ເປັນຫຍັງ ໄວໜຸ່ມ ຈຶ່ງມັກນອນຕື່ນສວຍ

ເຄີຍສົງໄສບໍ່? ເປັນຫຍັງຕອນກາງຄືນພັດຕາແຈ້ງ ແຕ່ຕອນເຊົ້າພັດຢາກນອນຕໍ່ຈົນແສງຕາເວັນສ່ອງ? ຫຼາຍຄົນອາດຈະຖືກຜູ້ໃຫຍ່ຈົ່ມວ່າ “ນອນກິນບ້ານກິນເມືອງ”. ແຕ່ຄວາມຈິງແລ້ວ… ວິທະຍາສາດມີຄຳຕອບທີ່ຄາດບໍ່ເຖິງ.

1. ສະໝອງໄວໜຸ່ມ “ຖືກຕັ້ງເວລາໃໝ່”

ໃນຮ່າງກາຍຂອງມະນຸດມີຮໍໂມນທີ່ຊື່ວ່າ ເມລາໂທນິນ (Melatonin) ເຊິ່ງເປັນຕົວສັ່ງໃຫ້ເຮົາ “ງ່ວງນອນ”.

• ເດັກນ້ອຍ ແລະ ຜູ້ໃຫຍ່: ຮໍໂມນນີ້ຈະເລີ່ມເຮັດວຽກຕັ້ງແຕ່ຫົວຄໍ່າ.

• ໄວໜຸ່ມ: ໂມງຊີວະພາບຈະ “ເລື່ອນ” ອອກໄປປະມານ 2 ຊົ່ວໂມງ ໝາຍຄວາມວ່າຮ່າງກາຍຂອງໄວໜຸ່ມຈະບໍ່ຮູ້ສຶກງ່ວງຈົນກວ່າຈະຮອດເວລາ 11 ໂມງກາງຄືນ ຫຼື ເດິກກວ່ານັ້ນ. ນີ້ຄືເຫດຜົນທີ່ວ່າເປັນຫຍັງການບັງຄັບໃຫ້ໄວໜຸ່ມນອນຕອນ 9 ໂມງ ກາຍເປັນເລື່ອງທີ່ຍາກທີ່ສຸດ.

2. ການຕື່ນເຊົ້າໄປໂຮງຮຽນ ຄື “ການຝືນທຳມະຊາດ”

ເນື່ອງຈາກຮໍໂມນເມລາໂທນິນໃນໄວໜຸ່ມຈະຢຸດເຮັດວຽກຊ້າກວ່າປົກກະຕິ. ເມື່ອຕ້ອງຕື່ນເຊົ້າໄປໂຮງຮຽນໃນຂະນະທີ່ຮໍໂມນຍັງຄ້າງຢູ່ໃນສະໝອງ ມັນຈຶ່ງເຮັດໃຫ້ໄວໜຸ່ມຮູ້ສຶກ “ຊຶມໆ” ແລະ ບໍ່ສົດຊື່ນ.

ການຕື່ນນອນຕອນ 7 ໂມງເຊົ້າຂອງໄວໜຸ່ມ ມີຄວາມຮູ້ສຶກທໍລະມານເທົ່າກັບການຕື່ນຕອນ 4 ໂມງເຊົ້າຂອງຜູ້ໃຫຍ່ເລີຍກໍວ່າໄດ້.

3. ວົງຈອນ “ການນອນໃຊ້ໜີ້”

ມື້ທຳມະດາຕ້ອງຕື່ນເຊົ້າໆທັງທີ່ນອນບໍ່ພໍ (ໄວໜຸ່ມຕ້ອງການການນອນ 8-10 ຊົ່ວໂມງ) ຮ່າງກາຍຈຶ່ງເກີດສະພາວະ “ຂາດທຶນການນອນ”. ດັ່ງນັ້ນ, ໃນມື້ພັກຜ່ອນ ວັນເສົາ-ອາທິດ, ໄວໜຸ່ມຈຶ່ງມັກນອນຕື່ນສວາຍແບບ “ຈັດເຕັມ” ເພື່ອໃຊ້ໜີ້ການນອນທີ່ສະສົມມາທັງອາທິດນັ້ນເອງ.

4. “ແສງສີຟ້າ” ຕົວການຮ້າຍທີ່ເຮັດໃຫ້ນອນເດິກກວ່າເກົ່າ

ນອກຈາກເລື່ອງທຳມະຊາດແລ້ວ ແສງສີຟ້າຈາກໜ້າຈໍມືຖື ຫຼື ຄອມພິວເຕີ ຍັງໄປຫຼອກສະໝອງວ່າ “ຕອນນີ້ຍັງເວັນຢູ່”. ມັນຈຶ່ງໄປຢັບຢັ້ງການຫຼັ່ງເມລາໂທນິນ ເຮັດໃຫ້ຈາກທີ່ຄວນຈະງ່ວງຕອນ 11 ໂມງ ກາຍເປັນຕາແຈ້ງໄປຮອດ 1-2 ເຊົ້າ ແບບບໍ່ຮູ້ຕົວ.

ສະຫຼຸບແລ້ວ:

ການນອນຕື່ນສວາຍຂອງໄວໜຸ່ມ ບໍ່ແມ່ນເລື່ອງຂອງນິດໄສສະເໝີໄປ ແຕ່ເປັນເລື່ອງຂອງ ຊີວະວິທະຍາ ທີ່ກຳລັງພັດທະນາ. ຢ່າງໃດກໍຕາມ, ການປັບສະພາບແວດລ້ອມໃຫ້ເໝາະສົມເຊັ່ນ: ການວາງໂທລະສັບກ່ອນນອນ 1 ຊົ່ວໂມງ ກໍຈະຊ່ວຍໃຫ້ຮ່າງກາຍໄດ້ພັກຜ່ອນເຕັມທີ່ ແລະ ມີພະລັງໃນມື້ຕໍ່ໄປ.

ທີ່ມາ: National Sleep Foundation (NSF)

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles