ນາຍົກ ສັ່ງໃຫ້ຄົ້ນຄວ້າປ່ຽນລົດລັດທີ່ນຳໃຊ້ນ້ຳມັນ ມາໃຊ້ລົດໄຟຟ້າແທນ

ອີງຕາມ​​ໜັງສືຄຳ​ສັ່ງ​ ຂອງນາຍົກ​ລັດຖະມົນຕີ​ ແຫ່ງ​ ສປປ​ ລາວ​ ສະບັບເລກທີ 40/ນຍ, ລົງວັນທີ 13​ ມີນາ​ 2026,​ ວ່າດ້ວຍການເພີ່ມທະວີແກ້ໄຂບັນຫາຜົນກະທົບຈາກລາຄານໍ້າມັນເຊື້ອໄຟ.​

ໂດຍສະເພາະໃນຂໍ້ທີ 4 ຂອງຄຳສັ່ງດັ່ງກ່າວ ໄດ້ລະບຸວ່າ: ໃຫ້ກະຊວງການເງິນ ເປັນເຈົ້າການສົມທົບກັບຂະແໜງການກ່ຽວຂ້ອງຂັ້ນສູນກາງ, ຄະນະກຳມະການປົກຄອງ ທ້ອງຖິ່ນ ແລະ ພາກສ່ວນຕ່າງໆ ຈັດຕັ້ງປະຕິບັດ ດັ່ງນີ້:

4.1 ຄົ້ນຄວ້າປັບປຸງອັດຕາອາກອນຊົມໃຊ້ (ອກຊ) ສໍາລັບພາຫະນະ ທີ່ນໍາໃຊ້ນໍ້າມັນເຊື້ອໄຟ ໂດຍປັບປຸງເພີ່ມອັດຕາອາກອນຊົມໃຊ້ຂຶ້ນຕາມຄວາມເໝາະສົມ ຂອງທຸກປະເພດພາຫະນະທີ່ນໍາໃຊ້ນໍາມັນເຊື້ອໄຟ ເພື່ອຊຸກຍູ້ໃຫ້ປະຊາຊົນຫັນມານໍາໃຊ້ລົດໄຟຟ້າ;

4.2 ຄົ້ນຄວ້າປັບປຸງຂອດໃນການນໍາເຂົ້າລົດໄຟຟ້າ ໃຫ້ກະທັດຮັດ ທັງຫຼຸດຜ່ອນຄ່າໃຊ້ຈ່າຍທີ່ບໍ່ຈໍາເປັນສໍາລັບການນໍາເຂົ້າລົດໄຟຟ້າລົງ ເພື່ອເປັນການສົ່ງເສີມການນໍາໃຊ້ລົດໄຟຟ້າ ໃຫ້ແຂງແຮງກວ່າເກົ່າ ຕາມທີ່ກຳນົດໄວ້ໃນມະຕິກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນ ມັງກອນ ແລະ ກຸມພາ 2026 ສະບັບເລກທີ 03/ລບ, ລົງ ວັນທີ 10 ມີນາ 2026;

4.3 ສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອຫັນປ່ຽນການນໍາໃຊ້ລົດບໍລິຫານລັດ ທີ່ນໍາໃຊ້ນໍ້າມັນເຊື້ອໄຟ ມາເປັນລົດທີ່ນໍາໃຊ້ພະລັງງານໄຟຟ້າ ຫຼື ພະລັງງານທົດແທນ ພ້ອມທັງຈຳກັດ ການຊື້ພາຫະນະທີ່ນໍາໃຊ້ນໍ້າມັນເຊື້ອໄຟ ທີ່ບໍ່ຈໍາເປັນມາຮັບໃຊ້ວຽກບໍລິຫານ ເພື່ອເປັນແບບຢ່າງ ແລະ ຫຼຸດຜ່ອນງົບປະມານເບີກຈ່າຍຄ່ານໍ້າມັນເຊື້ອໄຟໃນໄລຍະຍາວ;

4.4 ສົມທົບກັບ ຄະນະກຳມະການປົກຄອງທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ລົບລ້າງ, ຢຸດຕິການຈັດເກັບອາກອນ ລັກສະນະມອບເໝົາ ແລະ ເກັບຮູບແບບອື່ນໆ ທີ່ບໍ່ສອດຄ່ອງຕາມລະບຽບກົດໝາຍ, ໂດຍໃຫ້ຮີບຮ້ອນຄົ້ນຄວ້າ ອອກຄໍາແນະນໍາ ລະອຽດກ່ຽວກັບການຈັດເກັບພັນທະຕິດພັນກັບກິດຈະການຂົນສົ່ງສິນຄ້າພາຍໃນ ແລະ ຕ່າງປະເທດ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ ແລະ ປະຕິບັດໃນຂອບເຂດທົ່ວປະເທດ, ຫຼີກລ່ຽງການຈັດເກັບອາ ກອນຊໍ້າຊ້ອນ, ການຕັ້ງຈຸດເກັບ ຫຼື ເກັບແບບມອບເໝົາ ທີ່ສ້າງຄວາມຫຍຸ້ງຍາກ ແລະ ເພີ່ມຕົ້ນທຶນການບໍລິການ ເພື່ອເປັນການສົ່ງເສີມ ແລະ ອໍານວຍຄວາມສະດວກໃຫ້ ສັງຄົມ ແລະ ຜູ້ປະກອບການ;

4.5 ສົມທົບກັບຂະແໜງການທີ່ກ່ຽວຂ້ອງ ຕີລາຄາເພື່ອປະເມີນຜົນກະທົບຈາກວິກິດການດ້ານພະລັງງານຂອງໂລກຕໍ່ ການຂະຫຍາຍຕົວຂອງເສດຖະກິດແຫ່ງຊາດ ແລະ ສະຖຽນລະພາບດ້ານເສດຖະກິດມະຫາພາກ ເພື່ອຮັບປະກັນ ໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ບັນລຸຕາມແຜນ.

Lao Youth​ Radio​ FM​ 90​ MHz

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles