ງານສະເຫຼີມສະຫຼອງຄົບຮອບ 7 ປີ TPLUS & 6 ປີ M moneyX ສຳເລັດຢ່າງຍິ່ງໃຫຍ່ ຄະນະຜູ້ບໍລິຫານ ພ້ອມ “ປອນ–ພູວິນ” ຮ່ວມສ້າງຄວາມປະທັບໃຈໃຫ້ແຟນໆ

ບໍລິສັດ ທີພລັດ ດີຈີຕ້ອນ ຈຳກັດ (TPLUS Digital Co., Ltd.) ແລະ ບໍລິສັດ Lao Mobile Money ( M moneyX) ໄດ້ຈັດງານສະເຫຼີມສະຫຼອງຄົບຮອບ 7 ປີ TPLUS Anniversary ແລະ 6 ປີ M money Anniversary ລະຫວ່າງວັນທີ 10–12 ກໍລະກົດ 2026 ຢູ່ສູນການຄ້າ Parkson (ເດີ່ນດ້ານຫລັງ) ຢ່າງສົມບູນແບບ ທ່າມກາງການຕອບຮັບຢ່າງອົບອຸ່ນຈາກລູກຄ້າ, ຄູ່ຄ້າ ແລະ ແຟນໆ ທີ່ເດີນທາງມາຮ່ວມງານຢ່າງຄັບຄັ່ງຕະຫຼອດໄລຍະເວລາ 3 ວັນ.

ພິທີເປີດງານໄດ້ຮັບກຽດຈາກ ຄະນະຜູ້ບໍລິຫານ ບໍລິສັດ ທີພລັດ ດີຈີຕ້ອນ ຈຳກັດ, ພ້ອມດ້ວຍຄະນະຜູ້ບໍລິຫານ ຈາກ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ແລະ MmoneyX ຮ່ວມຂຶ້ນເວທີເພື່ອກ່າວຂອບໃຈລູກຄ້າ ແລະ ພັນທະມິດທຸກພາກສ່ວນ ທີ່ໄດ້ໃຫ້ການສະໜັບສະໜູນ TPLUS ຕະຫຼອດໄລຍະ 7 ປີຜ່ານມາ ພ້ອມທັງຮ່ວມພິທີຕັດເຄັກ ກັບ ປອນ ພູວິນ ເພື່ອສະເຫຼີມສະຫຼອງວັນຄົບຮອບຢ່າງເປັນທາງການ.

ໄຮໄລ້ສຳຄັນຂອງງານແມ່ນການປາກົດຕົວຂອງ “ປອນ–ພູວິນ” ຄູ່ນັກສະແດງຊື່ດັງຈາກປະເທດໄທ ທີ່ໄດ້ຮ່ວມສ້າງສີສັນໃນງານດ້ວຍການສົນທະນາ, ຫຼິ້ນເກມ, ພົບປະແຟນໆ ແລະ ມອບ Fan Benefits ໃຫ້ແກ່ຜູ້ໂຊກດີ ຮ່ວມສຳຜັດໂມເມັ້ນ ແລະ ຄວາມປະທັບໃຈຕະຫຼອດການສະແດງ. ແຟນໆ ຈາກຫຼາຍແຂວງຂອງ ສປປ ລາວ ແລະ ຈາກຕ່າງປະເທດ ໄດ້ເດີນທາງມາຮ່ວມສົ່ງກຳລັງໃຈ ເຮັດໃຫ້ບັນຍາກາດເຕັມໄປດ້ວຍຄວາມຄຶກຄື້ນ.

ປອນ & ພູວິນ ໄດ້ອວຍພອນ ໃຫ້ TPLUS & M moneyX ສະບາຍດີແຟນໆ ຊາວລາວທຸກຄົນ ພວກເຮົາ ປອນ ແລະ ພູວິນ ຂໍສະແດງຄວາມຍິນດີກັບ ບໍລິສັດ ທີພລັດ ດີຈີຕ້ອນ ຈຳກັດ ໃນໂອກາດຄົບຮອບ 7 ປີ ແລະ M moneyX ຄົບຮອບ 6 ປີ ຂໍໃຫ້ທັງ 2 ບໍລິສັດ ເຕີບໂຕ ແລະ ປະສົບຄວາມສຳເລັດຫຼາຍຂຶ້ນ ພ້ອມຂອບໃຈແຟນໆ ທຸກຄົນທີ່ໃຫ້ການຕ້ອນຮັບພວກເຮົາຢ່າງອົບອຸ່ນ.

ແລະຂໍໃຫ້ ເຄຶອຄ່າຍ TPLUS ເບີຫລັກ 7 ແລະ ກະເປົາເງິນດີຕີຕ້ອນ M moneyX ຢູ່ຄຽງຄູ່ຄົນລາວຕະຫລອດໄປ

ນອກຈາກນີ້ ກິດຈະກຳ TPLUS Digital Carnival ແລະ M moneyX Food Carnival ຍັງໄດ້ຮັບຄວາມນິຍົມຈາກຜູ້ຮ່ວມງານເປັນຢ່າງສູງ ໂດຍມີການຮ່ວມຫຼິ້ນເກມ, ຮັບຂອງລາງວັນ, ສຳຜັດເທັກໂນໂລຊີດິຈິຕອນ ແລະ ອາຫານທີ່ຈັດສັນເຂົ້າມາຢ່າງຫລາກຫຼາຍ ຈາກຫຼາຍຮ້ານຊື່ດັງ ທັງລາວ ແລະ ຮ້ານອາຫານດັງຈາກປະເທດໄທ ສ້າງບັນຍາກາດແຫ່ງຄວາມສຸກຕະຫຼອດງານ.

ຄວາມສຳເລັດຂອງງານໃນຄັ້ງນີ້ ສະທ້ອນໃຫ້ເຫັນເຖິງຄວາມໄວ້ວາງໃຈຈາກລູກຄ້າ ແລະ ຄວາມຮ່ວມມືຈາກທຸກພາກສ່ວນ ທີ່ຮ່ວມກັນຂັບເຄື່ອນ TPLUS & M moneyX ຕະຫຼອດໄລຍະປີທີ່ຜ່ານໆມາ. ຂໍຂອບໃຈລູກຄ້າ, ພັນທະມິດ, ສື່ມວນຊົນ ແລະ ຜູ້ຮ່ວມງານທຸກຄົນ ທີ່ຮ່ວມເປັນສ່ວນໜຶ່ງຂອງຄວາມສຳເລັດໃນຄັ້ງນີ້ ແລະ ພ້ອມສືບຕໍ່ພັດທະນາຜະລິດຕະພັນ, ບໍລິການ ແລະ ສ້າງປະສົບການໃໝ່ໆ ເພື່ອຕອບແທນຄວາມໄວ້ວາງໃຈຂອງລູກຄ້າຕໍ່ໄປ.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles