ນາຍົກໃຫ້ຄົ້ນຄວ້າ ເພິ່ມເສັ້ນທາງ BRT ໄປຮອດສະໜາມບິນ ແລະ ສາຖານີລົດໄຟ

ອີງຕາມ​​ໜັງສືຄຳ​ສັ່ງ​ ຂອງນາຍົກ​ລັດຖະມົນຕີ​ ແຫ່ງ​ ສປປ​ ລາວ​ ສະບັບເລກທີ 40/ນຍ, ລົງວັນທີ 13​ ມີນາ​ 2026,​ ວ່າດ້ວຍການເພີ່ມທະວີແກ້ໄຂບັນຫາຜົນກະທົບຈາກລາຄານໍ້າມັນເຊື້ອໄຟ.​

ໂດຍສະເພາະໃນຂໍ້ທີ 3 ຂອງຄຳສັ່ງດັ່ງກ່າວ ໄດ້ລະບຸວ່າ: ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ເປັນເຈົ້າການສົມທົບກັບຂະແໜງການກ່ຽວຂ້ອງຂັ້ນສູນກາງ, ຄະນະກຳມະການປົກຄອງທ້ອງຖິ່ນ ແລະ ພາກສ່ວນຕ່າງໆ ຈັດຕັ້ງປະຕິບັດ ດັ່ງນີ້:

3.1 ສົມທົບກັບອົງການປົກຄອງນະຄອນຫຼວງວຽງຈັນ ຄົ້ນຄວ້າເຊື່ອມຕໍ່ໂຄງການລົດ BRT ໃຫ້ເຂົ້າເຖິງສະຖານີລົດໄຟ ແລະ ສະໜາມບິນ ໂດຍກຳນົດຈຸດດັ່ງກ່າວ ເປັນບ່ອນຂຶ້ນ-ລົງລົດ ເພື່ອຫຼຸດຜ່ອນການແອອັດຂອງລົດ ໄປຮັບ-ໄປສົ່ງ ຜູ້ໂດຍສານ, ໃຫ້ລົດນໍາໃຊ້ໂດຍສານສາທາລະນະ ໂດຍສະເພາະ ແມ່ນລົດຂົນສົ່ງ BRT ໃຫ້ຫຼາຍຂຶ້ນ; ສະຖານທີ່ຈອດລົດທີ່ແອອັດ ແມ່ນໃຫ້ສິດລົດໄຟຟ້າ ໃນການຈອດກ່ອນ ລົດທີ່ນໍາໃຊ້ນໍ້າມັນເຊື້ອໄຟ;

3.2 ໃຫ້ຄົ້ນຄວ້າ, ປັບປຸງ, ຄ່າທໍານຽມ ແລະ ຄ່າບໍລິການ ຕາມລັດຖະບັນຍັດ ສະບັບເລກທີ 002/ປປທ ທີ່ຕິດພັນກັບຂະບວນການຂຶ້ນທະບຽນ ແລະ ຂົນສົ່ງທາງບົກ, ໃຫ້ຫຼຸດຄ່າທໍານຽມ ແລະ ຄ່າບໍລິການຂອງຍານພາຫະນະ ໄຟຟ້າລົງ 30% ໂດຍເພີ່ມ 30% ຂອງຄ່າທໍານຽມ ແລະ ຄ່າບໍລິການດັ່ງກ່າວ ກັບຍານພາຫະນະທີ່ນໍາໃຊ້ນໍ້າມັນເຊື້ອໄຟ, ນອກຈາກນັ້ນ, ໃຫ້ຄົ້ນຄວ້ານະໂຍບາຍຄ່າບໍລິການຈອດລົດຕາມແຄມທາງ ແລະ ນອກເສັ້ນທາງ ສໍາລັບຍານພາຫະນະໄຟຟ້າ ຢ່າງເໝາະສົມ;

3.3 ໃຫ້ສົມທົບກັບຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ, ບັນດາແຂວງ ຂຶ້ນແຜນຄວາມຕ້ອງການນໍາ ໃຊ້ນໍ້າມັນເຊື້ອໄຟ ຂອງບັນດາບໍລິສັດ ກໍ່ສ້າງພື້ນຖານໂຄງລ່າງ ໃຫ້ຮູ້ຈໍານວນ ແລະ ປະເພດນໍ້າມັນເຊື້ອໄຟ ລະອຽດ ເພື່ອຄົ້ນຄວ້າດຸ່ນດ່ຽງ ໃຫ້ໂຄງການໄດ້ຮັບການຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ.

Lao Youth​ Radio​ FM​ 90​ MHz

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles