ລາວ-ໄທ ລົງນາມ MOU ຮ່ວມມືດ້ານການຈ້າງງານ ເພື່ອຄຸ້ມຄອງສິດທິແຮງງານ ແລະ ອຳນວຍຄວາມສະດວກແກ່ຜູ້ໄປເຮັດວຽກ

ພິທີລົງນາມບົດບັນທຶກຊ່ວຍຈຳ (MOU) ວ່າດ້ວຍການຈ້າງງານ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ໄດ້ຈັດຂຶ້ນໃນວັນທີ 26 ພະຈິກ 2026 ທີ່ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ນາງ ອານຸສອນ ຄຳສິງສະຫວັດ ຫົວໜ້າກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສປປ ລາວ ແລະ ທ່ານ ສາມາດ ພັດຕະມະສຸຄົນ ຫົວໜ້າກົມການຈັດຫາງານ ກະຊວງແຮງງານ ແຫ່ງຣາຊະອານາຈັກໄທ ເປັນຜູ້ຕາງໜ້າສອງຝ່າຍໃນການລົງນາມ ໂດຍມີຄະນະວິຊາການຈາກທັງສອງປະເທດເຂົ້າຮ່ວມ.

ການລົງນາມຄັ້ງນີ້ ມີເປົ້າໝາຍເພື່ອຊຸກຍູ້ການຮ່ວມມືດ້ານແຮງງານລະຫວ່າງສອງປະເທດໃຫ້ມີຄວາມກ້າວໜ້າ ແລະ ມີປະສິດທິຜົນຫຼາຍຂຶ້ນ ໂດຍມີປະເດັນສຳຄັນທີ່ຈະຮ່ວມກັນພິຈາລະນາ ແລະ ຜັກດັນປະຕິບັດ ປະກອບມີ:

ການສ້າງ ແລະ ປັບປຸງກົດໝາຍ ແລະ ລະບຽບການດ້ານການຈັດຫາງານຂອງ ສປປ ລາວ.

ການປຶກສາຫາລືຮ່າງຂໍ້ຕົກລົງວ່າດ້ວຍການຈ້າງແຮງງານລາວ-ໄທ ສະບັບປັບປຸງ.

ການພິຈາລະນານະໂຍບາຍສຳລັບແຮງງານທີ່ເຮັດວຽກຄົບ 4 ປີ ໃຫ້ສາມາດກັບເຂົ້າໄປເຮັດວຽກໄດ້ອີກ ໂດຍບໍ່ຕ້ອງລໍຖ້າ 30 ວັນ.

ການຈັດງານນັດພົບແຮງງານ ເພື່ອສົ່ງເສີມໂອກາດການຈ້າງງານໃຫ້ແກ່ແຮງງານລາວ.

ການອຳນວຍຄວາມສະດວກແກ່ແຮງງານລາວຢູ່ສູນແຮກຮັບແຮງງານ ແຂວງໜອງຄາຍ ປະເທດໄທ.

ການພິຈາລະນາການຂຶ້ນທະບຽນແຮງງານລາວທີ່ຍັງບໍ່ຖືກຕ້ອງຕາມກົດໝາຍ ພາຍໃຕ້ມາດຕະການຜ່ອນຜັນຂອງຝ່າຍໄທ ຕາມຂໍ້ສະເໜີຂອງຝ່າຍລາວ.

ການສົ່ງເສີມໃຫ້ແຮງງານລາວສົ່ງເງິນກັບຄືນປະເທດຜ່ານລະບົບທະນາຄານ.

ທ່ານ ນາງ ອານຸສອນ ຄຳສິງສະຫວັດ ໃຫ້ຮູ້ວ່າ ນັບແຕ່ປີ 2022 ເປັນຕົ້ນມາ ຈຳນວນແຮງງານລາວທີ່ເດີນທາງໄປເຮັດວຽກຢູ່ປະເທດໄທຜ່ານລະບົບ MOU ມີທ່າອ່ຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຊິ່ງການຈ້າງງານດັ່ງກ່າວມີສ່ວນສຳຄັນໃນການສ້າງລາຍຮັບ ແລະ ປະກອບສ່ວນຕໍ່ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ.

ທ່ານກ່າວວ່າ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ໃຫ້ຄວາມສຳຄັນຕໍ່ການສ້າງ ແລະ ປັບປຸງກົດໝາຍ ລະບຽບການ ເພື່ອອຳນວຍຄວາມສະດວກ ແລະ ຄຸ້ມຄອງແຮງງານລາວທີ່ໄປເຮັດວຽກຢູ່ຕ່າງປະເທດ ໂດຍໃນປີ 2023 ໄດ້ຮັບຮອງ ແລະ ປະກາດໃຊ້ກົດໝາຍວ່າດ້ວຍການຈັດຫາງານ ພ້ອມທັງປັບປຸງດຳລັດວ່າດ້ວຍການຈັດສົ່ງແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ ແລະ ປັບປຸງລະບຽບການຄຸ້ມຄອງວິສາຫະກິດບໍລິການຈັດຫາງານ ນອກຈາກນັ້ນ ຍັງກຳລັງເລັ່ງສ້າງດຳລັດວ່າດ້ວຍກອງທຶນຊ່ວຍເຫຼືອແຮງງານທີ່ໄປເຮັດວຽກຢູ່ຕ່າງປະເທດ.

ສຳລັບຂໍ້ສະເໜີສຳຄັນຂອງຝ່າຍລາວຕໍ່ຮ່າງຂໍ້ຕົກລົງການຈ້າງງານສະບັບປັບປຸງ ແມ່ນເນັ້ນໃສ່ການຮັບປະກັນສິດ ແລະ ຜົນປະໂຫຍດຂອງແຮງງານ ໂດຍສະເໜີໃຫ້ກຳນົດມາດຕະການປ້ອງກັນການຈ້າງງານທີ່ຜິດກົດໝາຍ, ກຳນົດໄລຍະເວລາແຈ້ງການຍົກເລີກສັນຍາຈ້າງງານພາຍໃນ 15 ວັນ ແລະ ນຳໃຊ້ບັນຊີລາຍຊື່ແຮງງານທີ່ຝ່າຍລາວອະນຸມັດ ເປັນເອກະສານອ້າງອີງໃນການຕໍ່ສັນຍາຈ້າງງານ 2 ປີສຸດທ້າຍ ເພື່ອໃຫ້ສາມາດຕິດຕາມ ແລະ ເກັບກຳຂໍ້ມູນແຮງງານໄດ້ຢ່າງຄົບຖ້ວນ.

ພ້ອມນີ້ ຝ່າຍລາວຍັງເນັ້ນວ່າ ການຄຸ້ມຄອງແຮງງານບໍ່ຄວນຈຳກັດຢູ່ພຽງ 2 ປີທຳອິດ ແຕ່ຄວນຄອບຄຸມໄລຍະການຈ້າງງານທັງໝົດ ເພື່ອໃຫ້ແຮງງານຍັງຄົງໄດ້ຮັບການຄຸ້ມຄອງ ແລະ ຊ່ວຍເຫຼືອຈາກບໍລິສັດຈັດຫາງານ ໃນກໍລະນີປະສົບບັນຫາ ເຊັ່ນ ການຖືກຂູດຮີດແຮງງານ, ການຖືກທາລຸນ, ການຄ້າມະນຸດ ຫຼື ເຫດສຸກເສີນຕ່າງໆ.

ອີກທັງ ຝ່າຍລາວຍັງສະເໜີໃຫ້ທັງສອງປະເທດຮ່ວມກັນວາງມາດຕະການປ້ອງກັນ, ສະກັດກັ້ນ ແລະ ຕອບໂຕ້ການຈ້າງແຮງງານທີ່ຜິດກົດໝາຍ ໂດຍຊຸກຍູ້ໃຫ້ການຈັດສົ່ງ ແລະ ຮັບເອົາແຮງງານດຳເນີນຜ່ານລະບົບ MOU ຢ່າງຖືກຕ້ອງ ແລະ ໂປ່ງໃສ.

ການຮ່ວມມືຄັ້ງນີ້ ຖືເປັນອີກບາດກ້າວສຳຄັນໃນການຍົກລະດັບການຄຸ້ມຄອງແຮງງານລາວທີ່ໄປເຮັດວຽກຢູ່ໄທ ໃຫ້ມີລະບົບຫຼາຍຂຶ້ນ ພ້ອມສົ່ງເສີມການຈ້າງງານທີ່ເປັນທຳ ປອດໄພ ແລະ ສອດຄ່ອງກັບກົດໝາຍຂອງທັງສອງປະເທດ.

ຂ່າວສານ ຮສສ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
2,779FollowersFollow
0SubscribersSubscribe
- Advertisement -spot_img

Latest Articles