ບາດກ້າວໃຫມ່ການບິນລາວ! ສະໜາມບິນຫຼວງພະບາງຍົກລະດັບມາດຕະຖານໂລກ

ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຮັບເອກະສານປະມູນ 3 ສະບັບ ຈາກບໍລິສັດສາກົນທີ່ຜ່ານການຄັດເລືອກຄຸນວຸດທິເບື້ອງຕົ້ນ ເພື່ອດໍາເນີນໂຄງການຍົກລະດັບ ແລະ ຂະຫຍາຍ ສະໜາມບິນສາກົນຫຼວງພະບາງ ໃນຮູບແບບການລົງທຶນຮ່ວມ ພາກລັດ–ເອກະຊົນ (PPP).

ການປະມູນເປັນຂະບວນການເປີດກວ້າງສາກົນ ຫຼັງຈາກເດືອນກໍລະກົດ 2025 ໄດ້ຄັດເລືອກ 4 ບໍລິສັດຜ່ານຄຸນວຸດທິເບື້ອງຕົ້ນ ແລະ ອອກເອກະສານ RFP ໃນເດືອນຕຸລາ 2025. ການຮັບຊອງ ແລະ ປະເມີນຄັດເລືອກ ນໍາໂດຍ ທ່ານ ວຽງໄຊ ສິງຄໍາ ຫົວໜ້າກົມການບິນພົນລະເຮືອນ ເປັນປະທານຄະນະປະມູນ ພ້ອມຄະນະຕາງໜ້າຈາກພາກສ່ວນກ່ຽວຂ້ອງ.

3 ບໍລິສັດທີ່ຍື່ນຊອງປະມູນ:

Korean Airports Corporation (KAC) – ສ. ເກົາຫຼີ

Limak – ປະເທດຕວັກກີ

Yunnan Infrastructure Investment Company Ltd. Consortium – ສປ. ຈີນ

ທ່ານ ວັນນະສອນ ຂໍເທບວົງສາ ຮອງຫົວໜ້າກົມແຜນການ ແລະ ການເງິນ ກະຊວງ ຍທຂ ກ່າວວ່າ ໂຄງການ PPP ນີ້ ມີໄລຍະສຳປະທານ 30 ປີ ເປັນການເປີດໂອກາດໃຫ້ເອກະຊົນມີສ່ວນຮ່ວມ ເພື່ອຍົກລະດັບຂີດຄວາມສາມາດ ແລະ ມາດຕະຖານການບໍລິການ ໃຫ້ສອດຄ່ອງກັບສະຖານະເມືອງມໍລະດົກໂລກ ຂອງຫຼວງພະບາງ ພ້ອມຮູບແບບການແບ່ງປັນລາຍຮັບລວມໃຫ້ແກ່ລັດຖະບານ.

ການຄັດເລືອກຈະອີງໃສ່ເງື່ອນໄຂດ້ານນິຕິກໍາ, ເຕັກນິກ ແລະ ຜົນປະໂຫຍດທາງການເງິນ ໂດຍຜູ້ທີ່ສະເໜີອັດຕາແບ່ງປັນລາຍຮັບລວມສູງສຸດ ແລະ ຜ່ານເກນປະເມີນ ຈະໄດ້ຮັບການຄັດເລືອກ.

ໂຄງການນີ້ເປັນໂຄງການຂົນສົ່ງທາງອາກາດແຫ່ງທຳອິດໃນຮູບແບບ PPP ຂອງ ສປປ ລາວ ໂດຍມີ IFC ສະມາຊິກກຸ່ມທະນາຄານໂລກ ເປັນທີ່ປຶກສາໃນການອອກແບບ ແລະ ດໍາເນີນຂະບວນການປະມູນ.

ຂໍ້ມູນຈາກ: ຂ່າວເສດຖະກິດ-ສັງຄົມ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles