ສະໂມສອນ W.I.G NAGA ໄດ້ນຳພາຄະນະຄູຝຶກ ແລະ ນັກກິລາບານເຕະເຍົາວະຊົນ ເຂົ້າຢ້ຽມຂຳນັບປະທານປະເທດ ແຫ່ງ ສປປ ລາວ ຫຼັງຄວ້າ 2 ແຊັມໃຫຍ່ທີ່ເອີຣົບ

ວັນທີ 10 ກໍລະກົດ 2026 ຖືເປັນອີກໜຶ່ງໜ້າປະຫວັດສາດທີ່ໜ້າຈົດຈຳຂອງວົງການກິລາລາວ ເມື່ອສະໂມສອນ W.I.G NAGA ໄດ້ນຳພາຄະນະຄູຝຶກ ແລະ ນັກກິລາບານເຕະເຍົາວະຊົນ ເຂົ້າຢ້ຽມຂຳນັບ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ຢ່າງເປັນທາງການ ເພື່ອລາຍງານຜົນສຳເລັດອັນຍິ່ງໃຫຍ່ຈາກເວທີລະດັບໂລກ.

ຈຸດປະສົງສຳຄັນໃນຄັ້ງນີ້ ແມ່ນການນຳເອົາຄວາມສຳເລັດອັນຈົບງາມຂອງທັບນັກກິລາລາວ ທີ່ໄປສ້າງຊື່ສຽງດັງກ້ອງໄກເຖິງທະວີບເອີຣົບ ມາລາຍງານໃຫ້ຊາບ ໂດຍສະເພາະຜົນງານທີ່ໂດດເດັ່ນຄື:

ຮຸ່ນ U13: ສ້າງປະຫວັດສາດປ້ອງກັນແຊ້ມໃນລາຍການ IBER CUP 2026 ທີ່ປະເທດປອກຕຸຍການ ໄດ້ສຳເລັດ ກາຍເປັນແຊ້ມ 2 ສະໄໝຕິດຕໍ່ກັນ!

ຮຸ່ນ U10: ຜະງາດຄວ້າແຊ້ມໃນລາຍການ MICFOOTBALL7 ທີ່ປະເທດສະເປນ ມາຄອງໄດ້ຢ່າງສົມກຽດ!

ຜົນງານເຫຼົ່ານີ້ ໄດ້ສະທ້ອນໃຫ້ເຫັນຢ່າງຈະແຈ້ງເຖິງຄວາມມຸ່ງໝັ້ນ, ຄວາມພະຍາຍາມ, ຄວາມອົດທົນ ແລະ ພັດທະນາການແບບກ້າວກະໂດດຂອງວົງການກິລາເຍົາວະຊົນລາວ ທີ່ໃນມື້ນີ້ສາມາດກ້າວຂຶ້ນໄປທຽບຊັ້ນມາດຕະຖານລະດັບສາກົນໄດ້ຢ່າງໜ້າພາກພູມໃຈ.

ການຕ້ອນຮັບອັນອົບອຸ່ນ ແລະ ຄຳໂອ້ລົມຂອງທ່ານປະທານປະເທດໃນຄັ້ງນີ້ ປຽບເໝືອນການສ້າງຂວັນ ແລະ ກຳລັງໃຈອັນລ້ຳຄ່າ ໃຫ້ແກ່ບັນດານັກກິລາ, ຄູຝຶກ ແລະ ຜູ້ບໍລິຫານສະໂມສອນ W.I.G NAGA ຕະຫຼອດຈົນເຖິງພາກສ່ວນທີ່ກ່ຽວຂ້ອງທຸກພາກສ່ວນ ເພື່ອເປັນແຮງຊຸກຍູ້ໃຫ້ສືບຕໍ່ພັດທະນາສັກກະຍະພາບ ແລະ ກ້າວໄປສ້າງຜົນງານອັນດີເລີດໃນອະນາຄົດ.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles