ໃນວັນທີ 27 ເມສາ 2026 ທີ່ໂຮງແຮມ ດອນຈັນພາເລດ ນະຄອນຫຼວງວຽງຈັນ, ກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດພິທີມອບ-ຮັບລາງວັນຊະນະເລີດ ອັນດັບທີ I ໃຫ້ແກ່ນັກຮຽນເກັ່ງ ແຂວງຈຳປາສັກ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ນາງ ນວມຄຳ ຈັນທະບູລີ ຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ໄດ້ລາຍງານວ່າ: ການສອບເສັງແຂ່ງຂັນນັກຮຽນເກັ່ງລະດັບຊາດ ຊັ້ນມັດທະຍົມສຶກສາ ປະຈໍາສົກຮຽນ 2025-2026 ໄດ້ຈັດຕັ້ງປະຕິບັດໃນວັນທີ 20-24 ເມສາ 2026 ແລະ ໄດ້ຈັດພິທີປະກາດຜົນມອບ-ຮັບລາງວັນ ການສອບເສັງແຂ່ງຂັນນັກຮຽນເກັ່ງ ລະດັບຊາດ ຊັ້ນມັດທະຍົມສຶກສາ ປະຈໍາສົກຮຽນ 2025-2026 ໃນວັນທີ 24 ເມສາ 2026. ມາຮອດວັນທີ 27 ເມສາ 2024 ກະຊວງສຶກສາທິການ ແລະ ກິລາ ໄດ້ປະກາດລາງວັນ ເພີ່ມຕື່ມອີກ 1 ລາງວັນ ເຫດຜົນແມ່ນເນື່ອງຈາກມີການບັນທຶກເຂົ້າຄະແນນຂອງຄະນະກຳມະການ ບັນທຶກຄະແນນລົງໃນຟອມຜິດພາດ.
ເພື່ອເຮັດໃຫ້ຜູ້ກ່ຽວໄດ້ຮັບຄວາມຍຸຕິທໍາ ກົມສາມັນສຶກສາ ສສກ ຈຶ່ງໄດ້ດຳເນີນການກວດກາຄືນ ນຳຄະນະກຳມະການຮັບຜິດຊອບກວດບົດ (ເຈ້ຍຄຳຕອບ) ໃນວິຊາດັ່ງກ່າວ ແລະ ເຫັນໄດ້ວ່າ ຄະແນນຂອງ ທ້າວ ພອນພະສິດ ບົວລະວົງ ນັກຮຽນ ຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ຈາກແຂວງຈຳປາສັກ ໄດ້ຕິດອັນດັບ I ວິຊາຄະນິດສາດ.
ສະນັ້ນ, ຈຶ່ງໄດ້ມີການຄົ້ນຄວ້າພິຈາລະນາຮັບຮອງຜູ້ກ່ຽວເປັນນັກຮຽນເກັ່ງລະດັບຊາດ ໃນສົກຮຽນ 2025-2026 ປະເພດທີ I ວິຊາ ຄະນິດສາດ ຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ພ້ອມທັງສະເໜີໃຫ້ໄດ້ຮັບຫລຽນຄໍາ ແລະ ເງິນລາງວັນຕາມຈໍານວນທີ່ນັກສອບເສັງຄົນອື່ນໄດ້ຮັບໃນປະເພດດຽວກັນ ແລະ ໄດ້ອອກຂໍ້ຕົກລົງຄືນໃໝ່ ເພື່ອປ່ຽນແທນສະບັບເລກທີ1890/ສສກ, ລົງວັນທີ 23 ເມສາ 2026.
ເຊິ່ງໃນຂໍ້ຕົກລົງ ໄດ້ເຫັນດີຮັບຮອງເອົານັກຮຽນ ເກັ່ງຊັ້ນມັດທະຍົມສຶກສາ (ມ.4 ແລະ ມ.7) ລະດັບຊາດ ຈໍານວນ 26 ຄົນ ທີ່ມີຜົນງານດີເດັ່ນ ໃນການເຂົ້າຮ່ວມສອບເສັງແຂ່ງຂັນນັກຮຽນເກັ່ງຊັ້ນມັດທະຍົມສຶກສາ (ມ.4 ແລະ ມ.7) ລະດັບຊາດ ປະຈຳສົກຮຽນ 2025-2026 ທີ່ສາມາດຍາດໄດ້ຄະແນນດີເລີດອັນດັບທີ 1, 2, 3 ທີ່ນະຄອນຫລວງວຽງຈັນ, ຄັ້ງວັນທີ 20-24 ເມສາ 2026. ສະນັ້ນ, ກະຊວງສຶກສາທິການ ແລະ ກິລາ ຈຶ່ງໄດ້ຈັດພິທີປະກາດມອບລາງວັນໃຫ້ຜູ້ກ່ຽວໃນຄັ້ງນີ້.
ທີ່ມາ: ຂ່າວສຶກສາ, ວິທະຍາສາດ ແລະ ກິລາ

