ເຄີຍສົງໄສບໍ່ວ່າເປັນຫຍັງການລ້ຽງລູກມັນຄືເມື່ອຍ ແລະ ເຮັດໃຫ້ເຮົາຮູ້ສຶກ “ແກ່” ລົງໄວກວ່າທີ່ຄິດ? ຫຼ້າສຸດມີຜົນວິໄຈຈາກອາເມລິກາ ມະຫາວິທະຍາໄລ Columbiaແລະ Duke ອອກມາເປີດເຜີຍຂໍ້ມູນທີ່ໜ້າຕົກໃຈວ່າ: “ພໍ່ແມ່ທີ່ມີລູກຊາຍ ມີທ່າອ່ຽງທີ່ຈະເຮັດໃຫ້ສະໝອງຂອງພໍ່ແມ່ສະຕິປັນຍາຫຼຸດລົງ ແລະ ແກ່ໄວກວ່າພໍ່ແມ່ທີ່ມີແຕ່ລູກສາວ”
ເປັນຫຍັງມີ “ລູກຊາຍ” ເຖິງສົ່ງຜົນຕໍ່ຄວາມແກ່?
ຈາກການເກັບຂໍ້ມູນກຸ່ມຕົວຢ່າງຫຼາຍພັນຄົນ ພົບວ່າພໍ່ແມ່ທີ່ມີລູກຊາຍຢ່າງໜ້ອຍ 1 ຄົນ ຈະມີຄະແນນການທົດສອບຄວາມຈຳ ແລະ ສະຕິປັນຍາຫຼຸດລົງໄວກວ່າ ແລະ ຖ້າຍິ່ງມີ “ລູກຊາຍຫຼາຍຄົນ” ອັດຕາການເສື່ອມຂອງສະໝອງກໍຍິ່ງເພີ່ມຂຶ້ນນຳອີກ ໂດຍມີເຫດຜົນສະໜັບສະໜູນທີ່ໜ້າສົນໃຈດັ່ງນີ້:
1. ໂດຍທົ່ວໄປແລ້ວ, ລູກສາວມັກຈະເປັນຜູ້ທີ່ໃຫ້ການເບິ່ງແຍງ ແລະ ຊ່ວຍເຫຼືອດ້ານຈິດໃຈໃຫ້ກັບພໍ່ແມ່ໄດ້ດີກວ່າລູກຊາຍ. ເມື່ອພໍ່ແມ່ໄດ້ຮັບກຳລັງໃຈ ແລະ ການເບິ່ງແຍງທີ່ດີ ກໍຈະຊ່ວຍຊະລໍຄວາມເສື່ອມຂອງສະໝອງໄດ້.
2. ຄວາມລຳບາກໃນການລ້ຽງດູ: ຊ່ວງໄວເດັກຂອງລູກຊາຍມັກຈະມີຄວາມດື້ ແລະ ພະລັງງານສູງກວ່າ ເຮັດໃຫ້ແມ່ຕ້ອງໃຊ້ພະລັງງານ ແລະ ມີຄວາມເຄັ່ງຕຶງສູງ ເຊິ່ງຄວາມເຄັ່ງຕຶງນີ້ເອງທີ່ເປັນຕົວການເຮັດໃຫ້ “ເທໂລເມຍ” (Telomeres) ຫຼື ສ່ວນປາຍຂອງໂຄຣໂມໂຊມສັ້ນລົງ ເຮັດໃຫ້ຈຸລັງໃນຮ່າງກາຍແກ່ໄວຂຶ້ນນັ້ນເອງ
3. ປັດໄຈທາງຊີວະພາບ: ບາງການສຶກສາກ່າວວ່າ ໃນຊ່ວງທີ່ຖືພາລູກຊາຍ ຮ່າງກາຍຂອງແມ່ຈະມີການປ່ຽນແປງຂອງຮໍໂມນ ແລະ ສານອັກເສບທີ່ສົ່ງຜົນຕໍ່ລະບົບພູມຄຸ້ມກັນຫຼາຍກວ່າການຖືພາລູກສາວ.
ແລ້ວຈະເຮັດແນວໃດດີ? (ເຄັດລັບການເບິ່ງແຍງຕົວເອງ)
ເຖິງຈະມີລູກຊາຍ ກໍບໍ່ໄດ້ໝາຍຄວາມວ່າເຮົາຕ້ອງ “ແກ່” ສະເໝີໄປ ພຽງແຕ່ເຮົາຕ້ອງເພີ່ມການເບິ່ງແຍງຕົວເອງໃຫ້ຫຼາຍຂຶ້ນ:
1. ຫາເວລາພັກຜ່ອນ: ຢ່າປ່ອຍໃຫ້ຄວາມເຄັ່ງຕຶງສະສົມ ຫາເວລາເຮັດສິ່ງທີ່ຕົນເອງມັກ.
2. ຝຶກສະໝອງ: ອ່ານໜັງສື, ຫຼິ້ນເກມທັກສະ ຫຼື ຮຽນຮູ້ສິ່ງໃໝ່ໆຢູ່ສະເໝີ.
3. ອອກກຳລັງກາຍ: ຊ່ວຍຫຼຸດສານຜິດໃນຮ່າງກາຍ ແລະ ເຮັດໃຫ້ສົດຊື່ນ.
ສະຫຼຸບ: ການມີລູກບໍ່ວ່າຈະຍິງ ຫຼື ຊາຍ ກໍຄື “ຂອງຂວັນ” ແຕ່ສິ່ງສຳຄັນທີ່ສຸດແມ່ນ “ແມ່ຕ້ອງຮັກຕົວເອງ” ໃຫ້ຫຼາຍໆ ເພາະຖ້າແມ່ມີຄວາມສຸກ ສະໝອງ ແລະ ຮ່າງກາຍກໍຈະແຂງແຮງໄປພ້ອມໆກັບລູກເດີ້
ທີ່ມາ: Duke Today, Healthline




