ໃນໂອກາດເດີນທາງໄປແຂວງຈຳປາສັກ ເພື່ອເຂົ້າຮ່ວມງານບຸນມະໂຫລານກາເຟ ແລະ ຜະລິດຕະພັນກະສິກຳລາວ ພູພຽງບໍລະເວນ 2026, ໃນວັນທີ 25 ພະຈິກ 2026, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ລົງຢ້ຽມຢາມໂຄງການພະລັງງານໝູນວຽນ ໂພນສະອາດ ຕັ້ງຢູ່ບ້ານໂພນສະອາດ ເມືອງໂຂງ ແຂວງຈຳປາສັກ. ໂດຍມີທ່ານ ສາທິດ ປັດສາພັນ ເລຂາຄະນະບໍລິຫານງານພັກເມືອງ ພ້ອມຄະນະນຳຂອງເມືອງ ແລະ ພາກສ່ວນກ່ຽວຂ້ອງໃຫ້ການຕ້ອນຮັບ.
ໂຄງການພະລັງງານໝູນວຽນ ໂພນສະອາດ ເປັນໂຄງການຜະລິດໄຟຟ້າຈາກແສງຕາເວັນ ທີ່ມີກຳລັງຕິດຕັ້ງ 150 ເມກາວັດ, ຄອບຄຸມເນື້ອທີ່ 229,13 ເຮັກຕາ ແລະ ມີມູນຄ່າລົງທຶນປະມານ 164,41 ລ້ານໂດລາສະຫະລັດ. ຕາມບົດລາຍງານປະຈຳເດືອນຕຸລາ 2026, ປັດຈຸບັນໂຄງການມີຄວາມຄືບໜ້າໂດຍລວມ 89% ແລະ ກຳລັງເລັ່ງດຳເນີນວຽກທີ່ຍັງເຫຼືອໃຫ້ສຳເລັດຕາມແຜນ.
ເມື່ອໂຄງການສຳເລັດ ຄາດວ່າຈະສາມາດຜະລິດໄຟຟ້າໄດ້ສະເລ່ຍ 301,56 ກິກາວັດໂມງຕໍ່ປີ ໂດຍຈະສົ່ງໄຟຟ້າຜ່ານລະບົບສາຍສົ່ງແຮງດັນ 230 ກິໂລໂວນ ຄວາມຍາວ 25 ກິໂລແມັດ ເຊື່ອມຕໍ່ເຂົ້າສະຖານີບ້ານຫາດ ເພື່ອສົ່ງອອກໄປຍັງປະເທດກຳປູເຈຍ.
ສຳລັບຄວາມຄືບໜ້າວຽກກໍ່ສ້າງສ່ວນຕ່າງໆ ປະກອບມີ: ການຕິດຕັ້ງເສົາເຂັມສຳເລັດ 98% ຈາກແຜນທັງໝົດ 89.850 ຕົ້ນ, ຕິດຕັ້ງໂຄງເຫຼັກຮອງຮັບແຜງໂຊລາໄດ້ 95,4% ຈາກທັງໝົດ 8.985 ຊຸດ, ຕິດຕັ້ງແຜງໂຊລາເຊວໄດ້ 84,86%, ຕິດຕັ້ງໝໍ້ແປງ MV ຂະໜາດ 3,3 MVA ຈຳນວນ 46 ຈຸດ ແລະ ກໍ່ສ້າງຖານຕິດຕັ້ງແບັດເຕີຣີ (Battery) ຈຳນວນ 22 ຈຸດ ສຳເລັດ 100%. ສ່ວນການກໍ່ສ້າງທາງພາຍໃນໂຄງການ ຄວາມຍາວ 14 ກິໂລແມັດ ມີຄວາມຄືບໜ້າ 90%.
ນອກຈາກການດຳເນີນວຽກດ້ານເຕັກນິກ ແລະ ການກໍ່ສ້າງແລ້ວ, ໂຄງການຍັງໄດ້ເອົາໃຈໃສ່ຕໍ່ຜົນກະທົບດ້ານສັງຄົມ ໂດຍໄດ້ຊົດເຊີຍຄ່າເສຍຫາຍດ້ານທີ່ດິນທຳການຜະລິດໃຫ້ແກ່ປະຊາຊົນຜູ້ຖືກຜົນກະທົບ 45 ຄອບຄົວ ຈຳນວນ 35 ຕອນດິນ ເປັນມູນຄ່າລວມກວ່າ 591 ລ້ານກີບ. ຂະນະດຽວກັນ ໂຄງການມີແຮງງານທັງໝົດ 624 ຄົນ ແລະ ໄດ້ເອົາໃຈໃສ່ມາດຕະການດ້ານຄວາມປອດໄພ ແລະ ສຸຂະພາບແຮງງານ ໂດຍໃນເດືອນຜ່ານມາບໍ່ມີລາຍງານອຸບັດເຫດເກີດຂຶ້ນ.
ທັງນີ້, ໂຄງການມີແຜນສຳເລັດການກໍ່ສ້າງ ແລະ ເລີ່ມເປີດດຳເນີນງານເຊີງພານິດຕາມກຳນົດໃນໄລຍະທ້າຍປີ 2026. ການພັດທະນາໂຄງການດັ່ງກ່າວ ນັບເປັນອີກກ້າວສຳຄັນໃນການເພີ່ມກຳລັງການຜະລິດໄຟຟ້າຈາກພະລັງງານສະອາດ ພ້ອມທັງສົ່ງເສີມການສົ່ງອອກໄຟຟ້າ ແລະ ສ້າງລາຍຮັບໃຫ້ແກ່ປະເທດ.
ທີ່ມາ: ຂປລ


