ໃນປີ 2026 ສະຖາບັນເລືອດແຫ່ງຊາດໄດ້ວາງເປົ້າໝາຍເກັບກຳເລືອດໃຫ້ໄດ້ທັງໝົດ 85,000 ຖົງ ໃນຂອບເຂດທົ່ວປະເທດ. ແຕ່ປັດຈຸບັນ ສາມາດເກັບກຳໄດ້ຫຼາຍກວ່າ 60,000 ຖົງ ເຊິ່ງຍັງບໍ່ທັນບັນລຸເປົ້າໝາຍທີ່ວາງໄວ້. ຂະນະທີ່ຄວາມຕ້ອງການເລືອດເພື່ອໃຊ້ໃນການປິ່ນປົວຄົນເຈັບຍັງເພີ່ມຂຶ້ນຕໍ່ເນື່ອງ ໂດຍສະເລ່ຍຕ້ອງການເລືອດ 250-300 ຖົງຕໍ່ມື້, ແຕ່ສາມາດເກັບກຳຈາກການບໍລິຈາກໄດ້ພຽງ 40-50 ຖົງຕໍ່ມື້ເທົ່ານັ້ນ.
ຄວາມແຕກຕ່າງລະຫວ່າງປະລິມານເລືອດທີ່ຕ້ອງການ ແລະ ເລືອດທີ່ເກັບກຳໄດ້ ສົ່ງຜົນໃຫ້ປະລິມານເລືອດສຳຮອງຍັງບໍ່ພຽງພໍຕໍ່ຄວາມຕ້ອງການ. ຄົນເຈັບບາງກໍລະນີຈຶ່ງຕ້ອງອາໄສຄອບຄົວ ແລະ ຍາດພີ່ນ້ອງເຂົ້າມາບໍລິຈາກເລືອດເພີ່ມເຕີມ ເພື່ອໃຫ້ມີເລືອດສຳລັບການປິ່ນປົວ.
ດ້ວຍເຫດນີ້ ຈຶ່ງຂໍເຊີນຊວນພໍ່ແມ່ປະຊາຊົນ, ພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດ ແລະ ທຸກພາກສ່ວນໃນສັງຄົມ ຮ່ວມໃຈກັນປະກອບສ່ວນບໍລິຈາກເລືອດ ເພື່ອຊ່ວຍຊີວິດຄົນເຈັບ ແລະ ສ້າງຄັງເລືອດສຳຮອງໃຫ້ມີປະລິມານພຽງພໍຕໍ່ຄວາມຕ້ອງການ.
ສຳລັບເງື່ອນໄຂການບໍລິຈາກເລືອດ ແມ່ນຜູ້ທີ່ມີອາຍຸຕັ້ງແຕ່ 17 ປີຂຶ້ນໄປ, ມີນ້ຳໜັກ 45 ກິໂລກຣາມຂຶ້ນໄປ ແລະ ມີສຸຂະພາບຮ່າງກາຍ ແລະ ຈິດໃຈແຂງແຮງດີ ສາມາດໄປບໍລິຈາກເລືອດໄດ້ທີ່ສູນຮັບບໍລິຈາກເລືອດໃກ້ທ່ານ ຫຼື ສະຖາບັນເລືອດແຫ່ງຊາດ.
ເລືອດແມ່ນສິ່ງຈຳເປັນຕໍ່ການດຳລົງຊີວິດ ແລະ ມີບົດບາດສຳຄັນຕໍ່ຮ່າງກາຍມະນຸດ. ການຂາດເລືອດອາດເປັນອັນຕະລາຍເຖິງຊີວິດໄດ້. ຄົນເຈັບທີ່ຈຳເປັນຕ້ອງໄດ້ຮັບເລືອດມີຫຼາຍສາເຫດ ໂດຍໜຶ່ງໃນສາເຫດສຳຄັນແມ່ນພະຍາດທາລາຊີເມຍ (Thalassemia) ຫຼື ພະຍາດຄວາມຜິດປົກກະຕິຂອງເລືອດ ເຊິ່ງຜູ້ປ່ວຍບາງກໍລະນີອາດຕ້ອງໄດ້ຮັບເລືອດຢ່າງຕໍ່ເນື່ອງ.
ນອກຈາກນີ້ ຜູ້ປ່ວຍມະເຮັງບາງປະເພດກໍຈຳເປັນຕ້ອງໄດ້ຮັບເລືອດເປັນໄລຍະ ໂດຍບາງກໍລະນີອາດຕ້ອງໄດ້ຮັບເລືອດທຸກໆ 2 ອາທິດ ຫຼື ເຖິງ 4 ຄັ້ງຕໍ່ເດືອນ.
ສ່ວນແມ່ຍິງທີ່ປະສົບພາວະແຊກຊ້ອນໃນລະຫວ່າງການເກີດລູກ ເຊັ່ນ ການເສຍເລືອດຢ່າງຮຸນແຮງຈົນອາດເປັນອັນຕະລາຍເຖິງຊີວິດ ກໍຈຳເປັນຕ້ອງໄດ້ຮັບເລືອດເຊັ່ນກັນ.
ນອກນັ້ນ ຍັງມີຄົນເຈັບຈາກອຸບັດເຫດ, ຜູ້ທີ່ຕ້ອງຜ່າຕັດ ແລະ ຜູ້ປ່ວຍດ້ວຍພະຍາດອື່ນໆ ທີ່ຈຳເປັນຕ້ອງອາໄສເລືອດໃນການປິ່ນປົວ.
ທີ່ມາ: ປະເທດລາວ

