ເພື່ອເປັນການຜັນຂະຫຍາຍ ແຈ້ງການຂອງຫອ້ງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 1553/ນຍ, ລົງວັນທີ 15 ກັນຍາ 2025 ແລະ ທັງເປັນການຊຸກຍູ້ໃຫ້ຜູ້ມີໄວ້ຄອບຄອງນໍາໃຊ້ຍານພາຫະນະທຸກປະເພດແບບບໍ່ຖືກຕ້ອງ ແລະ ນໍາໃຊ້ບໍ່ຖືກເປົ້າໝາຍ ຍັງບໍ່ທັນເສຍພາສີ ແລະ ພັນທະອື່ນໆ ຂອງບັນດາພະນັກງານ, ທະຫານ, ຕຳຫຼວດ, ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ແລະ ປະຊາຊົນຊາວນະຄອນຫຼວງວຽງຈັນ, ເພື່ອຮັບປະກັນການຈັດຕັ້ງປະຕິບັດການກວດກາ ແລະ ປະຕິບັດມາດຕະການ ແກ້ໄຂໃຫ້ມີຄວາມເປັນເອກະພາບກັນ ທົ່ວຂອບເຂດນະຄອນຫຼວງວຽງຈັນ.
ເຈົ້າຄອງນະຄອນຫຼວງວຽງຈັນ ອອກແຈ້ງການ ດັ່ງນີ້ :
1. ໃຫ້ບັນດາພະນັກງານ, ທະຫານ, ຕຳຫຼວດ, ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ແລະ ປະຊາຊົນທົ່ວນະຄອນຫຼວງ ວຽງຈັນ ທີ່ຄຸ້ມຄອງ, ນໍາໃຊ້ຍານພາຫະນະນໍາເຂົ້າບໍ່ຖືກ ແລະ ນໍາໃຊ້ບໍ່ຖືກເປົ້າໝາຍ ທີ່ຍັງບໍ່ທັນໄດ້ເສຍພາສີ ແລະ ພັນທະອື່ນໆ ໃຫ້ພ້ອມກັນຮີບຮ້ອນນໍາເອົາພາຫະນະຂອງຕົນ ແລະ ເອກະສານທີ່ກ່ຽວຂ້ອງ (ຖ້າມີ) ໄປແຈ້ງ ຢູ່ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ນະຄອນຫຼວງວຽງຈັນ ຕັ້ງຢູ່ບ້ານທົ່ງປົ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ແລະ ບັນດາສາຂາກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ປະຈໍາເມືອງ ເພື່ອບັນທຶກ, ເກັບກຳຂໍ້ມູນ ຂອງຍານພາຫະນະ ແລະ ປະເມີນຄຸນນະພາບດ້ານເຕັກນິກ, ກວດກາຕົວຈິງ ປະເພດລົດ, ເລກຈັກ, ເລກຖັງ, ຄວາມແຮງ, ປີຜະລິດ ແລະ ປະເທດຜະລິດ ນັບແຕ່ມື້ອອກແຈ້ງການສະບັບນີ້ເປັນຕົ້ນໄປ ຈົນຮອດ ວັນທີ 30 ພະຈິກ 2025 ໂດຍຈະໄດ້ ເສຍພາສີ ແລະ ຖືກປັບໃໝ ແຕ່ຖ້າຫາກກາຍກໍານົດເວລາດັ່ງກ່າວນີ້ແລ້ວແມ່ນຈະໄດ້ດໍາເນີນມາດຕະການປະຕິບັດຕາມຂັ້ນຕອນຂອງກົດໝາຍ ແລະ ລະບຽບການ ກໍານົດໄວ້;
2. ຂັ້ນຕອນໃນການປະກອບເອກະສານ ທີ່ຈະຕ້ອງນໍາໄປຢັ້ງຢືນຕໍ່ຄະນະກຳມະການປະຕິບັດງານຕົວຈິງ ເພື່ອຮັບແຈ້ງ ເສຍພາສີ ມີຄື:, ໃບຢັ້ງຢືນທີ່ຢູ່, ສໍາເນົາສໍາມະໂນຄົວ, ສໍາເນົາບັດປະຈຳຕົວ, ໃບສະເໜີ, ໃບຢັ້ງຢືນກຳມະສິດເຊັນ ຢັ້ງຢືນຈາກນາຍບ້ານທີ່ຕົນສັງກັດ, ໜັງສືແລກປ່ຽນ, ຊື້-ຂາຍ;
3. ໃຫ້ນໍາເອົາເອກະສານທີ່ກ້າວມາຂ້າງເທິງນັ້ນ ພ້ອມຍານພາຫະນະຕົວຈິງ ໄປແຈ້ງຕໍ່ຄະນະກຳມະການ ຈັດຕັ້ງປະຕິບັດ ຊ່ວຍວຽກຂັ້ນນະຄອນຫຼວງວຽງຈັນ ໄປເສຍພາສີ ແລະ ພັນທະອື່ນໆ ຕາມກົດໝາຍ ແລະ ລະບຽບການ ຢູ່ທີ່ພາສີ ປະຈຳນະຄອນຫຼວງວຽງຈັນ ບ້ານ ທ່ານາແລ້ງ, ເມືອງ ຫາດຊາຍຟອງ, ນະຄອນຫຼວງ ວຽງຈັນ;
4. ສໍາລັບ ມູນຄ່າແຈ້ງພາສີ ແມ່ນອີງໃສ່ຖານລາຄາຊື້-ຂາຍຕົວຈິງ ທີ່ກົມພາສີກຳນົດ (ໃນລະບົບບ ASYCUDA) ເປັນພື້ນຖານຄິດໄລ່ຄ່າພາສີ-ອາກອນ ແລະ ພັນທະອື່ນ ຕາມປະເພດພາຫະນະ, ຄວາມແຮງ, ປີຜະລິດ, ປະເທດຜະລິດ ແລະ ຫັກຄ່າຫຼຸ້ຍຫ້ຽນ, ອາຍຸການໃຊ້ງານ ຫຼື ການປະເມີນສະພາບເຕັກນິກຕົວຈິງ ຂອງຄະນະກຳມະການ ຕາມລະບຽບການຂອງ ກະຊວງໂຍທາທິການ ແລະ ຂົນສົ່ງກຳນົດ.
ດັ່ງນັ້ນ, ຈຶ່ງໄດ້ອອກແຈ້ງການສະບັບນີ້ມາຍັງພະນັກງານ, ທະຫານ, ຕຳຫຼວດ, ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ແລະ ປະຊາຊົນ ທົ່ວນະຄອນຫຼວງວຽງຈັນ ໄດ້ຮັບຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດແຈ້ງການສະບັບນີ້ຢ່າງເຂັ້ມງວດ.