ປີ 2026 ລາວວາງແຜນປ່ອຍປາ ແລະ ສັດນ້ຳ 72 ລ້ານໂຕ ສົ່ງເສີມການອະນຸລັກຊັບພະຍາກອນທຳມະຊາດ

ເນື່ອງໃນໂອກາດວັນປ່ອຍປາ ແລະ ສັດນ້ຳແຫ່ງຊາດ ທີ່ຈະຄົບຮອດໃນວັນທີ 13 ກໍລະກົດ 2026, ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຖະແຫຼງຂ່າວໃນວັນທີ 9 ກໍລະກົດ 2026 ວ່າ ປີນີ້ຂະແໜງການກ່ຽວຂ້ອງກຳນົດເປົ້າໝາຍປ່ອຍປາ ແລະ ສັດນ້ຳ ໃຫ້ໄດ້ລວມທັງໝົດ 72 ລ້ານໂຕ ທົ່ວປະເທດ.

ວັນທີ 13 ກໍລະກົດ ຂອງທຸກປີ ເປັນວັນປ່ອຍປາ ແລະ ສັດນ້ຳແຫ່ງຊາດ ເພື່ອຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາສັດນ້ຳ ໃຫ້ອຸດົມສົມບູນ ແລະ ຍືນຍົງ ໂດຍເລີ່ມຈັດຂຶ້ນຕັ້ງແຕ່ປີ 1997 ແລະ ໃນປີ 2026 ນີ້ ຄົບຮອບ 29 ປີ. ວັນດັ່ງກ່າວຍັງກົງກັບວັນເກີດຂອງ ປະທານ ສຸພານຸວົງ ຜູ້ນຳທີ່ປວງຊົນລາວເຄົາລົບຮັກ.

ໃນແຕ່ລະປີ ພາກສ່ວນກ່ຽວຂ້ອງໄດ້ຈັດກິດຈະກຳຕ່າງໆ ເພື່ອປູກຈິດສຳນຶກໃຫ້ແກ່ເຍົາວະຊົນ ແລະ ປະຊາຊົນ ໃຫ້ເຫັນຄວາມສຳຄັນຂອງການອະນຸລັກປາ ແລະ ສັດນ້ຳ ເພື່ອເພີ່ມຄວາມອຸດົມສົມບູນໃຫ້ແກ່ທຳມະຊາດ ປົກປັກຮັກສາລະບົບນິເວດແຫຼ່ງນ້ຳ ໃຫ້ມີຄວາມສົມດຸນ ແລະ ຍືນຍົງ.

ທ່ານລັດຖະມົນຕີ ກ່າວວ່າ ໃນປີ 2025 ຂະແໜງການກະສິກຳ ແລະ ສິ່ງແວດລ້ອມ ສາມາດປ່ອຍປາ ແລະ ສັດນ້ຳ ໄດ້ລວມກວ່າ 71 ລ້ານໂຕ. ສຳລັບປີ 2026 ນີ້ ຈະສືບຕໍ່ສົມທົບກັບຄະນະພັກ, ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ເພື່ອປ່ອຍປາ ແລະ ສັດນ້ຳ ໃຫ້ໄດ້ລວມ 72 ລ້ານໂຕ.

ເນື່ອງໃນໂອກາດວັນປ່ອຍປາ ແລະ ສັດນ້ຳແຫ່ງຊາດ ປະຈຳປີ 2026, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຍັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນຮ່ວມກັນຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນປາ ແລະ ສັດນ້ຳ ຢ່າງຍືນຍົງ, ບໍ່ຈັບສັດນ້ຳໃນລະດູວາງໄຂ່, ຢຸດຕິການໃຊ້ໄຟຟ້າ, ລະເບີດ ແລະ ສານເຄມີໃນການຫາປາ ພ້ອມທັງຊ່ວຍກັນອະນຸລັກແຫຼ່ງນ້ຳ, ວັງສະຫງວນ ແລະ ປ່າໄມ້ຕົ້ນນ້ຳ ເພື່ອຮັກສາລະບົບນິເວດໃຫ້ຄົງຢູ່ຢ່າງຍືນຍົງ.

ສຳລັບຄຳຂວັນຂອງປີນີ້ ຄື: “ຈົ່ງພ້ອມກັນປ່ອຍປາ ແລະ ສັດນ້ຳ ຄືນສູ່ທຳມະຊາດ ໃຫ້ມີຄວາມອຸດົມສົມບູນຕະຫຼອດໄປ” ແລະ “ການປົກປັກຮັກສາປາ ແລະ ສັດນ້ຳ ແມ່ນພັນທະຂອງປວງຊົນທັງຊາດ.”

ທີ່ມາ: ປະຊາຊົນ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles