ຫົວໜ້າອານຸກໍາມະການຮັບຜິດຊອບເຮັດຜີໂຂນ ແລະ ແຫ່ຜີໂຂນ ໄດ້ອອກກົດລະບຽບການສຸບຫົວຜີໂຂນ ແລະ ການຫຼິ້ນຂອງຜູ້ສຸບຫົວຜີໂຂນ ດັ່ງນີ້:
1. ຫົວຜີໂຂນຕ້ອງແມ່ນຫົວທີ່ເປັນເອກະລັກຂອງເມືອງປາກລາຍ ສານດ້ວຍໄມ້ເຮ້ຍ, ທາດ້ວຍສີຂາວ ຫຼື ປູນຂາວ, ຊຸດຜ້າ ລວມຕ້ອງແມ່ນຜ້າສີດໍາ ເຮັດແຂນຍາວປະມານ 1 ແມັດ (ຫ້າມນໍາໃຊ້ຜີໂຂນທີ່ເຮັດດ້ວຍຫວດທີ່ເປັນເອກະລັກ ຂອງຜີໂຂນຢູ່ ທາງດ້ານຊາຍ ຂອງລາຊະອານາຈັກໄທ ແລະ ໜ້າກາກ ສຸບເດັດຂາດ).
2. ວັນທີ 16 ມີນາ 2026 ເປັນມື້ປ່ອຍຜີໂຂນອອກເລາະໃນເວລາ 5 ໂມງເຊົ້າ ແລະ ໃຫ້ຢຸດເຊົາໃນເວລາ 18 ໂມງ 00 ນາທີ.
3. ໃນວັນທີ 17 ມີນາ 2026 ປ່ອຍຜີໂຂນ 5 ໂມງເຊົ້າ ແລະ ເປັນມື້ເປີດງານບຸນພະເຫວດຢູ່ທີ່ເດີ່ນກິລາ ເມືອງ, ຜີໂຂນທີ່ມີນໍ້າເບີ ຫຼື ຕິດສະຕິເກີ ຕ້ອງໄດ້ເຂົ້າຮ່ວມພິທີທັງໝົດ ແລະ ຕອນບ່າຍ ເວລາ 13 ໂມງ 00 ນາທີ ເຕົ້າໂຮມຢູ່ ສວນ 36 ເພື່ອແຫ່ພະເຫວດເຂົ້າເມືອງ ຈົນຮອດວັດບ້ານແສງລາຍ ຮອດເວລາ 16 ໂມງ 00 ແລ້ວພິທີ ແມ່ນໃຫ້ເອົາໄປຖິ້ມລົງນໍ້າຂອງທັງໝົດ.
4. ສະເພາະຜີໂຂນທີ່ຈະນໍາເຂົ້າມາຫຼິ້ນ ຫຼື ເອົາມາແຫ່ພະເຫວດຕ້ອງໃຫ້ຖືກຕາມລັກສະນະຫົວຜີໂຂນຂອງ ເມືອງປາກລາຍ 100%.
5. ສະເພາະສະຖານທີ່ການສຶກສາ ແມ່ນຫ້າມບໍ່ໃຫ້ເຂົ້າຢ່າງເດັດຂາດ ແລະ ຫ້າມຢ່າງເດັດຂາດ ຫ້າມຢອກຜູ້ຄົນ ທີ່ຂັບຂີ່ລົດຈັກ, ລົດຖີບໄຟຟ້າ ແລະ ລົດຖີບ ເພື່ອຫຼີກລ່ຽງການເກີດອຸປະຕິເຫດ.
6. ສະເພາະຜີໂຂນທີ່ຕິດສະຕິດເກີ ຫ້າມເປີດໜ້າແບບຊະຊາຍ.
7. ນອກຈາກຜີໂຂນທີ່ຕິດສະຕິກເກີຂອງແຕ່ລະບ້ານແລ້ວ ຖ້າຫາກພາກສ່ວນອື່ນຢາກມີສ່ວນຮ່ວມນໍາງານດັ່ງກ່າວ ສາມາດລົງທະບຽນນໍາບ້ານເຈົ້າພາບໄດ້.
8. ຖ້າຫາກຜີໂຂນໃຫ່ຍໂຕໃດໜຶ່ງຫາກບໍ່ຕິດສະຕິກເກີ ຫາກພົບເຫັນບໍ່ມີຊື່ລົງທະບຽບ ຈະໄດ້ມີການກ່າວເຕືອນ ໃຫ້ຢຸດເຊົາການເຄື່ອນໄຫວ, ຖ້າຍັງສືບຕໍ່ເຄື່ອນໄຫວຈະໄດ້ຖືກປັບໃໝໂຕລະ 500.000 ກີບ.
9. ຖ້າຫາກຜີໂຂນໂຕໃດໜຶ່ງ ຫຼື ຫຼາຍໂຕຫຼິ້ນ, ຢອກຜູ້ຄົນເກີນຂອບເຂດທີ່ລວນລາມເພດຍິງ ຈະໄດ້ຮັບການກ່າວເຕືອນ ແລະ ປົດຫົວຜີໂຂນ ປະຕິບັດລະບຽບຢ່າງເຂັ້ມງວດດັ່ງນີ້:
ຄັ້ງທີ I ຈະຖືກກ່າວເຕືອນ, ສຶກສາອົບຮົມ.
ຄັ້ງທີ II ປັບໃໝແຕ່ 500.000 ກີບ ຫາ 1.000.000 ກີບ.
ຄັ້ງທີ III ດໍາເນີນຄະດີຕາມກົດໝາຍ.
ດັ່ງນັ້ນ, ອານຸກຳມະການຮັບຜິດຊອບເຮັດຜີໂຂນ ແລະ ແຫ່ຜີໂຂນ ຈຶ່ງໄດ້ອອກລະບຽບ, ຂໍ້ຫ້າມສະບັບນີ້ ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.

