ຫຼາຍຄົນອາດຈະຄິດວ່າ PM 2.5 ອັນຕະລາຍພຽງແຕ່ຕໍ່ລະບົບທາງເດີນຫາຍໃຈ, ແຕ່ຄວາມຈິງແລ້ວ ນັກວິຊາການດ້ານການແພດໄດ້ເຕືອນວ່າ: “ຜິວໜັງ” ຄືດ່ານໜ້າທີ່ຕ້ອງປະເຊີນກັບມົນລະພາວະເຫຼົ່ານີ້ໂດຍກົງ ແລະ ມັນເປັນໄພງຽບທີ່ທຳຮ້າຍຄວາມງາມຂອງທ່ານຢ່າງຮຸນແຮງ.
ຝຸ່ນຂະໜາດນ້ອຍ ເຂົ້າສູ່ຜິວໜັງໄດ້ແນວໃດ?
ຂໍ້ມູນຈາກກົມການແພດລະບຸວ່າ ຝຸ່ນ PM 2.5 ມີຂະໜາດນ້ອຍຫຼາຍຈົນສາມາດ:
1. ຊຶມເຂົ້າໂດຍກົງ: ຜ່ານຮູຂຸມຂົນ ຫຼື ບໍລິເວນຜິວໜັງທີ່ມີບາດແຜ ແລະ ຜິວທີ່ບໍ່ແຂງແຮງ.
2. ເປັນພາຫະນະນຳພາສານພິດ: ມັນຈະຈັບຕົວກັບສານເຄມີ ແລະ ໂລຫະໜັກ ແລ້ວນຳພາເຂົ້າສູ່ຈຸລັງຜິວໜັງ, ເຮັດໃຫ້ກົນໄກການປ້ອງກັນ ແລະ ການຊ້ອມແຊມຜິວໜັງເຮັດວຽກຜິດປົກກະຕິ.
ຜົນກະທົບທີ່ທ່ານຕ້ອງລະວັງ
ການສຳຜັດກັບຝຸ່ນເປັນເວລາດົນນານ ບໍ່ໄດ້ເຮັດໃຫ້ຄັນເທົ່ານັ້ນ ແຕ່ຍັງສົ່ງຜົນດັ່ງນີ້:
1. ຜິວແກ່ກ່ອນໄວ: ເຮັດໃຫ້ເກີດຮອຍເລິກບໍລິເວນຮ່ອງແກ້ມ ແລະ ຈຸດດ່າງດຳເທິງໃບໜ້າເພີ່ມຂຶ້ນ (ຄ້າຍຄືກັບຜົນກະທົບຈາກແສງແດດ ແລະ ການສູບຢາ).
2. ອາການອັກເສບຮຸນແຮງ: ກະຕຸ້ນໃຫ້ເກີດຜື່ນຄັນ, ຜິວໜັງອັກເສບ ແລະ ເຮັດໃຫ້ຜູ້ທີ່ມີໂລກປະຈຳຕົວທາງຜິວໜັງ (ເຊັ່ນ: ໂລກພູມແພ້ຜິວໜັງ) ມີອາການໜັກກວ່າເກົ່າ.
ວິທີປ້ອງກັນ ແລະ ດູແລຜິວເບື້ອງຕົ້ນ
ສະຖາບັນໂລກຜິວໜັງໄດ້ແນະນຳວິທີຮັບມືງ່າຍໆ ດັ່ງນີ້:
1. ຫຼີກລ່ຽງການສຳຜັດ: ພະຍາຍາມປົກປິດຜິວໜັງໃຫ້ມິດຊິດເມື່ອຕ້ອງອອກໄປບ່ອນທີ່ມີຝຸ່ນຫຼາຍ.
2. ຫາກມີອາການຄັນ ຫ້າມເກົາເພາະຈະເຮັດໃຫ້ຜິວອັກເສບຫຼາຍຂຶ້ນ.
3. ເຮັດຄວາມສະອາດຢ່າງອ່ອນໂຍນ: ໃຊ້ສະບູ່ທີ່ມີສູດອ່ອນໂຍນ ແລະ ທາຄີມບຳລຸງຜິວຢ່າງສະໝ່ຳສະເໝີ ເພື່ອສ້າງເກາະປ້ອງກັນໃຫ້ຜິວ.
4. ການໃຊ້ຢາ: ສາມາດກິນຢາແກ້ແພ້ ເພື່ອຫຼຸດອາການຄັນ. ແຕ່ສຳລັບຢາທາສະເຕຍລອຍ (Steroid) ແມ່ນຕ້ອງຢູ່ພາຍໃຕ້ການແນະນຳຂອງແພດ ຫຼື ເພສັຊເທົ່ານັ້ນ
ຄຳແນະນຳ: ຫາກທ່ານພົບວ່າຜື່ນຄັນເລີ່ມລາມ ຫຼື ມີອາການອັກເສບຫຼາຍຂຶ້ນ ຄວນຟ້າວໄປປຶກສາແພດຊ່ຽວຊານດ້ານຜິວໜັງເພື່ອຮັບການຮັກສາທີ່ຖືກຕ້ອງ. ຢ່າປ່ອຍໃຫ້ຝຸ່ນຂະໜາດນ້ອຍ ກາຍເປັນບັນຫາໃຫຍ່ຂອງຜິວໜັງທ່ານ.
ແຫຼ່ງຂໍ້ມູນອ້າງອີງ: ກົມການແພດ ແລະ ສະຖາບັນພະຍາດຜິວໜັງ (ປະເທດໄທ).

