ວັນທີ 25 ພະຈິກ 2026 ທີ່ແຂວງຈຳປາສັກ ໄດ້ມີພິທີເປີດງານມະຫະກຳກາເຟລາວ ແລະ ຜະລິດຕະພັນກະສິກຳ ໂດຍໃຫ້ກຽດເປັນປະທານເຂົ້າຮ່ວມຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ພ້ອມດ້ວຍພັນລະຍາ, ມີບັນດາທ່ານລັດຖະມົນຕີ, ການນຳແຂວງຈຳປາສັກ, ຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈຳລາວ, ຜູ້ປະກອບການ ແລະ ແຂກຖືກເຊີນເຂົ້າຮ່ວມ.
ການຈັດງານຄັ້ງນີ້ ມີຈຸດປະສົງສຳຄັນໃນການສົ່ງເສີມກາເຟລາວໃຫ້ເປັນທີ່ຮູ້ຈັກກວ້າງຂວາງຫຼາຍຂຶ້ນ ໂດຍສະເພາະໃນຕະຫຼາດສາກົນ, ພ້ອມທັງສົ່ງເສີມກຸ່ມວິສາຫະກິດຂະໜາດນ້ອຍ-ກາງ ແລະ ຫົວໜ່ວຍການຜະລິດຕ່າງໆ ໃຫ້ມີໂອກາດຂະຫຍາຍຕະຫຼາດ, ສ້າງມູນຄ່າເພີ່ມໃຫ້ຜະລິດຕະພັນກາເຟ ແລະ ກະຕຸ້ນການທ່ອງທ່ຽວຂອງລາວ ກໍຄືແຂວງຈຳປາສັກ.
ໂດຍສະເພາະ ພູພຽງບໍລະເວນ ຖືເປັນແຫຼ່ງປູກກາເຟສຳຄັນຂອງປະເທດ ທີ່ມີສະພາບທຳມະຊາດອຸດົມສົມບູນ ແລະ ມີສະພາບອາກາດເໝາະສົມຕໍ່ການປູກກາເຟ ເຮັດໃຫ້ກາເຟທີ່ຜະລິດໄດ້ມີລົດຊາດ ແລະ ກິ່ນຫອມເປັນເອກະລັກ ຈົນກາຍເປັນໜຶ່ງໃນຜະລິດຕະພັນທີ່ມີຊື່ສຽງຂອງລາວ. ງານມະຫາກຳຄັ້ງນີ້ຈຶ່ງເປັນໂອກາດສຳຄັນໃນການນຳສະເໜີຄຸນນະພາບ ແລະ ເອກະລັກຂອງກາເຟລາວ ສູ່ສາຍຕາຂອງຜູ້ບໍລິໂພກ ແລະ ຄູ່ຄ້າສາກົນ.
ນອກຈາກນີ້ ງານດັ່ງກ່າວຍັງເປັນເວທີສຳລັບການແລກປ່ຽນຄວາມຮູ້, ບົດຮຽນ ແລະ ປະສົບການ ພ້ອມທັງສ້າງຄວາມເຊື່ອມໂຍງລະຫວ່າງຊາວສວນກາເຟ, ຜູ້ຜະລິດ, ຜູ້ປະກອບການ, ໂຮງຂົ້ວກາເຟ, ຜູ້ປຸງແຕ່ງ ແລະ ຄູ່ຮ່ວມທຸລະກິດທັງພາຍໃນ ແລະ ສາກົນ. ພ້ອມທັງຊ່ວຍໃຫ້ສັງຄົມເຂົ້າໃຈຕະຫຼອດຕ່ອງໂສ້ການຜະລິດ ແລະ ຈຳໜ່າຍກາເຟ ນັບແຕ່ການປູກ, ການເກັບກ່ຽວ, ການແປຮູບ, ການຂົ້ວ ຈົນເຖິງການຈຳໜ່າຍ ແລະ ບໍລິໂພກ.
ນອກນັ້ນ ການຈັດງານຍັງມີສ່ວນຊ່ວຍວາງພື້ນຖານໃຫ້ກາເຟລາວກ້າວສູ່ການເຊື່ອມໂຍງກັບສາກົນ ແລະ ມຸ່ງສູ່ການເຂົ້າເປັນສະມາຊິກອົງການກາເຟສາກົນ (ICO) ໃນອະນາຄົດ ເພື່ອເສີມສ້າງທ່າແຮງ ແລະ ຂີດຄວາມສາມາດໃນການແຂ່ງຂັນຂອງອຸດສາຫະກຳກາເຟລາວ ທັງໃນຕະຫຼາດພາຍໃນ ແລະ ຕ່າງປະເທດ.
ພາຍຫຼັງການເປີດງານ ທ່ານນາຍົກລັດຖະມົນຕີ ພ້ອມຄະນະ ຍັງໄດ້ເດີນທາງໄປຢ້ຽມຢາມໂຄງການປູກໝາກບລູເບີຣີ ຢູ່ເມືອງປາກຊ່ອງ ແລະ ໂຄງການພະລັງງານແສງຕາເວັນ ຢູ່ເມືອງໂຂງ ແຂວງຈຳປາສັກ ຕື່ມອີກ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.


