ຂະແໜງການທ່ອງທ່ຽວຂອງລາວ ໄດ້ຮັບຂ່າວດີລະດັບສາກົນອີກຄັ້ງ ເມື່ອ Geographic Expeditions (GeoEx) ບໍລິສັດທ່ອງທ່ຽວຊັ້ນນຳຈາກສະຫະລັດອາເມຣິກາ ທີ່ຊ່ຽວຊານດ້ານການຈັດທຣິບທ່ອງທ່ຽວແບບເຈາະເລິກ (Off-the-beaten path) ໄດ້ເປີດເຜີຍລາຍຊື່ ສະຖານທີ່ທ່ອງທ່ຽວແນະນຳປະຈຳປີ ຫຼື “Where to Travel in 2027”.
ໃນປີນີ້, “ປະເທດລາວ” ໄດ້ຮັບການຍົກຍ້ອງ ແລະ ຖືກຄັດເລືອກໃຫ້ເປັນ 1 ໃນ 7 ຈຸດໝາຍປາຍທາງທີ່ໂດດເດັ່ນທີ່ສຸດ ຂອງໂລກ ຮ່ວມກັບ ເຂດບານຄານ (Balkans), ອີຢິບ, ນາມີເບຍ, ເປຣູ, ອຸສເບກິສຖານ ແລະ ພາກຕາເວັນຕົກຂອງຍີ່ປຸ່ນ. ໂດຍມາດຖານການຄັດເລືອກແມ່ນເນັ້ນໄປທີ່ ຄວາມເປັນເອກະລັກດັ້ງເດີມ, ການເຂົ້າເຖິງ, ຄວາມຄຸ້ມຄ່າຂອງປະສົບການ ແລະ ມົນສະເໜ່ທີ່ດຶງດູດໃຈ.
ທ່ານ Brady Binstadt, ຊີອີໂອ ຂອງ GeoEx ໄດ້ກ່າວເນັ້ນໜັກວ່າ: “ຕະຫຼອດ 44 ປີຂອງການສ້າງສັນເສັ້ນທາງການທ່ອງທ່ຽວທົ່ວໂລກ ພວກເຮົາໄດ້ຮຽນຮູ້ວ່າ ການເດີນທາງທີ່ດີທີ່ສຸດຄືການໄດ້ຮັບປະສົບການທີ່ຫຼາກຫຼາຍ, ໄດ້ເຂົ້າເຖິງວັດທະນະທຳຢ່າງເລິກເຊິ່ງ ແລະ ສ້າງຄວາມຜູກພັນທີ່ຈະຕິດຢູ່ໃນຄວາມຊົງຈຳຂອງນັກເດີນທາງໄປຕະຫຼອດການ.”
ເປັນຫຍັງ “ລາວ” ຈຶ່ງກາຍເປັນໝາຍປາຍທາງແຫ່ງປີ 2027?
ໃນຂະນະທີ່ນັກທ່ອງທ່ຽວທົ່ວໂລກກຳລັງສະແຫວງຫາການເດີນທາງແບບ “Slow Travel” ທີ່ເນັ້ນຄວາມໝາຍ, ການຊຶມຊັບບັນຍາກາດ ແລະ ບໍ່ຮີບຮ້ອນ, ລາວຈຶ່ງກາຍເປັນປະເທດທີ່ຕອບໂຈດທີ່ສຸດ. ດ້ວຍຄວາມສະຫງົບທີ່ແຕກຕ່າງຈາກປະເທດເພື່ອນບ້ານ, ລາວໄດ້ນຳສະເໜີການປະສົມປະສານທີ່ລົງຕົວຂອງ ວິຖີພຸດທະສາສະໜາ, ພູຜາປ່າໄມ້ທີ່ອຸດົມສົມບູນ ແລະ ວິຖີຊີວິດແຄມແມ່ນ້ຳຂອງ ທີ່ຍັງຄົງຮັກສາຮີດຄອງປະເພນີໄວ້ໄດ້ ຢ່າງໜຽວແໜ້ນ.
ບົດລາຍງານຍັງໄດ້ ສະທ້ອນໃຫ້ເຫັນເຖິງມົນສະເໜ່ຂອງການຕ້ອນຮັບທີ່ອົບອຸ່ນ. ນອກຈາກຕົວເມືອງມໍລະດົກໂລກຢ່າງຫຼວງພະບາງແລ້ວ, ມົນສະເໜ່ຂອງລາວຍັງຂະຫຍາຍກວມເອົາໝູ່ບ້ານທີ່ຫ່າງໄກສອກຫຼີກ, ຕະຫຼາດທ້ອງຖິ່ນທີ່ເຕັມໄປດ້ວຍສີສັນ ແລະ ເອກະລັກທາງດ້ານອາຫານການກິນ ທີ່ລໍຖ້າໃຫ້ນັກທ່ອງທ່ຽວມາສຳຜັດ.
ການປະກາດໃນຄັ້ງນີ້ ຖືເປັນສັນຍານທີ່ດີຫຼາຍສຳລັບອຸດສາຫະກຳການທ່ອງທ່ຽວໃນລາວ. ມັນເປັນໂອກາດສຳຄັນສຳລັບພາກສ່ວນສື່ມວນຊົນ, ຜູ້ປະກອບການທ່ອງທ່ຽວ ແລະ ທີ່ພັກອາໄສ ໃນການກຽມພ້ອມຍົກລະດັບການບໍລິການ ແລະ ບອກເລົ່າເລື່ອງລາວຂອງທ້ອງຖິ່ນ ເພື່ອຕ້ອນຮັບກຸ່ມນັກທ່ອງທ່ຽວຄຸນນະພາບສູງ ທີ່ກຳລັງຈະເດີນທາງມາຄົ້ນຫາຄວາມເປັນ “ລາວ” ທີ່ແທ້ຈິງໃນປີ 2027 ນີ້.


