ບໍລິສັດ ມັດສຄອດ ອິນເຕີເນເຊິນນໍ ລາວໂຊນ ຈໍາກັດ ເປີດຮັບສະໝັກພະນັກງານຫຼາຍຕໍາແໜ່ງ (ດ່ວນ)

ບໍລິສັດ ມັດສຄອດ ເປັນໂຮງງານຕັດຫຍິບຜະລິດເຄື່ອງນຸ່ງຫົ່ມທີ່ມີຄຸນນະພາບສູງສົ່ງອອກຕ່າງປະເທດ, ເຊິງແມ່ນການລົງທຶນຈາກປະເທດເດັນມາກ ເປັນ ໂຮງງານທີ່ມີສະພາບແວດລ້ອມທີ່ດີທີ່ສຸດໃນ ສປປລາວ.

ຕ້ອງການເພື່ອນຮ່ວມງານຫຼາຍຕໍາແໜ່ງ ເພື່ອບັນຈຸເຂົ້າໃນສາຍງານການຜະລິດ ໃນໂຮງງານຕັດຫິຍບຂອງພວກເຮົາ ທີ່ເຂດນິຄົມອຸສາຫະກໍາ ແລະ ການຄ້າ ວຽງຈັນໂນນທອງ ວີຕາປາກ, ກິໂລແມັດ ທີ 22, ຖະໜົນເລກທີ 13 ໃຕ້, ບ້ານ ໂນນທອງ, ເມືອງໄຊທານີ ນະຄອນຫຼວງວຽງຈັນ ສປປ ລາວ. ຕໍາແໜ່ງທີ່ຕ້ອງການມີດັ່ງລຸ່ມນີ້:

1. ພະນັກງານຫຍິບ ມີປະສົບການ ແລະ ບໍ່ມີປະສົບການ 400 ຕຳແໜ່ງ

2. ຊ່າງແປງຈັກ ທີ່ມີປະສົບການ 10 ຕຳແໜ່ງ

3. ພະນັກງານກວດກາຄຸນນະພາບ (QC) 10 ຕໍາແໜ່ງ

4. ພະນັກງານກວດຜ້າຜ່ານແສງ 3 ຕໍາແໜ່ງ

5. ພະນັກງານຫຸ້ມຫໍ່ (AQL Packing Worker) 1 ຕໍາແໜ່ງ

6. ພະນັກງານວິສະວະກໍາກົນຈັກ ທີ່ມີປະສົບການ 2 ຕໍາແໜ່ງ

7. ຄູສອນຫຍິບ ມີປະສົບການ 8 ຕຳແໜ່ງ

8. ພະນັກງານວິເຄາະການຜະລິດ (IE) ມີປະສົບການ 4 ຕຳແໜ່ງ

9. ພະນັກງານແປພາສາອັງກິດ-ລາວ-ອັງກິດ ມີປະສົບການ 1 ຕຳແໜ່ງ

10. ຜູ້ຊ່ວຍຜູ້ຈັດການຝ່າຍຮັບພະນັກງານ 1 ຕໍາແໜ່ງ

11. ວິຊາການຫ້ອງວິໄຈ (Lab Technician) 3 ຕໍາແໜ່ງ

12. ພະນັກງານຄວາບຄຸມຄູ່ມືການຜະລິດ (PDM) 2 ຕໍາແໜ່ງ

ເງື່ອນໄຂຜູ້ສະໜັກ:

– ມີປະສົບການ ເຮັດວຽກ ໂຮງງານຕັດຫຍີບມາກ່ອນຈະພິຈະລານາເປັນພິເສດ,

– ມີຄວາມດຸໝັ່ນ, ມີທັກສະຮຽນຮູ້ວຽກໄດ້ດີ ແລະ ສາມາດປັບຕົວເຂົ້າກັບສະພາບແວດລ້ອມໃນການເຮັດວຽກໄດ້.

ເງິນເດືອນ ແລະ ສະຫວັດດີການ:

ເງິນເດືອນສູງ, ມີເງິນຂະຫຍັນ, ເງິນຜະລິດ, ເງິນປີການ, ເງິນເດືອນທີ 13, ເງິນຊ່ວຍເຫຼືອຄ່າຄອງຊີບ, ເງິນຊ່ວຍເຫຼືອຄ່າເຝືກອົບຮົມ, ລ້ຽງອາຫານທ່ຽງ ຟຣີ, ລົດຮັບສົ່ງຟຣີ, ເງິນນໍ້າມັນລົດ, ວັນພັກທາງລັກຖະການ, ວັນພັກປະຈໍາປີ, ລາພັກປ່ວຍ, ລາພັກໃນຍາມຈໍາເປັນ, ປະກັນສັງຄົມ ແລະ ກວດສຸຂະພາບປະຈໍາປີ ຟຣີ.

ເອກະສານສະໝັກວຽກ ມີ:

• ສໍາລັບ ຕໍາແໜ່ງ 1-5: ບັດປະຈຳຕົວ ຫຼື ປື້ມສຳມະໂນຄົວ ແລະ ໃບປະກາດ (ຖ້າມີ).

• ສໍາລັບຕໍາແໜ່ງ 6 -12 ແມ່ນໃຫ້ສົ່ງໃບສະໝັກ ແລະ ປະຫວັດການເຮັດວຽກ (CV) ຫາຂໍ້ມູນຕິດຕໍ່ຂ້າງລຸ່ມນີ້:

ສໍາພາດວຽກເລີ່ມແຕ່ ວັນຈັນ – ວັນເສົາ ເວລາ 7:30 ໂມງ – 16:30 ໂມງ.

ທຸກການຕັດຫຍິບຂອງທ່ານຄືບາດກ້າວສູ່ອະນາຄົດທີ່ກວ້າງໄກ. ການພັດທະນາຕົວເອງ, ການເຮັດວຽກຮ່ວມກັນໃນສະພາບແວດລ້ອມທີ່ເອື້ອອຳນວຍ ພ້ອມກັບເຄື່ອງມືທີ່ທັນສະໄໝປອດໄພ

ທ່ານພ້ອມທີ່ຈະພັດທະນາ ສູ່ຄວາມສຳເລັດໃຫ້ກັບອາຊີບຂອງທ່ານບໍ່? ມາຮ່ວມເປັນສ່ວນໜຶ່ງຂອງຄອບຄົວ MASCOT

Facebook page: Mascot International Laos

E-mail: recruitment.la@mascot.dk

ເບີໂທຕິດຕໍ່: 020-5791 7711, 021-737011

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles