ແຈ້ງທຶນການສຶກສາ ລະດັບປະລິນຍາຕີ ແລະ ມັດທະຍົມຕອນປາຍ (ມ 5) ຂອງລັດຖະບານ ສສ. ຫວຽດນາມ ສໍາລັບປີ 2026

ຫ້ອງການ ກະຊວງສຶກສາທິການ ແລະ ກິລາ ຂໍຖືເປັນກຽດແຈ້ງມາຍັງທຸກພາກສ່ວນ ທົ່ວປວງຊົນຊາບວ່າ: ລັດຖະບານ ແຫ່ງ ສສ. ຫວຽດນາມ ມອບທຶນການສຶກສາແກ່ພົນລະເມືອງລາວ ຜູ້ທີ່ມີຄວາມສົນໃຈໄປສຶກສາຕໍ່ໃນ ສສ. ຫວຽດນາມ ປະຈໍາປີ 2026, ໃນລະດັບປະລິນຍາຕີ ຈໍານວນ 116 ທຶນ ແລະ ລະດັບມັດທະຍົມຕອນປາຍ(ມ5) ຈໍານວນ 60 ທຶນ, (ຫຼັກສູດການຮຽນ-ການສອນເປັນພາສາຫວຽດ ແລະ ມີປະລິນຍາຕີ ມີທັງຫຼັກສູດການຮຽນການ ສອນເປັນພາສາອັງກິດ. ເປີດຮັບຜູ້ທີ່ມີຈຸດປະສົງຢາກໄປສຶກສາຕໍ່ປະເທດດັ່ງກ່າວ ຕາມຂະແຫນງການ (ວິຊາຮຽນ) ທີ່ ຄັດຕິດມາພ້ອມນີ້.

I. ນະໂຍບາຍທີ່ລັດຖະບານ ສສ. ຫວຽດນາມຊ່ວຍເຫຼືອ

ຄ່າເດີນທາງໄປ-ກັບລະຫວ່າງປະເທດ, ຄ່າຮຽນ, ເບ້ຍລ້ຽງປະຈໍາເດືອນ, ທີ່ພັກ, ຄ່າປະກັນສຸຂະພາບ ແລະ ຄ່າຮຽນກຽມພາສາຫວຽດຢູ່ ສປປ ລາວ ກ່ອນການເດີນທາງ.

II. ເງື່ອນໄຂຂອງຜູ້ສະຫມັກ

ເປັນຄົນລາວ ຖືສັນຊາດລາວ, ມີຄຸນສົມບັດດີ, ຊີວະປະຫວັດຈະແຈ້ງ ແລະ ສຸຂະພາບແຂງແຮງດີ;

ຜູ້ສະຫມັກຊັ້ນລະດັບ ປະລີນຍາຕີ ອາຍຸບໍ່ໃຫ້ເກີນ 35 ປີ;

ຜູ້ສະຫມັກລະດັບ ມັດທະຍົມຕອນປາຍ ໃຫ້ສໍາເນົາໃບປະກາສະນິຍະບັດ ແລະ ໃບຄະແນນ ທີ່ຈົບ ມັດທະຍົມຕອນຕົ້ນ ຄະແນນສະເລ່ຍ 7/10 ຂຶ້ນໄປ, ກໍລະນີນັກຮຽນທີ່ກຽມຈະຈົບມັດທະຍົມຕອນຕົ້ນ (ມ.4) ຈະສືບຕໍ່ຮຽນ ມ.5 ຕ້ອງມີໃບຢັ້ງຢືນການເປັນນັກຮຽນຈາກໂຮງຮຽນທີ່ຜູ້ກ່ຽວຈະຈົບໃນປີ 2026 ແລະ ສໍາເນົາປຶ້ມຕິດຕາມການຮຽນ ຊັ້ນ ມ.1, ມ.2, ມ.3 ແລະ ຄະແນນເສັງພາກຮຽນທີ 1 ຂອງ ມ.4 ຄັດຕິດມາພ້ອມ;

ຜູ້ສະຫມັກລະດັບ ປະລິນຍາຕີ ໃຫ້ສໍາເນົາໃບປະກາສະນິຍະບັດ ແລະ ໃບຄະແນນ ທີ່ຈົບມັດທະຍົມຕອນ ປາຍ ຄະແນນສະເລ່ຍ 7/10 ຂຶ້ນໄປ, ກໍລະນີນັກຮຽນທີ່ກຽມຈະຈົບມັດທະຍົມຕອນປາຍ (ມ.7) ຈະສະ ຫມັກຮຽນຕໍ່ໃນ ລະດັບປະລິນຍາຕີ ຕ້ອງມີໃບຢັ້ງຢືນການເປັນນັກຮຽນຈາກໂຮງຮຽນທີ່ຜູ້ກ່ຽວຈະຈົບໃນປີ 2026 ແລະ ສໍາເນົາປື້ມຕິດຕາມການຮຽນ ຊັ້ນ ມ.5, ມ.6 ແລະ ຄະແນນເສັງພາກຮຽນທີ 1 ຂອງ ມ.7 ຄັດຕິດມາພ້ອມ;

ຜູ້ທີ່ຮູ້ພາສາຫວຽດ (ຮຽນຈົບມາຈາກ ສສ. ຫວຽດນາມ ຈະໄດ້ຮັບບຸລິມະສິດພິເສດ);

ຜູ້ທີ່ສະຫມັກຮຽນລະດັບປະລິນຍາຕີ ຫຼັກສູດພາສາອັງກິດຕ້ອງມີຄະແນນ IELTS 5,5 ຂຶ້ນໄປ.

III. ວິທີສະຫມັກ

ຜູ້ສົນໃຈສະຫມັກໃຫ້ໄປພົວພັນ, ສອບຖາມຂໍ້ມູນລາຍລະອຽດ ແລະ ແບບຟອມສະຫມັກ ຢູ່ທີ່ກົມກິດຈະການ ນັກສຶກສາ ກະຊວງສຶກສາທິການ ແລະ ກິລາ (ເຂດສະຫນາມກິລາເຈົ້າອານຸວົງ) ແລະ ຕິດຕໍ່ສອບຖາມຂໍ້ມູນໄດ້ທີ່ສູນບໍລິການນັກສຶກສາຕາມ ເບີໂທລະສັບ: 021 255 035 ພາຍຫຼັງປະກອບເອກະສານຄົບຖ້ວນແລ້ວສົ່ງມາຍັງພະແນກຄຸ້ມຄອງທຶນການສຶກສາ ແລະ ນັກສຶກສາ ຫ້ອງ 107-108 ຕາມໂມງລັດຖະການ ກ່ອນວັນວັນສຸກ ວັນທີ 03 ເມສາ 2026 ເປັນມື້ປິດຮັບສະຫມັກ.

ສາມາດດາວໂຫຼດເອົາແບບຟອມທີ່ ເວັບໄຊຂອງກົມ: www.moes.dsa.edu.la

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles