ສ່ອງເບິ່ງ 14 ລາຍຊື່ສັດນ້ຳທີ່ບໍ່ຄວນປ່ອຍລົງສູ່ແຫຼ່ງນ້ຳທຳມະຊາດ

ຢ່າຟ້າວປ່ອຍ ຖ້າຍັງບໍ່ຮູ້ຈັກ! ປາ ແລະ ສັດນ້ຳບາງຊະນິດ ອາດກາຍເປັນໄພຕໍ່ທຳມະຊາດ ເມື່ອຖືກປ່ອຍລົງສູ່ແຫຼ່ງນ້ຳ. ມາທຳຄວາມຮູ້ຈັກກັບປາຕ່າງຖິ່ນ ແລະ ສັດນ້ຳທີ່ບໍ່ຄວນປ່ອຍລົງສູ່ແຫຼ່ງນ້ຳທຳມະຊາດ.

ການປ່ອຍປາຊະນິດຕ່າງຖິ່ນລົງສູ່ແຫຼ່ງນໍ້າທໍາມະຊາດ ລວມທັງແມ່ນ້ຳຂອງ ປຽບເໝືອນການສົ່ງ “ສິ່ງແປກປອມ” ເຂົ້າໄປທຳລາຍກົນໄກຂອງທຳມະຊາດ. ສ້າງຜົນກະທົບຕໍ່ລະບົບນິເວດຕັ້ງແຕ່ຈຸດທີ່ປ່ອຍໄປຕະຫຼອດທົ່ວທັງສາຍນ້ຳ ແລະ ກະທົບຕໍ່ຄວາມໝັ້ນຄົງທາງດ້ານສະບຽງອາຫານໃນໄລຍະຍາວ.

​ ສັດນ້ຳທີ່ບໍ່ຄວນປ່ອຍລວມມີ 14 ປະເພດດັ່ງນີ້:

1. ປານິນຄາງດຳ​

2. ປາໝໍມາຍັນ​

3. ປາດຸກພັນ​

4. ປາດູດຝຸ່ນ​

5. ປາໄນ​

6. ປານິນ​

7. ປູຂົນຈີນ​

8. ປາເຂັງບັດເຕີ​

9. ປາຈະລະເມັດນ້ຳຈືດ​

10. ປາໂກໄລແອັດ​

11. ປາປິລັນຢາ​

12. ປາຈີນ, ປາກິນຫຍ້າ ຫຼື ປາເກັດແລ້ບ​

13. ປາຄໍ່ອາເມຊອນ​

14. ຫອຍມຸກນ້ຳຈືດ​

ການປ່ອຍປາສາຍພັນຕ່າງຖິ່ນ ເປັນການຄຸກຄາມຖິ່ນທີ່ຢູ່ອາໄສຂອງປາສາຍພັນພື້ນເມືອງ, ລົບກວນລະບົບນິເວດນໍ້າແລະ ເປັນພາຫະນະແຜ່ເຊື້ອພະຍາດ ແລະ ກາຝາກ ທີ່ເປັນອັນຕະລາຍຮ້າຍແຮງ

ເນື່ອງໃນວັນປ່ອຍປາ ແລະ ສັດນ້ຳແຫ່ງຊາດ ວັນທີ 13 ກໍລະກົດນີ້! ພວກເຮົາຂໍເຊີນຊວນທຸກທ່ານມາຮ່ວມກັນປົກປັກຮັກສາແຫຼ່ງນ້ຳ ແລະ ທຳຄວາມຮູ້ຈັກກັບ “ຊະນິດປາຕ່າງຖິ່ນທີ່ບໍ່ຄວນປ່ອຍລົງສູ່ແຫຼ່ງນ້ຳທຳມະຊາດ” ເພື່ອຢຸດຢັ້ງການທຳລາຍລະບົບນິເວດໂດຍບໍ່ຮູ້ຕົວ.

ມາຮ່ວມກັນເປັນສ່ວນໜຶ່ງໃນການ “ພິທັກແຫຼ່ງນ້ຳ” ເພື່ອປົກປ້ອງຄວາມຍືນຍົງຂອງສັດນ້ຳ, ຟື້ນຟູແຫຼ່ງນ້ຳ ແລະ ຮັກສາວິຖີຊີວິດຂອງຜູ້ຄົນທີ່ອາໄສຢູ່ໃກ້ຊິດກັບສາຍນ້ຳໃຫ້ຄົງຢູ່ຕະຫຼອດໄປ.

ທຳມະຊາດຢູ່ດີ ປະຊາຊົນຢູ່ໄດ້ | When Nature Thrives, People do too.

ຂອບໃຈຂໍ້ມູນດີໆຈາກ: WWF-Laos

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles