ແຈ້ງທຶນການສຶກສາຂອງ ມະຫາວິທະຍາໄລກິ້ວລ່ອງ ສສ ຫວຽດນາມ ສໍາລັບປີ 2026

ຫ້ອງການ ກະຊວງສຶກສາທິການ ແລະ ກິລາ ຂໍຖືເປັນກຽດແຈ້ງມາຍັງພະນັກງານ-ນັກສຶກສາຊາບວ່າ: ມະຫາວິທະຍາໄລ ກິ້ວລ່ອງ, ສະເຫນີໃຫ້ທຶນການສຶກສາແກ່ນັກສຶກສາລາວ ຈໍານວນ 10 ທຶນ: ລະດັບປະລິນຍາຕີ ຈໍານວນ 05 ທຶນ ແລະ ປະລິນຍາໂທ ຈໍານວນ 05 ທຶນ, ຫຼັກສູດຮຽນເປັນ ພາສາຫວຽດ, ມີຫຼາຍສາຂາວິຊາຮຽນ (ຄັດຕິດ). ພາຍໃຕ້ທຶນຂອງ ມະຫາວິທະຍາໄລກິ້ວລ່ອງ.

I. ເງື່ອນໄຂຜູ້ສະຫມັກ

– ຕ້ອງເປັນຄົນລາວ/ຖືສັນຊາດລາວ, ສຸຂະພາບທາງກາຍ ແລະ ຈິດໃຈແຂງແຮງດີ;

– ຜູ້ສະຫມັກປະລິນຍາຕີ ອາຍຸບໍ່ກາຍ 35 ປີ, ປະລິນຍາໂທ ອາຍຸບໍ່ກາຍ 40 ປີ;

– ສໍາເນົາປະກາສະນີຍະບັດ ແລະ ຄະແນນຈົບ ຫຼື ທຽບເທົ່າ ລະດັບສູງສຸດ;

– ສໍາເນົາ ພາສປອດ ຫົວສີຟ້າ.

II. ນະໂຍບາຍຂອງທຶນມີ 2 ຮູບແບບຄື:

1. ນັກສຶກສາທີ່ມີພື້ນຖານພາສາຫວຽດແມ່ນຈະຍົກເວັ້ນ ຄ່າຮຽນ, ຫໍພັກ, ຄ່ານໍ້າ-ໄຟຟ້າ (ຕາມຂໍ້ກໍານົດຂອງ ມະຫາວິທະຍາໄລ) ແລະ ອັດຕາກິນເຂົ້າ. ສ່ວນຄ່າເດີນທາງໄປ-ກັບ, ວີຊ້າ ແລະ ອື່ນໆແມ່ນນັກສຶກສາຮັບຜິດຊອບເອງ.

2. ນັກສຶກສາບໍ່ມີພື້ນຖານພາສາຫວຽດແມ່ນຈະໄດ້ຮັບຜິດຊອບຄ່າໃຊ້ຈ່າຍເອງໄລຍະກຽມພາສາຫວຽດ.

III. ວິທີສະຫມັກ

ຜູ້ສົນໃຈສະຫມັກໃຫ້ພົວພັນ, ສອບຖາມຂໍ້ມູນລາຍລະອຽດ ແລະ ແບບຟອມສະຫມັກ ສາມາດດາວໂຫຼດເອົາ ແບບຟອມໃນເວັບໄຊຂອງກົມ www.moes.dsa.edu.la. ຍື່ນຟອມສະຫມັກຜ່ານກົມຈົນເຖິງ ວັນພະຫັດ, ວັນທີ 16 ກໍລະກົດ 2026 ເປັນມື້ປິດຮັບສະຫມັກ.

ດັ່ງນັ້ນ, ຈິ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ດໍາເນີນການສະຫມັກໃຫ້ທັນເວລາດ້ວຍ.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles