ແຈ້ງທຶນການສຶກສາຂອງ ASEAN-China Young Leaders Scholarship ສປ.ຈີນ ສໍາລັບສົກຮຽນ 2026-2027

ຫ້ອງການກະຊວງສຶກສາທິການ ແລະ ກິລາ ຂໍຖືເປັນກຽດແຈ້ງມາຍັງພະນັກງານລັດຖະກອບຊາບວ່າ: ASEAN-China Young Leaders Scholarship Program (ACYLS) ສປ.ຈີນ ເປັນໂຄງການທຶນການສຶກສາ ສໍາລັບຜູ້ນໍາຫນຸ່ມອາຊຽນ-ຈີນ ໃນການເພີ້ມທະວີການແລກປ່ຽນ, ເສີມສ້າງການຮ່ວມມືດ້ານການສຶກສາ ແລະ ສົ່ງເສີມ ການແລກປ່ຽນດ້ານວິຊາການ ແລະ ການເຊື່ອມໂຍງລະຫວ່າງປະເທດສະມາຊິກອາຊຽນ ກັບ ສປ.ຈີນ. ສົກປີ 2026- 2027 ACYLS ເປີດຮັບສະຫມັກພະນັກງານລັດຖະກອນລາວ, ຜູ້ທີ່ມີຄວາມສົນໃຈໄປສຶກສາທີ່ ສປ.ຈີນ ໃນລະດັບ ປະລິນຍາໂທ ແລະ ປະລິນຍາເອກ ຫຼັກສູດການຮຽນເປັນພາສາອັງກິດ.

I. ເງື່ອນໄຂຜູ້ສະຫມັກ ແລະ ເອກະສານການສະຫມັກ

– ເປັນພົນລະເມືອງລາວ/ຖືສັນຊາດລາວ, ມີສຸຂະພາບທາງກາຍ ແລະ ຈິດໃຈແຂງແຮງດີ; – ເປັນພະນັກງານລັດຖະກອນ, ມີປະສົບການເຮັດວຽກຢ່າງຫນ້ອຍ 1 ປີ ຂື້ນໄປ ອາຍຸບໍ່ເກີນ 45 ປີ;

– ມີໃບນໍາສົ່ງເຫັນດີການສະຫມັກທຶນຈາກການຈັດຕັ້ງທີ່ກ່ຽວຂ້ອງ;

– ໃບຢັ້ງຢືນຄະແນນ IELTS>6.0 ຫຼື TOEFL≥80;

– ຊີວະປະຫວັດຫຍໍ້ (ລວມທັງປະຫວັດການສຶກສາ ແລະ ປະສົບການເຮັດວຽກຢ່າງລະອຽດ);

– ສໍາເນົາໃບປະກາສະນິຍະບັດ ແລະ ໃບຄະແນນ ລະດັບສູງສຸດ;

– ຫນັງສືແນະນໍາຈາກຫົວຫນ້າ ຫຼື ອາຈານ ຈໍານວນ 02 ສະບັບ (Two Recommendation Letters);

– ຂຽນແຜນການຮຽນໃນວິຊາທີ່ສະຫມັກ;

– ໃບກວດສຸຂະພາບຕາມແບບຟອມທີ່ກໍານົດ;

– ສໍາເນົາຫນັງສືຜ່ານແດນ;

– ໃບແຈ້ງໂທດສະບັບເປັນພາສາອັງກິດ;

II. ນະໂຍບາຍທີ່ຈະໄດ້ຮັບ

ຝ່າຍໃຫ້ທຶນຮັບຜິດຊອບຄ່າເດີນທາງໄປ-ກັບລະຫວ່າງປະເທດ, ຄ່າຮຽນ, ທີ່ພັກ, ປະກັນສຸຂະພາບ ແລະ ໄດ້ເງິນ ເບ້ຍລ້ຽງລະດັບປະລິນຍາໂທ ຈໍານວນ 4000 ຢວນ/ເດືອນ ແລະ ປະລິນຍາເອກ 5000 ຢວນ/ເດືອນ, ນອກນັ້ນຍັງມີເງິນ ອຸດຫນູນເບື້ອງຕົ້ນຄັ້ງດຽວໃຫ້ແກ່ນັກສຶກສາໃນມື້ທີ່ໄປລົງທະບຽນຮຽນຜູ້ລະ 3000 ຢວນ.

III.ວິທີສະຫມັກ

ໂດຍເລືອກເອົາ ທຶນປະເພດ A ແລະ ໃສ່ລະຫັດ Agency number 0025. ພາຍຫຼັງລົງທະບຽນສໍາເລັດແລ້ວໃຫ້ພິມແບບຟອມສະ ຫມັກ ຈໍານວນ 1 ສະບັບ ສົ່ງມາຍັງກົມກິດຈະການນັກສຶກສາ, ກະຊວງສຶກສາທິການ ແລະ ກິລາ ຫ້ອງ 107-108. ມື້ປິດຮັບສະຫມັກ ວັນພຸດ ວັນທີ 25 ກຸມພາ 2026.

ຜູ້ທີ່ສົນໃຈສະຫມັກ ໃຫ້ລົງທະບຽນ ແລະ ສະຫມັກອອນລາຍຜ່ານເວັບໄຊ້: campuschina.org
ລາຍລະອຽດວິຊາຮຽນ ແລະ ລາຍຊື່ ມະຫາວິທະຍາໄລທີ່ເປີດຮັບສະຫມັກ ຜູ້ສົນໃຈສະຫມັກສາມາດເຂົ້າເບີ່ງໄດ້ທີ່ເວັບໄຊ: campuschina.org

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles