ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງການຕົກລົງ ແລະ ຊີ້ນໍາ ຂອງກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ມາຍັງທ່ານຊາບ ດັ່ງນີ້:
1. ເຫັນດີຮັບຮອງເອົາໂຄງສ້າງດັດສະນີເງິນເດືອນພື້ນຖານ ສະບັບປັບປຸງໃໝ່ ເພື່ອໃຫ້ທຸກຂະແໜງການ ຂັ້ນສູນກາງ ແລະ ທ້ອງຖິ່ນ ນໍາໃຊ້ໂຄງສ້າງອັນດຽວ ແລະ ເພີ່ມມູນຄ່າດັດສະນີເງິນເດືອນພື້ນຖານ 2,150 ກີບ/ດັດສະນີ (ຈາກ 7,350 ກີບ/ດັດສະນີ ເປັນ 9,500 ກີບ/ດັດສະນີ), ພ້ອມທັງ ເພີ່ມເງິນອຸດໜູນ ແລະ ນະໂຍບາຍຕ່າງໆ ໃຫ້ເປັນເອກະພາບ ໃນຂອບເຂດທົ່ວປະເທດ ໂດຍໃຫ້ສາມາດເລີ່ມຈັດຕັ້ງປະຕິບັດ ນັບແຕ່ວັນທີ 01 ມັງກອນ 2026 ເປັນຕົ້ນໄປ ຕາມການ ສະເໜີຂອງກະຊວງການເງິນ.
2. ເຫັນດີ ເພີ່ມເງິນອຸດໜູນຕາມເຂດຄ່າຄອງຊີບ ແລະ ຮັກສາເງິນເດືອນຢູ່ພາຍໃນປະເທດ 40% ຂອງ ເງິນເດືອນພື້ນຖານ ຂອງພະນັກງານການທູດທີ່ປະຈຳການຢູ່ຕ່າງປະເທດ;
3. ມອບໃຫ້ກະຊວງສຶກສາທິການ ແລະ ກິລາ ສົມທົບກັບພາກສ່ວນກ່ຽວຂ້ອງ ດັ່ງນີ້:
ຮີບຮ້ອນສົມທົບກັບ ຄະນະຈັດຕັ້ງສູນກາງພັກ ປັບປຸງດໍາລັດ ວ່າດ້ວຍລັດຖະກອນຄູ ສະບັບເລກທີ 202/ລບ, ລົງວັນທີ 12 ພຶດສະພາ 2023 ແລະ ປັບປຸງລະບົບຄຸ້ມຄອງເງິນເດືອນ PIMS ແລະ PMIS ເພື່ອໃຫ້ສອດຄ່ອງກັບການ ປະຕິບັດນະໂຍບາຍໃໝ່;
– ສົມທົບກັບກະຊວງການເງິນ ຄົ້ນຄ້ວາເພີ່ມອັດຕາກິນອາຫານທ່ຽງໃຫ້ນັກຮຽນປະຖົມຢູ່ເຂດຫ່າງໄກສອກຫຼີກ ຕາມຄວາມອາດສາມາດຂອງງົບປະມານ ແລ້ວລາຍງານລັດຖະບານ;
4. ມອບໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສົມທົບ ກະຊວງການເງິນ ຄົ້ນຄ້ວາເພີ່ມງົບປະມານ ແກ້ໄຂນະໂຍບາຍຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ໃນປີ 2026 ແລະ ປີຕໍ່ໆໄປໃຫ້ຫຼາຍຂື້ນຕື່ມ, ແລ້ວລາຍງານ ລັດຖະບານ ພິຈາລະນາຕົກລົງ;
5. ມອບໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນ ເພີ່ມທະວີ ແລະ ເອົາໃຈໃສ່ໃນການປະຕິບັດມາດຕະການຕ່າງໆ ເພື່ອຄຸ້ມຄອງລາຄາສິນຄ້າ, ສະບຽງອາຫານທີ່ຈໍາເປັນຢ່າງໃກ້ຊິດ ເພື່ອບໍ່ໃຫ້ ບັນດາຜູ້ປະກອບການ ສວຍໂອກາດຂຶ້ນລາຄາສິນຄ້າ. ກໍລະນີກວດກາພົບເຫັນຜູ້ສວຍໂອກາດຂຶ້ນລາຄາສິນຄ້າ ແມ່ນ ໃຫ້ດໍາເນີນມາດຕະການຕາມກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ດ້ວຍ.




