ວັນທີ 13 ກໍລະກົດ 2026: ໃນກອງປະຊຸມສໍາມະນາເຊື່ອມຊຶມເອກະສານ ກະກຽມກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I, ທ່ານ ກິແກ້ວ ໄຂຄໍາພິທູນ, ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ແລະ ປະທານສະພາທິດສະດີສູນກາງພັກ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຍົກສູງຈັນຍາບັນສື່ມວນຊົນ ໃຫ້ສອດຄ່ອງກັບຍຸກສະໄໝການຫັນເປັນດິຈິຕອນ.
5 ຫຼັກການຈັນຍາບັນວິຊາຊີບສື່ມວນຊົນ:
ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ວາງມາດຕະຖານໃຫ້ຖັນແຖວສື່ມວນຊົນຕ້ອງຍຶດໝັ້ນໃນ 5 ຫຼັກການ ຄື:
ຄວາມຖືກຕ້ອງ ແລະ ສັດຈະທຳ: ນຳສະເໜີຄວາມຈິງທີ່ມີການກວດສອບແຫຼ່ງຂ່າວຊັດເຈນ, ບໍ່ບິດເບືອນ ແລະ ບໍ່ສ້າງຂ່າວປອມ.
ຄວາມເປັນກາງ ແລະ ເປັນທຳ: ນຳສະເໜີຂໍ້ມູນຮອບດ້ານ, ໃຫ້ໂອກາດທຸກຝ່າຍຊີ້ແຈງ, ບໍ່ເລືອກຂ້າງ ແລະ ບໍ່ໃສ່ຄວາມຄິດເຫັນສ່ວນຕົວ.
ເອກະລາດ ແລະ ສັກສີວິຊາຊີບ: ເຮັດວຽກຢ່າງອິດສະຫຼະ, ບໍ່ຕົກຢູ່ພາຍໃຕ້ອິດທິພົນຂອງກຸ່ມທຶນ ແລະ ບໍ່ຮັບສິນບົນ.
ຄວາມຮັບຜິດຊອບຕໍ່ສັງຄົມ: ຄຳນຶງເຖິງຄວາມໝັ້ນຄົງ, ວັດທະນະທຳ ແລະ ຮີດຄອງປະເພນີ, ຫຼີກເວັ້ນເນື້ອຫາທີ່ຮຸນແຮງ ຫຼື ກະຕຸ້ນຄວາມຂັດແຍ່ງ.
ການເຄົາລົບສິດສ່ວນບຸກຄົນ: ປົກປ້ອງສິດທິສ່ວນຕົວ, ໂດຍສະເພາະເດັກນ້ອຍ, ຜູ້ເຈັບປ່ວຍ ແລະ ຜູ້ຖືກເຄາະຮ້າຍ.
ຈັນຍາບັນໃນຖານະພະນັກງານ-ລັດຖະກອນ:
ນອກຈາກຈັນຍາບັນວິຊາຊີບແລ້ວ, ນັກຂ່າວ ແລະ ຜູ້ຜະລິດສື່ທຸກຄົນ ເຊິ່ງເປັນພະນັກງານຂອງລັດ ຕ້ອງປະຕິບັດຕົນໃຫ້ສອດຄ່ອງກັບຈັນຍາບັນຂອງພະນັກງານ-ລັດຖະກອນ 4 ດ້ານຄື:
ຕໍ່ຕົນເອງ: ຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ.
ຕໍ່ວິຊາຊີບ: ເຄື່ອນໄຫວດ້ວຍຄວາມສັດຊື່, ບໍ່ສະແຫວງຫາຜົນປະໂຫຍດທີ່ບໍ່ຖືກຕ້ອງ.
ຕໍ່ການຈັດຕັ້ງ: ມີສະຕິຕໍ່ການຈັດຕັ້ງ, ມີຄວາມຮັບຜິດຊອບສູງ, ຮັກສາຄວາມລັບ ແລະ ເຄົາລົບລະບຽບວິໄນ.
ຕໍ່ປະຊາຊົນ ແລະ ສັງຄົມ: ຮັບໃຊ້ດ້ວຍຄວາມຈິງໃຈ, ສະເໝີພາບ, ໂປ່ງໃສ, ມີມາລະຍາດດີ ແລະ ບໍ່ສ້າງຄວາມຫຍຸ້ງຍາກໃຫ້ສັງຄົມ.
ທ່ານໄດ້ເນັ້ນຢໍ້າວ່າ ໃນຍຸກທີ່ເຕັກໂນໂລຊີກ້າວໜ້າຢ່າງກະໂດດຂັ້ນ, ການມີຈັນຍາບັນທີ່ເຂັ້ມງວດ ຈະເປັນປັດໄຈສຳຄັນທີ່ເຮັດໃຫ້ສື່ມວນຊົນລາວ ຮັກສາກຽດສັກສີ, ສ້າງຄວາມເຊື່ອໝັ້ນ ແລະ ສາມາດເປັນຂົວຕໍ່ທີ່ໜັກແໜ້ນລະຫວ່າງ ພັກ-ລັດ ກັບ ປະຊາຊົນບັນດາເຜົ່າໄດ້ຢ່າງມີປະສິດທິຜົນ.


