ໂຮງຮຽນລັດຂອງແຟງລັງ ໄດ້ເລີ່ມສອນນັກຮຽນກ່ຽວກັບການຮູ້ທັນຂໍ້ມູນ ແລະ ຂ່າວປອມ

ໃນຂະນະທີ່ຂໍ້ມູນທີ່ບິດເບືອນແຜ່ລາມໄປທົ່ວໂລກ ປະເທດແຟງລັງໄດ້ຕັດສິນໃຈແກ້ໄຂບັນຫານີ້ໂດຍຜ່ານການສຶກສາ. ໂຮງຮຽນລັດຂອງປະເທດນີ້ໃນປັດຈຸບັນໄດ້ສອນນັກຮຽນກ່ຽວກັບວິທີການ: ຮັບຮູ້ຂໍ້ມູນທີ່ບໍ່ຖືກຕ້ອງ, ປະເມີນແຫຼ່ງຂໍ້ມູນ, ກວດສອບຄວາມຈິງ ແລະ ເຂົ້າໃຈການຊັກຈູງຜິດໆໃນອິນເຕີເນັດ.

ເລີ່ມຕັ້ງແຕ່ໂຮງຮຽນປະຖົມເດັກນ້ອຍໄດ້ຮຽນຮູ້ກ່ຽວກັບການຄິດແບບວິເຄາະ ທັກສະການໃຫ້ເຫດຜົນ ແລະ ຄວາມຮັບຜິດຊອບໃນໂລກດິຈິຕອນ. ວິທີການລະດັບຊາດນີ້ໄດ້ຖືກພັດທະນາຂຶ້ນເພື່ອປົກປ້ອງສັງຄົມຈາກການໂຄສະນາຊວນເຊື່ອ, ການຫຼອກລວງອອນລາຍ ແລະ ອິດທິພົນຂອງເນື້ອຫາທີ່ສ້າງຄວາມເຂົ້າໃຈຜິດໃນສື່ສັງຄົມອອນລາຍ.

ປັດຈຸບັນ ປະເທດແຟງລັງຖືກຖືວ່າເປັນໜຶ່ງໃນປະເທດທີ່ມີຄວາມຮູ້ທາງດ້ານສື່ (media-literate) ສູງທີ່ສຸດ ເຊິ່ງສະແດງໃຫ້ເຫັນວ່າຄວາມສາມາດໃນການຈໍາແນກຄວາມຈິງສາມາດສອນກັນໄດ້. ການລິເລີ່ມນີ້ໄດ້ຊຸກຍູ້ໃຫ້ປະເທດອື່ນໆນຳໃຊ້ຍຸດທະສາດທີ່ຄ້າຍຄືກັນ ເຊິ່ງຢືນຢັນວ່າໃນໂລກສະໄໝໃໝ່ ການສຶກສາແມ່ນໜຶ່ງໃນເຄື່ອງມືທີ່ເຂັ້ມແຂງທີ່ສຸດເພື່ອຕ້ານຂໍ້ມູນທີ່ບິດເບືອນ.

1. ການສຶກສາຂັ້ນຕົ້ນ/ອະນຸບານ: ເດັກນ້ອຍໄດ້ຮຽນຮູ້ພື້ນຖານຜ່ານການຫຼິ້ນ ແລະ ການທົດລອງເຊັ່ນ: ການເຂົ້າໃຈສື່ປະຈໍາວັນ ແລະ ການຈໍາແນກວ່າອັນໃດເປັນເລື່ອງຈິງ ແລະ ອັນໃດເປັນເລື່ອງສົມມຸດ.

2. ໂຮງຮຽນປະຖົມ: ເລີ່ມຕົ້ນຮຽນຮູ້ການວິເຄາະສື່ຂັ້ນພື້ນຖານ, ການເຮັດວຽກຂອງການໂຄສະນາ ແລະ ການນໍາໃຊ້ສື່ຢ່າງປອດໄພ.

3. ໂຮງຮຽນມັດທະຍົມຕອນຕົ້ນ ແລະ ຕອນປາຍ: ຮຽນຮູ້ຢ່າງລະອຽດກ່ຽວກັບວິທີການວິເຄາະຂ່າວປອມ, ຜົນກະທົບຂອງສື່ຕໍ່ສັງຄົມ, ການປົກປ້ອງຂໍ້ມູນສ່ວນຕົວ ແລະ ການປະເມີນຄວາມໜ້າເຊື່ອຖືຂອງເນື້ອຫາໃນສື່ສັງຄົມອອນລາຍ.

4. ການສຶກສານອກໂຮງຮຽນ/ຜູ້ໃຫຍ່: ໂຄງການນີ້ຍັງກວມເອົາພົນລະເມືອງຜູ້ໃຫຍ່ດ້ວຍ. ຫໍສະໝຸດສາທາລະນະ ແລະ ອົງການຈັດຕັ້ງຕ່າງໆ ໄດ້ຈັດກອງປະຊຸມຝຶກອົບຮົມ ເພື່ອຍົກລະດັບທັກສະທາງດ້ານສື່ສານໃຫ້ແກ່ຜູ້ຄົນທຸກໄວ.

ທີ່ມາ: Music Factory

Related Articles

[td_block_social_counter facebook="#" youtube="#" tiktok="#"]
- Advertisement -spot_img

Latest Articles