ພາຍໃນປີດຽວ ເດັກລາວ ເກີດໃໝ່ 1.22 ແສນຄົນ ສະຫວັນນະເຂດເກີດຫຼາຍສຸດ! ເດັກຊາຍ ເກີດຫຼາຍກວ່າເດັກຍິງເລັກນ້ອຍ !

ອີງຕາມຂໍ້ມູນການເກີດໃນຮອບ 12 ເດືອນກ່ອນການສຳຫຼວດປະຊາກອນ ແລະ ທີ່ຢູ່ອາໄສ 2025 (ພະຈິກ 2024 ຫາ ຕຸລາ 2025) ລະບຸວ່າ ທົ່ວປະເທດ ມີເດັກນ້ອຍເກີດໃໝ່ ຈາກແມ່ຍິງອາຍຸ 15-49 ປີ ທັງໝົດປະມານ 122,000 ຄົນ ໂດຍແບ່ງເປັນເດັກຊາຍ 61,500 ຄົນ ແລະ ເດັກຍິງ 60,500 ຄົນ ຫຼື ຄິດເປັນອັດຕາສ່ວນເພດແຮກເກີດ 101.7 ຄົນຊາຍ ຕໍ່ 100 ຄົນຍິງ.

ເມື່ອຈັດອັນດັບຈຳນວນເດັກເກີດໃໝ່ຕາມແຂວງ ພົບວ່າ ແຂວງສະຫວັນນະເຂດ ມີເດັກເກີດໃໝ່ ຫຼາຍທີ່ສຸດໃນປະເທດເຖິງ 15,276 ຄົນ, ອັນດັບ 2 ແມ່ນນະຄອນຫຼວງວຽງຈັນ 11,937 ຄົນ ແລະ ອັນດັບ 3 ແມ່ນແຂວງຈຳປາສັກ 10,083 ຄົນ.

ກຸ່ມແຂວງລະດັບກາງທີ່ມີເດັກເກີດໃໝ່ລະຫວ່າງ 8,000 ຫາ 10,000 ຄົນ ໄດ້ແກ່ ຫຼວງພະບາງ (9,357 ຄົນ), ສາລະວັນ (8,186 ຄົນ) ແລະ ອຸດົມໄຊ (7,956 ຄົນ).

ສ່ວນແຂວງທີ່ມີຈຳນວນເດັກເກີດໃໝ່ ໜ້ອຍທີ່ສຸດແມ່ນ ແຂວງໄຊສົມບູນ (2,588 ຄົນ), ເຊກອງ (3,302 ຄົນ) ແລະ ອັດຕະປື (3,537 ຄົນ) ເຊິ່ງເປັນຍ້ອນຖານປະຊາກອນຂອງແຂວງມີຂະໜາດນ້ອຍ ເຖິງແມ່ນວ່າອັດຕາການເກີດຕໍ່ພັນຄົນຂອງແຂວງເຫຼົ່ານີ້ຈະສູງກວ່າຄ່າສະເລ່ຍລະດັບຊາດກໍຕາມ.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
2,779FollowersFollow
0SubscribersSubscribe
- Advertisement -spot_img

Latest Articles