ການສວນໜາມເພື່ອສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ທີ່ຈະຈັດຂຶ້ນບໍ່ພໍເທົ່າໃດມື້ໃນຂ້າງນີ້; ເຊື່ອວ່າ ບັນດາທ່ານ ຄົງຈະໄດ້ເຫັນພາບ ຄວາມພ້ອມພຽງ ແລະ ສວຍງາມ ຂອງແຕ່ລະກ້ອນກຳລັງ ຜ່ານສື່ມວນຊົນ ໜຶ່ງໃນນັ້ນກໍຄື ກ້ອນຈຸບິນ ເຮືອບິນ Yak-130 ທີ່ປະກອບສວ່ນໃນການ ບິນໂຊ້ ຢູ່ເທິງນ່ານຟ້າ ດ້ວຍທ່ວງທ່າ ແລະ ຈັງຫວະ ທີ່ໂດດເດັ່ນ ສ້າງຄວາມປະທັບໃຈໃຫ້ແກ່ສາຍຕາຊາວປະຊາທັງຫຼາຍທີ່ເຂົ້າມາຊົມໃນການສະແດງທົດລອງທັງ 2 ຄັ້ງທີ່ຜ່ານມາ.
ສະຫາຍ ຮ້ອຍເອກ ສອນລາ ສີມມາວົງ ນັກບິນ ເຮືອບິນ yak -130 ກອງພັນໃຫຍ່ 702 ໄດ້ໃຫ້ສຳພາດຕໍ່ນັກຂ່າວກອງທັບວ່າ: ຂ້າພະເຈົ້າຮູ້ສຶກດີໃຈ, ພູມໃຈ ແລະ ມີກຽດເປັນຢ່າງຍິ່ງທີ່ໄດ້ເປັນສ່ວນໜຶ່ງໃນການສະເຫຼີມສະຫຼອງວັນຊາດ ໃນຄັ້ງນີ້. ສຳລັບຈຸບິນ Yak-130 ຂອງພວກເຮົາ ພາຍຫຼັງທີ່ໄດ້ຮັບການມອບໝາຍຈາກຂັ້ນເທິງ, ຈຸບິນກໍເລີ່ມເຝິກຊ້ອມບິນສະແດງເພື່ອໃຫ້ມີຄວາມພ້ອມຢູ່ຕະຫຼອດເວລາ ແລະ ຍົກສູງເຕັກນິກການຂັບຂີ່ໃຫ້ມີປະສິດທິພາບ ແລະ ໄດ້ຮັບຜົນດີ, ປັດໄຈຫຼັກໃນການເຝິກຊ້ອມໃນຄັ້ງນີ້ແມ່ນເນັ້ນໃສ່ການບິນດີ ບິນໃຫ້ປອດໄພ; ພ້ອມນີ້ກໍໄດ້ປະສານກັບຈຸບິນ Mi-17 ເພື່ອໃຫ້ເຂົ້າໃຈເຊິ່ງກັນ ແລະ ກັນໃນການປະຕິບັດໜ້າທີ່ ເພື່ອໃຫ້ມີຄວາມປອດໄພ100% ເຮືອບິນ Yak-130 ຂອງພວກເຮົາແມ່ນປະຕິບັດໜ້າທີ່ການບິນຢູ່ເດີ່ນບິນທົ່ງໄຫຫີນ ແຂວງຊຽງຂວາງ ແລະ ຍ້າຍມາບິນເຝິກປະຈຳຢູ່ສະໜາມບິນວັດໄຕ ນະຄອນຫຼວງວຽງຈັນ ມາຮອດປັດຈຸບັນ ມີຄວາມພ້ອມແລ້ວ 100%.
ໂອກາດນີ້, ຂໍເຊີນຊວນບັນດາທ່ານ ພະນັກງານ, ທະຫານ, ຕຳຫຼວດ, ພໍ່ຄ້າຊາວຂາຍ,ນັກທຸລະກິດ, ນັກຮຽນຮູ້ປັນຍາຊົນ ຕະຫຼອດຮອດປະຊາຊົນບັນດາເຜົ່າ ພ້ອມກັນມາຊົມພິທີ ສວນສະໜາມສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຢູ່ທີ່ເດີ່ນພະທາດຫຼວງ (ສະແດງທົດລອງ ຄັ້ງທີ 3 ແມ່ນວັນທີ 28 ພະຈິກ 2025 ເລີ່ມແຕ່ເວລາ 6:00 ເປັນຕົ້ນໄປ).
ທີ່ມາ: Lao people’s Army News