ອິນໂດເນເຊຍສັ່ງ “ແບນ” ໂຊຊຽວມີເດຍ ສຳລັບເດັກອາຍຸຕ່ຳກວ່າ 16 ປີ ຫ້າມຫຼິ້ນເດັດຂາດ ເລີ່ມ 28 ມີນານີ້

ຖືເປັນການເຄື່ອນໄຫວຄັ້ງໃຫຍ່ລະດັບໂລກ ເມື່ອລັດຖະບານອິນໂດເນເຊຍປະກາດມາດຕະການທີ່ເຂັ້ມງວດທີ່ສຸດ ເພື່ອປົກປ້ອງເຍົາວະຊົນຈາກໄພອອນລາຍ ໂດຍການສັ່ງລະງັບບັນຊີໂຊຊຽວມີເດຍທຸກປະເພດຂອງເດັກທີ່ມີອາຍຸຕ່ຳກວ່າ 16 ປີ ເຊິ່ງຈະມີຜົນບັງຄັບໃຊ້ຢ່າງເປັນທາງການໃນວັນທີ 28 ມີນາ 2026 ນີ້ແລ້ວ.

ແພລດຟອມໃດແດ່ທີ່ຈະຖືກ “ປິດ”?

ທ່ານນາງ ມຸດຍາ ຮາຟິດ (Meutya Hafid) ລັດຖະມົນຕີກະຊວງການສື່ສານ ແລະ ດິຈິຕອນ ລະບຸລາຍຊື່ແອັບຍອດຮິດທີ່ໄວລຸ້ນມັກຫຼິ້ນ ເຊິ່ງມີຄວາມສ່ຽງສູງ ແລະ ຈະຖືກລະງັບບັນຊີຂອງເດັກນ້ອຍ ມີດັ່ງນີ້:

1. YouTube, TikTok

2. Facebook, Instagram, Threads, X

3. Roblox, Bigo Live

ເປັນຫຍັງຕ້ອງ “ແບນ” ໃຫ້ເດັດຂາດ?

ລັດຖະບານອິນໂດເນເຊຍໃຫ້ເຫດຜົນວ່າ ເດັກນ້ອຍໃນປັດຈຸບັນພວມປະເຊີນກັບໄພຄຸກຄາມທີ່ຮຸນແຮງຂຶ້ນທຸກມື້:

1. ສື່ລາມົກອານາຈານ: ຂໍ້ມູນຈາກ Unicef ພົບວ່າເດັກເກືອບເຄິ່ງໜຶ່ງເຄີຍເຫັນສື່ລາມົກທາງອອນລາຍ.

2. ການກັ່ນແກ້ງ (Cyberbullying): ເຮັດໃຫ້ເກີດບັນຫາທາງສຸຂະພາບຈິດ.

3. ການຫຼອກລວງອອນລາຍ: ທີ່ນັບມື້ນັບແນບນຽນ.

4. ບັນຫາການຕິດໂຊຊຽວ: ເຊິ່ງເປັນສິ່ງທີ່ໜ້າກັງວົນທີ່ສຸດໃນຍຸກນີ້.

“ລັດຖະບານກຳລັງກ້າວເຂົ້າມາຊ່ວຍເຫຼືອ ເພື່ອບໍ່ໃຫ້ພໍ່ແມ່ຕ້ອງຕໍ່ສູ້ກັບບໍລິສັດຍັກໃຫຍ່ທີ່ຂັບເຄື່ອນດ້ວຍ Algorithm ພຽງລຳພັງອີກຕໍ່ໄປ” ທ່ານນາງ ມຸດຍາ ຮາຟິດ ກ່າວ.

ເທຣນຂອງໂລກ: ຄວາມປອດໄພມາກ່ອນເສລີພາບ?

ອິນໂດເນເຊຍ ຖືເປັນປະເທດທຳອິດນອກກຸ່ມປະເທດຕາເວັນຕົກ ທີ່ກ້າໃຊ້ມາດຕະການນີ້ ຕາມຫຼັງ ອົດສະຕຣາລີ ທີ່ໄດ້ເລີ່ມໃຊ້ໄປແລ້ວໃນເດືອນທັນວາທີ່ຜ່ານມາ. ນອກຈາກນີ້, ບັນດາປະເທດໃນຢູໂຣບເຊັ່ນ: ຝຣັ່ງ, ດານມາກ ແລະ ອັງກິດ ກໍກຳລັງພິຈາລະນາກົດໝາຍໃນລັກສະນະດຽວກັນ.

ທີ່ມາ: TNN Tech

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles