ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ອອກແຈ້ງການ ກຳນົດຂັ້ນຕອນການຂໍອະນຸຍາດ “ເດີນທຸດົງ” ຂອງພະສົງ ໃຫ້ເປັນລະບຽບ

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ອອກແຈ້ງການ ເລກທີ 921/ຫສນຍ ລົງວັນທີ 9 ກໍລະກົດ 2026 ເຖິງ ປະທານສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ) ເພື່ອກຳນົດແນວທາງ ແລະ ຂັ້ນຕອນການຂໍອະນຸຍາດເດີນທຸດົງຂອງພະສົງ ໃຫ້ເປັນໄປຕາມລະບຽບ ແລະ ຖືກຕ້ອງຕາມກົດໝາຍ. ເອກະສານສະບັບນີ້ ໄດ້ຮັບການລົງທະບຽນຮັບຊາບຈາກສູນກາງ ອພສ ເລກທີ 410 ລົງວັນທີ 10 ກໍລະກົດ 2026.

ແຈ້ງການດັ່ງກ່າວ ອີງໃສ່ດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ຫສນຍ, ດຳລັດວ່າດ້ວຍການຄຸ້ມຄອງ ແລະ ປົກປ້ອງການເຄື່ອນໄຫວສາສະໜາ ຢູ່ ສປປ ລາວ ພ້ອມທັງທິດຊີ້ນຳຂອງທ່ານ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານຂົງເຂດວັດທະນະທຳ-ສັງຄົມ.

🔍 ກຳນົດ 4 ຂັ້ນຕອນ ການຂໍອະນຸຍາດເດີນທຸດົງ

1️⃣ ເດີນທຸດົງພາຍໃນເມືອງດຽວກັນ ຄະນະສົງທີ່ເດີນທຸດົງຈາກວັດໜຶ່ງໄປອີກວັດໜຶ່ງພາຍໃນເມືອງດຽວກັນ ຕ້ອງໄດ້ຮັບອະນຸຍາດຈາກຫ້ອງການຂັ້ນເມືອງ ຕາມການສະເໜີຂອງຕາແສງ ແລະ ການຢັ້ງຢືນຈາກອົງການປົກຄອງບ້ານ.

2️⃣ ເດີນທຸດົງຕ່າງເມືອງ ພາຍໃນແຂວງດຽວກັນ ການເດີນທຸດົງຂ້າມເມືອງ ແຕ່ຢູ່ໃນແຂວງດຽວກັນ ຕ້ອງໄດ້ຮັບອະນຸຍາດຈາກຫ້ອງການນະຄອນຫຼວງວຽງຈັນ ຫຼື ຫ້ອງການແຂວງ ຕາມການສະເໜີຂອງຫ້ອງການຂັ້ນເມືອງ.

3️⃣ ເດີນທຸດົງຕ່າງແຂວງ ແລະ ພະສົງຕ່າງປະເທດ ການເດີນທຸດົງຂ້າມແຂວງ ຫຼື ຄະນະພະສົງຈາກຕ່າງປະເທດ ທີ່ເຂົ້າມາເດີນທຸດົງໃນ ສປປ ລາວ ຫຼື ຜ່ານໄປປະເທດທີສາມ ຕ້ອງໄດ້ຮັບອະນຸຍາດຈາກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຕາມການສະເໜີຂອງ ອພສ ແລະ ອົງການປົກຄອງທ້ອງຖິ່ນ.

4️⃣ ການປະສານງານຈັດຕັ້ງປະຕິບັດ ໃຫ້ຫ້ອງການສູນກາງ ອພສ ປະສານງານກັບພາກສ່ວນການເຜີຍແຜ່ສີລະທຳ ແລະ ກຳມະຖານ ເພື່ອແນະນຳໃຫ້ອົງການພຸດທະສາສະໜາສຳພັນລາວໃນແຕ່ລະຂັ້ນ ປະສານສົມທົບກັບອົງການປົກຄອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອດຳເນີນການໃຫ້ເປັນໄປຕາມລະບຽບ.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles