ໃນຍຸກທີ່ເຮົາເຮັດວຽກແບບ Hybrid ແລະ ສື່ສານຜ່ານໜ້າຈໍເປັນຫຼັກ “ຄວາມເປັນພິດ” (Toxic) ໃນບ່ອນເຮັດວຽກບໍ່ໄດ້ມາໃນຮູບແບບການຮ້ອງດ່າສະເໝີໄປ. ແຕ່ມັນອາດແຝງມານຳຂໍ້ຄວາມແຊັດສັ້ນໆ ອີເມວປະຊົດປະຊັນ ຫຼື ການ “ບີບ” ກັນແບບງຽບໆ ຜ່ານໂລກອອນລາຍ. ຖ້າເຮົາບໍ່ຮູ້ເທົ່າທັນ ມັນອາດຈະທຳລາຍທັງສຸຂະພາບຈິດ ແລະ ອະນາຄົດການເຮັດວຽກຂອງເຮົາໄດ້.
ກວດດ່ວນ ເພື່ອນຮ່ວມງານ Toxic ຍຸກໃໝ່ເປັນແບບໃດ?
1. ສົ່ງຂໍ້ຄວາມກົດດັນເລື່ອງງານນອກເວລາງານເປັນປະຈຳ
2. ຕໍ່ໜ້າເວົ້າດີ ແຕ່ລັບຫຼັງລັກເອົາຜົນງານເຮົາໄປເປັນຂອງຕົນເອງ
3. ສ້າງເລື່ອງບໍ່ດີໃນກຸ່ມ Line, WhatsApp ຕະຫຼອດເວລາ
4. ໃຊ້ຄວາມງຽບເປັນອາວຸດ, ບໍ່ຕອບແຊັດ, ບໍ່ໃຫ້ຂໍ້ມູນງານ ເພື່ອກົດດັນເຮົາ
7 ເທັກນິກຮັບມືແບບ “ມືອາຊີບ” ໃນປີ 2026
ການຮັບມືກັບຄົນ Toxic ໃນຍຸກນີ້ບໍ່ແມ່ນການ “ສູ້ຄືນ” ດ້ວຍອາລົມ ແຕ່ແມ່ນການ “ຕັ້ງຂອບເຂດ” ດ້ວຍສະຕິ:
ຕອບໂຕ້ດ້ວຍຄວາມຈິງ ບໍ່ແມ່ນອາລົມ: ໃຊ້ພາສາທີ່ສັ້ນ, ຊັດເຈນ ແລະ ເປັນກາງ. ຢ່າຕົກຢູ່ໃຕ້ “ເກມອາລົມ” ທີ່ອີກຝ່າຍຂຸດໄວ້. ຄວາມເປັນມືອາຊີບຄືເກາະປ້ອງກັນທີ່ດີທີ່ສຸດ.
ໃຊ້ “ລາຍລັກອັກສອນ” ເປັນຫຼັກຖານ: ໃນໂລກດິຈິຕອນ, ຫຼັກຖານຄືທຸກຢ່າງ, ສະຫຼຸບງານ, ຂໍ້ຕົກລົງ ແລະ Timeline ຜ່ານອີເມວ ຫຼື ແຊັດທຸກຄັ້ງ ເພື່ອປ້ອງກັນການບິດເບືອນຂໍ້ມູນໃນພາຍຫຼັງ.
ແຍກ “ຄົນ” ອອກຈາກ “ງານ”: ໂຟກັດທີ່ເປົ້າໝາຍຂອງວຽກ. ຢ່າເອົານິດໄສສ່ວນຕົວຂອງເຂົາມາເປັນອາລົມ. ເມື່ອເຮົາຍຶດວຽກເປັນສູນກາງ ພິດຈາກຄົນອ້ອມຂ້າງກໍຈະເຮັດອັນຕະລາຍເຮົາໄດ້ຍາກຂຶ້ນ.
ຕັ້ງຂອບເຂດດິຈິຕອນ (Digital Boundary): ບໍ່ຈຳເປັນຕ້ອງຕອບແຊັດທັນທີ ໂດຍສະເພາະນອກເວລາງານ. ການຕັ້ງສະຖານະ “Busy” ຫຼື ປິດການແຈ້ງເຕືອນຄືທັກສະສຳຄັນທີ່ຄົນເຮັດວຽກປີ 2026 ຕ້ອງມີ
ສ້າງພັນທະມິດທີ່ດີ: ເພື່ອນຮ່ວມງານທີ່ມີທັດສະນະຄະຕິບວກ ຄືກຳລັງໃຈທີ່ດີ. ການມີ “ທີມ” ທີ່ໄວ້ໃຈໄດ້ ຈະຊ່ວຍໃຫ້ເຮົາບໍ່ຮູ້ສຶກໂດດດ່ຽວເມື່ອຕ້ອງເຈັບກັບຄົນ Toxic.
ບັນທຶກເຫດການຢ່າງເປັນລະບົບ: ຖ້າເລີ່ມມີຜົນກະທົບຕໍ່ຊື່ສຽງ ຫຼື ຜົນງານ ໃຫ້ຈົດບັນທຶກວັນເວລາ ແລະ ລາຍລະອຽດໄວ້. ໃນປີ 2026 ອົງກອນສ່ວນໃຫຍ່ໃຫ້ຄວາມສຳຄັນກັບ “ຂໍ້ມູນ” ຫຼາຍກວ່າ “ຄວາມຮູ້ສຶກ”.
ປະເມີນ “ຕົ້ນທຶນຊີວິດ”: ຖ້າສະພາບແວດລ້ອມມັນ Toxic ເກີນໄປຈົນສຸຂະພາບຈິດເສຍ… ການ “ຍ້າຍທີມ” ຫຼື “ປ່ຽນວຽກ” ບໍ່ແມ່ນການພ່າຍແພ້ ແຕ່ແມ່ນການ “ລົງທຶນເພື່ອອະນາຄົດ” ຂອງຕົວເອງ.
ຈື່ໄວ້ວ່າ: ຄວາມເປັນມືອາຊີບ ບໍ່ແມ່ນການ “ອົດທົນ” ກັບທຸກຢ່າງ ແຕ່ແມ່ນການຮູ້ວ່າອັນໃດຄວນຮັບ ແລະ ອັນໃດຄວນ “ຍ່າງອອກມາ” ຢ່າງສະຫງ່າງາມ.
ທີ່ມາ: TNN Health