1. ພື້ນທີ່ປ່າໄມ້ຫຼຸດລົງ ເຮັດໃຫ້ຍຸງ “ປ່ຽນເປົ້າໝາຍ”
ງານສຶກສາວິໄຈພົບວ່າ ເມື່ອພື້ນທີ່ປ່າຖືກຄຸກຄາມ ຫຼື ຖືກຕັດໄມ້ທຳລາຍປ່າ ຍຸງບາງຊະນິດທີ່ເຄີຍດູດເລືອດສັດປ່າ ຈະເລີ່ມຫັນມາກັດຄົນຫຼາຍຂຶ້ນ ເພາະຄົນກາຍເປັນແຫຼ່ງເລືອດທີ່ຫາງ່າຍໃນພື້ນທີ່ນັ້ນ.
ການຫຼຸດລົງຂອງຊີວະນານາພັນ ເຮັດໃຫ້ຍຸງບາງສາຍພັນປ່ຽນພຶດຕິກໍາ ມາກັດມະນຸດຫຼາຍກວ່າເກົ່າ ເພີ່ມຄວາມສຽງການແຜ່ລະບາດຂອງພະຍາດ.
ປະກົດການນີ້ບໍ່ໄດ້ເກີດສະເພາະໃນຕ່າງປະເທດ ແຕ່ໃນພາກພື້ນອາຊີລວມທັງລາວ ກໍມີການຂະຫຍາຍພື້ນທີ່ກະເສດຕະກໍາ ແລະ ໂຄງການພັດທະນາ ທີ່ກະທົບຕໍ່ພື້ນທີ່ປ່າໄມ້.
2. ພື້ນທີ່ປ່າຫາຍ ຄວາມສຽງຕິດເຊື້ອພະຍາດເພີ່ມຂຶ້ນ
• ການສຶກສາໃນພື້ນທີ່ປ່າໄມ້ທີ່ຖືກທໍາລາຍ ພົບວ່າ ຈໍານວນຍຸງທີ່ກັດຄົນເພີ່ມຂຶ້ນຊັດເຈນ ເມື່ອທຽບກັບພື້ນທີ່ປ່າທີ່ຍັງສົມບູນ
• ໃນປະເທດລາວ ພະຍາດທີ່ຍຸງເປັນພາຫະແມ່ນ ໄຂ້ມາລາເລຍ ແລະ ໄຂ້ເລືອດອອກ ຍັງເປັນບັນຫາສາທາລະນະສຸກ ໂດຍສະເພາະໃນບາງແຂວງທີ່ມີພື້ນທີ່ປ່າ ແລະ ພື້ນທີ່ຊາຍແດນ
3. ຄວາມສຽງເກີດພະຍາດລະບາດສູງຂຶ້ນ
• ເມື່ອຍຸງຢູ່ໃກ້ຊຸມຊົນ ແລະ ກັດຄົນຫຼາຍຂຶ້ນ ການຮັບ ແລະ ສົ່ງຕໍ່ເຊື້ອຈາກຄົນສູ່ຄົນກໍຈະເກີດຂຶ້ນງ່າຍ
• ຖ້າບໍ່ມີການຈັດການສິ່ງແວດລ້ອມ ແລະ ຄວບຄຸມພາຫະນຳໂລກຢ່າງຕໍ່ເນື່ອງ ອາດເຮັດໃຫ້ການລະບາດເກີດຂຶ້ນໄດ້ງ່າຍ
ເປັນຫຍັງຈຶ່ງເກີດແນວນີ້?
ເມື່ອປ່າຫຼຸດລົງ:
• ທີ່ຢູ່ຂອງສັດປ່າ ແລະ ແຫຼ່ງອາຫານຂອງຍຸງຖືກລົບກວນ
• ຍຸງເຄື່ອນຍ້າຍເຂົ້າໃກ້ຊຸມຊົນ ເພື່ອຫາເລືອດ ແລະ ແຫຼ່ງນ້ໍາວາງໄຂ່
• ຄວາມໃກ້ຊິດລະຫວ່າງຄົນ ແລະ ຍຸງເພີ່ມຂຶ້ນ
ສະຫຼຸບ: ການຫຼຸດລົງຂອງປ່າໄມ້ ບໍ່ພຽງແຕ່ກະທົບທໍາມະຊາດ ແຕ່ຍັງສົ່ງຜົນຕໍ່ສຸຂະພາບຄົນໂດຍກົງ ເພາະມັນເຮັດໃຫ້ຍຸງມີໂອກາດກັດຄົນຫຼາຍຂຶ້ນ ແລະ ເພີ່ມຄວາມສຽງການລະບາດຂອງພະຍາດໃນຊຸມຊົນ.
ທີ່ມາຈາກ: Spring News