ຫວຽດນາມເຂັ້ມງວດ Street food ບໍ່ຖືກຫຼັກອະນາໄມ ປັບໄໝທັນທີ

ກະຊວງສາທາລະນະສຸກຂອງຫວຽດນາມ ໄດ້ອອກມາດຕະການໃໝ່ເພື່ອຍົກລະດັບຄວາມປອດໄພຂອງອາຫານຂ້າງທາງ ໃນທົ່ວປະເທດ. ໃຜທີ່ເປັນສາຍທ່ຽວ ຫຼື ມັກກິນອາຫານຕາມແຄມທາງຢູ່ຫວຽດນາມ ຕ້ອງຮູ້ໄວ້!

ຂໍ້ກຳນົດ ແລະ ຄ່າປັບໃໝທີ່ຄວນຮູ້:

ມາດຕະການໃໝ່ນີ້ເນັ້ນໃສ່ຄວາມສະອາດ ແລະ ສຸຂະອະນາໄມເປັນຫຼັກ ໂດຍມີບົດລົງໂທດປັບໃໝແຕ່ 500,000​ ດົງ ຫາ 3 ລ້ານດົງ:

ລະດັບປັບໃໝ 5 ແສນ – 1 ລ້ານດົງ: ສໍາລັບຮ້ານທີ່ບໍ່ມີໂຕະ ຫຼື ຊັ້ນວາງອາຫານທີ່ສະອາດ, ບໍ່ມີຜ້າປິດກັນຝຸ່ນ ແລະ ແມງໄມ້, ຫຼື ຜູ້ຂາຍບໍ່ໃສ່ຖົງມືໃນເວລາຈັບບາຍອາຫານທີ່ປຸງແຕ່ງແລ້ວ.

ລະດັບປັບໃໝ 1 ລ້ານ – 3 ລ້ານດົງ: ສໍາລັບຄວາມຜິດທີ່ຮ້າຍແຮງກວ່າ ເຊັ່ນ: ນຳໃຊ້ພາຊະນະທີ່ບໍ່ປອດໄພ, ຜູ້ປຸງແຕ່ງອາຫານມີພະຍາດຕິດຕໍ່, ນຳໃຊ້ວັດຖຸເຈືອປົນອາຫານທີ່ບໍ່ຖືກຕ້ອງ, ຫຼື ໃຊ້ນ້ຳທີ່ບໍ່ໄດ້ມາດຕະຖານໃນການປຸງແຕ່ງ.

ເປັນຫຍັງຕ້ອງເຂັ້ມງວດ?

ເນື່ອງຈາກໄລຍະຜ່ານມາ ມີລາຍງານກໍລະນີອາຫານເປັນພິດເພີ່ມຂຶ້ນ ໂດຍສະເພາະໃນເຂດທ່ອງທ່ຽວ ແລະ ງານບຸນຕ່າງໆ.

ລັດຖະບານຫວຽດນາມ ຈຶ່ງຕ້ອງການສ້າງຄວາມໝັ້ນໃຈໃຫ້ແກ່ນັກທ່ອງທ່ຽວ ແລະ ປົກປ້ອງສຸຂະພາບຂອງປະຊາຊົນ.

ສິ່ງທີ່ຮ້ານຄ້າຕ້ອງເຮັດ:

– ຕ້ອງຜ່ານການອົບຮົມດ້ານຄວາມປອດໄພຂອງອາຫານ.

– ຜູ້ຂາຍຕ້ອງມີສຸຂະພາບແຂງແຮງ, ບໍ່ມີພະຍາດຕິດຕໍ່.

– ສະຖານທີ່ຂາຍຕ້ອງຫ່າງໄກຈາກແຫຼ່ງມົນລະພິດ ແລະ ມີການປົກປິດອາຫານຢ່າງມິດຊິດ.

✨ ສະຫຼຸບ: ການໄປກິນ Street Food ຢູ່ຫວຽດນາມໃນຕໍ່ໜ້າຈະມີຄວາມປອດໄພ ແລະ ສະອາດຂຶ້ນກວ່າເກົ່າ!

ຖືວ່າເປັນຂ່າວດີສຳລັບນັກຊິມທັງຫຼາຍເລີຍແມ່ນບໍ່? ແລະ​ ທ່ານຢາກໃຫ້​ປະເທດລາວ ມີມາດຕະການແບບນີ້ບໍ່?

ທີ່ມາ: tuoi tre news

ຮຽບຮຽງ​ໂດຍ​ Lao Youth Radio FM​90​MHz​

Related Articles

[td_block_social_counter facebook="#" youtube="#" tiktok="#"]
- Advertisement -spot_img

Latest Articles