ໃນຕອນແລງຂອງວັນທີ 23 ພະຈິກ 2026 ທີ່ຜ່ານມາ ທີ່ສໍານັກງານນນາຍົກລັດຖະມົນຕີ, ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນພະຈິກ 2026 ໃຫ້ຮູ້ວ່າ: ກອງປະຊຸມດັ່ງກ່າວ ໄດ້ດຳເນີນໃນວັນທີ 23 ພະຈິກ 2026 ທີ່ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງແຜນແມ່ບົດ ແລະ ແຜນດຳເນີນງານ ການສົ່ງເສີມການນຳໃຊ້ລົດໄຟຟ້າ ແລະ ພະລັງງານໃໝ່ (XEV) 2026-2035: ໂດຍໄດ້ຊີ້ນໍາກະຊວງອຸດສາຫະກໍາ ແລະ ການຄ້າ ສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງຕື່ມ ຕາມຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ກຳນົດຂໍ້ຫ້າມນໍາເຂົ້າແບັດເຕີລີລົດ ທີ່ເຊື່ອມ ແລະ ບໍ່ໄດ້ຄຸນນະພາບ, ທັງກຳນົດແຜນຈັດການວັດຖຸອຸປະກອນ, ອາໄຫຼ່ ແລະ ອື່ນໆ ພາຍຫຼັງທີ່ລົດໄຟຟ້າໝົດອາຍຸການນຳໃຊ້ ແລະ ກາຍເປັນສິ່ງເສດເຫຼືອໃນຕໍ່ໜ້າ; ໃຫ້ຂະແໜງການກ່ຽວຂ້ອງ ນຳເອົາຍຸດທະສາດນີ້ ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຂອງຂະແໜງການຕົນ ໃຫ້ເປັນອັນລະອຽດ ແລະ ສາມາດຈັດຕັ້ງປະຕິບັດໄດ້; ໃຫ້ປັບປຸງຂໍ້ຕົກລົງ ແຕ່ງຕັ້ງຄະນະຮັບຜິດຊອບວຽກງານນີ້ຄືນໃໝ່ ໃຫ້ສຳເລັດ ແລະ ສາມາດປະກາດນຳໃຊ້ໂດຍໄວ.
ທີ່ມາ: ຫສນຍ


