ລະວັງໄພ! ຮູ້ທັນ 3 ປາກົດການໄຟໄໝ້ສຸດອັນຕະລາຍ ທີ່ຄວນຮູ້ໄວ້ເພື່ອເອົາຊີວິດລອດ

ໄຟໄໝ້ ຫຼື ອັກຄີໄພ ບໍ່ໄດ້ເປັນພຽງແຕ່ການລຸກລາມຂອງແປວໄຟທົ່ວໄປເທົ່ານັ້ນ ແຕ່ໃນທາງວິທະຍາສາດ ແລະ ພຶດຕິກຳຂອງໄຟ ມັນສາມາດແບ່ງອອກເປັນ 3 ປາກົດການເດັ່ນໆ ທີ່ມີລັກສະນະ, ກົນໄກ ແລະ ຄວາມຮຸນແຮງທີ່ແຕກຕ່າງກັນຢ່າງສິ້ນເຊີງ. ການເຂົ້າໃຈປາກົດການເຫຼົ່ານີ້ ຈະຊ່ວຍໃຫ້ເຮົາສາມາດປະເມີນສະຖານະການ ແລະ ເອົາຕົວລອດໄດ້ຢ່າງທັນທ່ວງທີ:

1. Rollover (ປາກົດການແປວໄຟແລ່ນລາມເທິງເພດານ)

ປາກົດການນີ້ຈະເກີດຂຶ້ນໃນ ໄລຍະທຳອິດຂອງການໄຟໄໝ້ ເມື່ອຄວັນໄຟ ແລະ ແກັສພິດທີ່ເກີດຈາກການເຜົາໄໝ້ລອຍຕົວຂຶ້ນໄປສະສົມຢູ່ບໍລິເວນດ້ານເທິງຂອງຫ້ອງ. ເມື່ອຄວັນ ແລະ ແກັສເຫຼົ່ານີ້ສະສົມຄວາມຮ້ອນຈົນເຖິງຈຸດຕິດໄຟ, ແປວໄຟກໍຈະເລີ່ມປາກົດ ແລະ ແລ່ນລາມໄປຕາມຝ້າເພດານຢ່າງວ່ອງໄວ ເຖິງແມ່ນວ່າສິ່ງຂອງ ຫຼື ວັດຖຸທີ່ຢູ່ເທິງພື້ນຫ້ອງຈະຍັງບໍ່ທັນຖືກໄຟໄໝ້ເລີຍກໍຕາມ.

2. Flashover (ປາກົດການທະເລເພີງສະຫຍອງ)

ນີ້ຄືຈຸດປ່ຽນຜ່ານທີ່ໜ້າຢ້ານກົວທີ່ສຸດ! ເມື່ອຄວາມຮ້ອນໃນຫ້ອງຖືກອັດແໜ້ນ ແລະ ເພີ່ມສູງຂຶ້ນຈົນເຖິງ ຈຸດເດືອດປະມານ 500-600 ອົງສາເຊ, ພະລັງງານຄວາມຮ້ອນມະຫາສານຈາກດ້ານເທິງຈະແຜ່ລັງສີລົງມາກົດທັບທຸກສິ່ງທຸກຢ່າງທີ່ຢູ່ໃນຫ້ອງ. ສົ່ງຜົນໃຫ້ວັດຖຸ ແລະ ສິ່ງຂອງທຸກຊິ້ນລຸກຕິດໄຟຂຶ້ນມາພ້ອມກັນໃນເສັ້ນວິນາທີ ເຮັດໃຫ້ສະພາບຫ້ອງທັງໝົດ ກາຍເປັນທະເລເພີງ ໃນທັນຕາ.

3. Backdraft (ປາກົດການລະເບີດຄວັນຍ້ອນກັບ) ຮ້າຍແຮງທີ່ສຸດ!

ປາກົດການນີ້ມີກົນໄກການເຮັດວຽກທີ່ແຕກຕ່າງໝູ່ ໂດຍຈະກໍ່ຕົວຂຶ້ນໃນ ຫ້ອງທີ່ຖືກປິດສະໜິດ ຈົນໄຟໄດ້ໃຊ້ອົກຊີແຊນ ໃນການເຜົາໄໝ້ໄປຈົນເກືອບໝົດ. ສິ່ງທີ່ເຫຼືອຖິ້ມໄວ້ມີພຽງແຕ່ຄວາມຮ້ອນຈັດ ແລະ ແກັສພິດທີ່ລໍຖ້າເວລາປະທຸ. ທັນທີທີ່ມີຄົນໄປເປີດປະຕູ ຫຼື ເຮັດໃຫ້ປ່ອງຢ້ຽມແຕກ, ອາກາດ ແລະ ອົກຊີແຊນຈາກພາຍນອກຈະພຸ່ງເຂົ້າໄປປະສົມກັບແກັສຮ້ອນຢ່າງສະຫງົບ ແລະ ເກີດການລະເບີດຢ່າງຮຸນແຮງທັນທີ.

💡5 ຂັ້ນຕອນເອົາຕົວລອດ ເມື່ອເກີດໄຟໄໝ້ໃນອາຄານ

1. ຕັ້ງສະຕິ ແລະ ປະເມີນປະຕູທາງອອກ

o ຫາກຕົກຢູ່ໃນຫ້ອງປິດ ຫ້າມຟ້າວເປີດປະຕູໃນທັນທີ.

o ໃຫ້ໃຊ້ ຫຼັງມື ແຕະເບິ່ງປະຕູ ຫຼື ລູກບິດກ່ອນ. ຖ້າຫາກມີຄວາມຮ້ອນສູງ ຫ້າມເປີດເດັດຂາດ ເພາະອາດກຳລັງເກີດສະພາວະ Backdraft (ລະເບີດຄວັນຍ້ອນກັບ) ຢູ່ພາຍໃນ. ໃຫ້ຊອກຫາທາງອອກອື່ນເຊັ່ນປ່ອງຢ້ຽມ ຫຼື ລະບຽງແທນ.

2. ໝອບລົງຕໍ່າ ແລະ ຄານໜີ (Stay Low and Crawl)

o ເພາະວ່າຄວັນໄຟ, ແກັສພິດ ແລະ ຄວາມຮ້ອນສູງ (ໂດຍສະເພາະໃນຊ່ວງ Rollover ແລະ Flashover) ຈະລອຍຕົວຂຶ້ນໄປສະສົມຢູ່ບໍລິເວນດ້ານເທິງຂອງຫ້ອງ.

oອາກາດບໍລິສຸດທີ່ພໍຈະຫາຍໃຈໄດ້ຈະຢູ່ບໍລິເວນ ພື້ນຫ້ອງ (ສູງບໍ່ເກີນ 30 ຊັງຕີແມັດ). ດັ່ງນັ້ນ ໃຫ້ໝອບລົງຕໍ່າ ຫຼື ຄານໄປກັບພື້ນເພື່ອຫຼີກລ່ຽງຄວັນພິດ.

3. ປົກປ້ອງລະບົບຫາຍໃຈ

o ໃຫ້ໃຊ້ຜ້າຊຸບນ້ຳ (ຖ້າມີ) ຫຼື ເສື້ອຜ້າທີ່ໃສ່ຢູ່ ມາປິດດັງ ແລະ ປາກ ເພື່ອຊ່ວຍຕອງຄວັນໄຟ ແລະ ຫຼຸດຜ່ອນການສູດດົມແກັສພິດເຂົ້າສູ່ຮ່າງກາຍ.

4. ຫ້າມໃຊ້ລິຟເດັດຂາດ

o ເມື່ອເກີດໄຟໄໝ້ ລະບົບໄຟຟ້າໃນອາຄານອາດຈະຖືກຕັດ ຫຼື ຂັດຂ້ອງ ເຮັດໃຫ້ຕິດຄ້າງຢູ່ພາຍໃນລິຟ ແລະ ຂາດອາກາດຫາຍໃຈໄດ້. ໃຫ້ໃຊ້ ຂັ້ນໄດໜີໄຟ ເທົ່ານັ້ນ.

5. ປິດປະຕູເພື່ອສະກັດໄຟ

o ໃນຂະນະທີ່ກຳລັງໜີອອກຈາກຫ້ອງ ຫຼື ອາຄານ, ຫາກຜ່ານປະຕູໃດໃຫ້ ປິດປະຕູຕາມຫຼັງທຸກຄັ້ງ (ແຕ່ບໍ່ຕ້ອງລັອກ). ການປິດປະຕູຈະຊ່ວຍຕັດການສະໜອງອົກຊີແຊນ ແລະ ຊ່ວຍຊະລໍການລຸກລາມຂອງໄຟບໍ່ໃຫ້ແຜ່ກະຈາຍໄປຍັງຫ້ອງອື່ນໆ ໄດ້ໄວເກີນໄປ.

ທີ່ມາ: BT Beartai, NFPA (National Fire Protection Association)

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles