, ເຊິ່ງສະແດງໃຫ້ເຫັນວ່າໂຄງລ່າງພື້ນຖານທີ່ຮອງຮັບບໍລິການການເງິນດິຈິຕອນໃນລາວກຳລັງຄ່ອຍໆຖືກສ້າງຂຶ້ນ ແລະ ພັດທະນາເທື່ອລະບາດກ້າວ.
ນີ້ຄືພື້ນຖານອຳນວຍຄວາມສະດວກໃຫ້ອົງການຄຸ້ມຄອງ ແລະ ຫົວໜ່ວຍຜູ້ໃຫ້ບໍລິການສາມາດສຶບຕໍ່ສຶກສາຄົ້ນຄວ້າໂມເດວການເງິນຮູບແບບໃໝ່ ທີ່ສອດຄ່ອງກັບຄວາມຕ້ອງການຂອງປະຊາຊົນ ແລະ ການພັດທະນາຂອງເສດຖະກິດດິຈິຕອນ.
Umoney ໄດ້ຮັບການເປີດຕົວຕັ້ງແຕ່ປີ 2018 ແລະ ຄ່ອຍໆພັດທະນາບໍລິການຊຳລະເງິນ, ໂອນເງິນ, ຊຳລະຄ່າໃບບິນ ແລະ ບັນດາບໍລິການສຳລັບຮ້ານຄ້າ (merchant). ການເຂົ້າຮ່ວມ Regulatory Sandbox ເປີດໂອກາດໃຫ້ ສະຕາ ຟິນເທັກ ສາມາດສຶກສາຄວາມເປັນໄປໄດ້ໃນການນຳໃຊ້ເຕັກໂນໂລຊີ ແລະ ຂໍ້ມູນເຂົ້າໃນຂອບເຂດການເງິນທີ່ມີຄວາມຫຍຸ້ງຍາກສັບສົນກໍ່ຄື ສິນເຊື່ອ ໄດ້ຫຼາຍຂຶ້ນ.
ສຳລັບ ສະຕາ ຟິນເທັກ ແລ້ວ ສິນເຊື່ອດີຈີຕອນ (Digital Lending) ບໍ່ໄດ້ຖືກເບິ່ງວ່າເປັນພຽງຜະລິດຕະພັນໃໝ່, ແຕ່ແມ່ນຂະບວນການສ້າງຂີດຄວາມສາມາດທາງດ້ານຂໍ້ມູນ, ເຕັກໂນໂລຊີ, ການປະເມີນສິນເຊື່ອ ແລະ ບໍລິຫານຄວາມສ່ຽງເທື່ອລະບາດກ້າວ. ຜົນໄດ້ຮັບຈາກການທົດສອບໃນແຕ່ລະຄັ້ງຈະຖືກນຳມາໃຊ້ເພື່ອປັບປຸງນະໂຍບາຍ, ຮູບແບບໂມເດວປະເມີນ ແລະ ວິທີການໃຫ້ບໍລິການລູກຄ້າຕໍ່ໄປ.

Umoney ຄ່ອຍໆຂະຫຍາຍບໍລິການການເງິນດິຈິຕອນ ແລະ ເຄືອຂ່າຍການໃຫ້ບໍລິການລູກຄ້າ ເພື່ອປະກອບສ່ວນນຳເອົາບໍລິການການເງິນທີ່ສະດວກສະບາຍ ແລະ ປອດໄພເຂົ້າໃກ້ປະຊາຊົນຫຼາຍຍິ່ງຂຶ້ນ.
ຮ່ວມເດີນທາງໄປພ້ອມກັບຂະບວນການເຊື່ອມໂຍງລະບົບນິເວດການເງິນດິຈິຕອນໃນ ສປປ ລາວ
ຄວາມໝາຍຂອງ Regulatory Sandbox ບໍ່ໄດ້ຈຳກັດຢູ່ພຽງແຕ່ການສ້າງເງື່ອນໄຂໃຫ້ຜະລິດຕະພັນ ຫຼື ຮູບແບບໂມເດວໃໝ່ໄດ້ຮັບການທົດສອບເທົ່ານັ້ນ, ແຕ່ທີ່ສຳຄັນຫຼາຍກວ່ານັ້ນ, ກົນໄກດັ່ງກ່າວສ້າງສະພາບແວດລ້ອມໃຫ້ອົງການຄຸ້ມຄອງ ແລະ ພາກສ່ວນທີ່ເຂົ້າຮ່ວມໄດ້ສະສົມປະສົບການຕົວຈິງກ່ຽວກັບເຕັກໂນໂລຊີ, ຂໍ້ມູນ, ການບໍລິຫານຄວາມສ່ຽງ, ປົກປ້ອງຜູ້ຊົມໃຊ້ ແລະ ການດຳເນີນງານບໍລິການທາງດ້ານການເງິນຮູບແບບໃໝ່.
ໂດຍຜ່ານຂະບວນການນີ້, ບົດຮຽນຈາກພາກປະຕິບັດຕົວຈິງສາມາດສະໜັບສະໜູນ ທຫລ ໃນການປັບປຸງນະໂຍບາຍ ແລະ ຂອບເຂດການຄຸ້ມຄອງໃຫ້ສອດຄ່ອງກັບການພັດທະນາຂອງຕະຫຼາດໄດ້ຢ່າງຕໍ່ເນື່ອງ. ໃນຂະນະດຽວກັນ ກໍ່ຊ່ວຍໃຫ້ວິສາຫະກິດ ມີຄວາມເຂົ້າໃຈທີ່ຊັດເຈນຫຼາຍຂຶ້ນກ່ຽວກັບຂໍ້ກຳນົດທີ່ຈຳເປັນໃນການພັດທະນາບໍລິການຢ່າງປອດໄພ ແລະ ຍືນຍົງ.
ສະຕາ ຟິນເທັກ ໃຫ້ຮູ້ວ່າບໍລິສັດຈະຍັງສືບຕໍ່ປະສານງານຢ່າງຮັດແໜ້ນກັບ ທຫລ ຕະຫຼອດໄລຍະເວລາການທົດສອບ, ປະຕິບັດຕາມຂໍ້ກຳນົດດ້ານການຄຸ້ມຄອງຢ່າງຄົບຖ້ວນ ແລະ ນໍາໃຊ້ຜົນໄດ້ຮັບຕົວຈິງເພື່ອພັດທະນາເຕັກໂນໂລຊີ, ຂະບວນການດຳເນີນງານ ແລະ ລະບົບບໍລິຫານຄວາມສ່ຽງໃຫ້ສົມບູນຍິ່ງຂຶ້ນ.
ໃນໄລຍະຍາວ, ການເຊື່ອມຕໍ່ລະຫວ່າງທິດທາງນະໂຍບາຍຂອງ ທຫລ, ການພັດທະນາໂຄງລ່າງພື້ນຖານການເງິນດິຈິຕອນ ແລະ ຂີດຄວາມສາມາດທາງດ້ານເຕັກໂນໂລຊີຂອງຫົວໜ່ວຍອົງກອນທີ່ເຂົ້າຮ່ວມທ້ອງຕະຫຼາດ ຄາດວ່າຈະສ້າງພື້ນຖານ ເພື່ອໃຫ້ການເງິນດິຈິຕອນມີປະກອບສ່ວນຢ່າງເລິກເຊິ່ງຫຼາຍຂຶ້ນຕໍ່ກັບເປົ້າໝາຍການເງິນແບບທົ່ວເຖິງ ແລະ ການພັດທະນາເສດຖະກິດ – ສັງຄົມ ຂອງ ສປປ ລາວ.
ກ່ຽວກັບ Umoney
Umoney ຄືແພລັດຟອມບໍລິການການເງິນດິຈິຕອນທີ່ດຳເນີນງານໂດຍ ບໍລິສັດ ສະຕາ ຟິນເທັກ ຈໍາກັດຜູ້ດຽວ, ເຊິ່ງເປັນບໍລິສັດໃນເຄືອຂ່າຍຂອງ ສະຕາ ໂທລະຄົມ (Unitel) ຢູ່ ສປປ ລາວ, ເປີດຕົວໃຫ້ບໍລິການຄັ້ງທຳອິດໃນປີ 2018 ດ້ວຍບໍລິການກະເປົາເງິນມືຖື (mobile money) ແລະ ໄດ້ຄ່ອຍໆຂະຫຍາຍລະບົບນິເວດບໍລິການຊຳລະເງິນ, ໂອນເງິນ, ຊຳລະຄ່າໃບບິນ, ບໍລິການຮ້ານຄ້າ ແລະ ໂຊລູຊັນການເງິນດິຈິຕອນ ໂດຍມຸ່ງເນ້ນການໃຫ້ບໍລິການທີ່ສະດວກສະບາຍ, ປອດໄພ ແລະ ເໝາະສົມກັບຄວາມຕ້ອງການຂອງປະຊາຊົນລາວ.
BOL Promotes Controlled Digital Financial Development Through Regulatory Sandbox
Star Fintech—the operator of the Umoney platform—is participating in Digital Lending trials within the framework of the Regulatory Sandbox, aligning with the Bank of the Lao PDR’s direction to modernize credit activities, enhance risk management, and gradually expand access to financial services.
Vientiane – In recent years, the Bank of the Lao PDR (BOL) has been gradually refining its regulatory framework to promote a modern, safe financial system development that better aligns with the digital transformation of the economy.
One of the tools implemented by BOL is the Regulatory Sandbox, which creates an environment where new financial models and solutions can be tested within a controlled scope before considering broader market deployment. This approach allows regulatory authorities and participating entities to jointly monitor real-world results, assess efficiency, identify risks, and incrementally perfect models to suit market conditions in Laos.
Under this framework, BOL approved Star Fintech, operator of the digital financial platform Umoney, to participate in Digital Lending trials. The program is conducted according to an approved scope, target audience, and regulatory requirements, with a central focus on operational safety, risk management, and consumer protection.

The Bank of the Lao PDR implements a Regulatory Sandbox to create a controlled testing environment for new financial models and solutions. Star Fintech is participating in Digital Lending trials under this program framework.
Aligned with Credit Policy Direction Through 2030
The testing of technology-driven credit models takes place as BOL formulates its credit policy management direction for Lao PDR through 2030 and vision toward 2035. Under this framework, the overall goal is to enable financial institutions to supply capital appropriately and efficiently while maintaining financial stability and contributing to socio-economic development.
BOL simultaneously emphasizes developing a strict, modern credit management system, maintaining appropriate credit growth levels, raising credit quality, and increasing the use of risk management tools.
This direction is operationalized into 11 programs and 30 indicators for the upcoming period, including credit data infrastructure development, capacity building for personnel, credit product refinement, enhanced risk monitoring and assessment tools, non-performing loan (NPL) resolution, and new credit delivery channels.
Fintech has also been identified by BOL as a core component in modernizing credit activities. BOL’s policy documents highlight expanding credit access via fintech and developing financial institutions that offer fintech services in the coming years.
In this context, the Regulatory Sandbox serves as an ideal mechanism to validate new models step-by-step within a managed environment while generating practical evidence to refine future policies and regulatory frameworks.
Prudent Testing Before Scaling
For Star Fintech, participation in the Regulatory Sandbox is viewed primarily as a phase for testing and capacity building rather than pursuing rapid credit volume expansion.
In the initial stage, Digital Lending will be rolled out to select, pre-approved customer groups and appropriate use cases. Star Fintech will focus on evaluating the entire lifecycle—from customer identification/verification (KYC), credit scoring, and fraud prevention to portfolio quality monitoring and debt recovery.
“Digital Lending does not begin with a loan; it begins with understanding the customer, using data responsibly, and building the capability to make better credit decisions,” stated Mr. Ha Chien Thang, Director of Star Fintech.
According to Mr. Thang, BOL’s Regulatory Sandbox provides the conditions to validate new models under real-world conditions within a clear regulatory framework. “In the initial phase, Star Fintech’s priority is not rapid lending expansion, but compliance with BOL requirements, learning from real-world data, proving the model, and building the risk management capabilities required for Digital Lending to grow safely and sustainably.”
Star Fintech noted that scaling up will only be evaluated incrementally based on real results, credit quality, risk management readiness, and regulatory requirements.
This approach aligns with BOL’s overall policy direction, where credit expansion goals are balanced against quality control mandates. According to policy targets through 2030, BOL aims to manage annual credit growth at around 14% per year while keeping NPL ratios capped below 3%.

Mr. Ha Chien Thang, Director of Star Fintech, presents the operational roadmap for Digital Lending with a focus on controlled testing and risk management.
From Digital Payment Infrastructure to Financial Services
The Digital Lending trial also builds upon the rapid growth of digital financial services in Laos over recent years.
According to the review report of the Lao PDR Financial Inclusion Roadmap 2018–2025, the share of digital payments by value increased from 61% in 2019 to 92% in 2024. The off-branch financial agent network has expanded significantly, indicating that infrastructure serving digital financial services in Laos is taking shape and progressing.
This provides a favorable foundation for regulators and service providers to continue researching new financial models tailored to population needs and digital economy growth.
Launched in 2018, Umoney gradually expanded from payment processing, money transfers, and bill payments to merchant services. Joining the Regulatory Sandbox allows Star Fintech to explore applying technology and data to a more complex financial domain: credit.
For Star Fintech, Digital Lending is not viewed simply as a new product, but as an incremental process of building data capabilities, technology, credit scoring, and risk governance. Results from each testing round will inform ongoing adjustments to policies, evaluation models, and customer service methods.

Umoney progressively expands digital financial services and customer service networks, bringing convenient and safe financial services closer to the public.
Accompanying the Maturation of Laos’ Digital Financial Ecosystem
The significance of the Regulatory Sandbox extends beyond testing a single product or model. More importantly, it establishes an environment for regulators and participants to gather practical experience in technology, data governance, risk management, consumer protection, and operating novel financial services.
Through this process, practical lessons can support BOL in continually refining policies and management frameworks aligned with market evolution while giving businesses clear insight into the requirements for safe, sustainable growth.
Star Fintech affirmed that it will maintain close coordination with BOL throughout the trial period, comply fully with regulatory directives, and leverage empirical results to enhance technology, operational procedures, and risk management systems.
In the long run, combining BOL’s policy direction, expanding digital financial infrastructure, and the technological capability of market players is expected to build a strong foundation for digital finance to contribute deeper to financial inclusion and socio-economic growth in Laos.
About Umoney
Umoney is a digital financial service platform operated by Star Fintech, a subsidiary of Star Telecom (Unitel) in Laos. Launched in 2018 with mobile money services Umoney has progressively expanded its ecosystem to include payments, transfers, bill settlements, merchant solutions, and digital financial solutions, aiming to provide services that are convenient, safe, and suited to the needs of the Lao people.


