ກະຊວງການເງິນ ກວດພົບແຮ່ກົ່ວສົ່ງອອກໄປຈີນ ສູງກວ່າແຈ້ງພາສີ 10.04%. ຂະນະທີ່ລັດ, ເລັ່ງເກັບພາສີເພີ່ມເຕີມ ຈາກບໍລິສັດດັ່ງກ່າວ !

ນັບວ່າເປັນຂ່າວຮ້ອນທີ່ສັງຄົມສົນໃຈຫລາຍທີ່ສຸດອີກຂ່າວຫນຶ່ງ, ພາຍຫລັງເຈົ້າຫນ້າທີ່ເລັ່ງສອບສວນ ເຖິງຄວາມບໍ່ຖຶກຕ້ອງທາງດ້ານເອກະສານ ຈາກບໍລິສັດບໍ່ແຮ່ແຫ່ງໜຶ່ງ, ທີ່ຢື່ນແຈ້ງເສຍພາສີຕໍ່ເຈົ້າຫນ້າທີ່ປະຈໍາດ່ານສາກົນທ່າບົກ-ທ່ານາແລ້ງ, ສະຖານີວຽງຈັນໃຕ້, ນະຄອນຫລວງວຽງຈັນ ເພື່ອສົ່ງອອກແຮ່ກົ່ວໄປຍັງຕ່າງປະເທດ.

ຊຶ່ງຜົນກວດຢູ່ປາຍທາງພົບວ່າ: ຄວາມເຂັ້ມຂຸ້ນແຮ່ກົ່ວ (Sn) ໂດຍຄ່າສະເລ່ຍສູງເຖິງ 34.01%, ແຕ່ບໍລິສັດຢື່ນຂໍ້ມູນແຈ້ງເສຍພາສີ ມີພຽງແຕ່ 23.97% ເທົ່ານັ້ນ ຈຶ່ງຖືວ່າຜົນກວດຕົວຈິງ ສູງກວ່າທີ່ແຈ້ງ +10.04% (1.42 ເທົ່າ ຂອງຄ່າທີ່ແຈ້ງ).

ຫ້ອງກວດສອບຄຸນນະພາບແຮ່ທາດ ກ່ອນການສົ່ງອອກຢູ່ປາຍທາງ ທົ່ວປະເທດ, ປະຈໍາດ່ານສາກົນທ່າບົກ-ທ່ານາແລ້ງ, ສະຖານີວຽງຈັນໃຕ້, ກະຊວງການເງິນ ເປີດເຜີຍວ່າ: ໃນວັນທີ 21 ພະຈິກ 2026 ຜ່ານມາ, ເຈົ້າໜ້າທີ່ພາສີປະຈໍາດ່ານສາກົນທ່າບົກ-ທ່ານາແລ້ງ ແລະ ເຈົ້າຫນ້າທີ່ຫ້ອງກວດສອບຄຸນນະພາບແຮ່ທາດ ໄດ້ກວດສິນຄ້າຕົວຈິງ ແລະ ກວດຜ່ານເຄື່ອງສາຍແສງ (Scanner) ຂອງບໍລິສັດ ຊັນສໂຕນລາວ ເອໂຊຊິເອສຕິດ ຈຳກັດ; ເລກປະຈຳຕົວຜູ້ເສຍອາກອນ: 451595564900; ໃບແຈ້ງພາສີ: ເລກທີ E 16182, ລົງວັນທີ 20/11/2026.

ປະເພດສິນຄ້າ: ແຮ່ກົ່ວເຂັ້ມຂຸ້ນ (Tin concentrates), ລະຫັດ HS 2609000000; ຈຳນວນ 1,415 ເປົ໋າ; ນ້ຳໜັກ 56.6 ໂຕນ ໃນ 2 ຕູ້ 20 ຟຸດ (TBCU1238518 ແລະ TBJU9098130)

ສົ່ງອອກປາຍທາງແມ່ນ: ສປ ຈີນ, ຂົນສົ່ງທາງລົດໄຟ, ເງື່ອນໄຂ FOB, ສົ່ງອອກວັນທີ 21/11/2026 ມູນຄ່າແຈ້ງພາສີ: 628,337.54 ໂດລາສະຫະລັດ (ປະມານ 14.23 ຕື້ກີບ); ພາສີຂາອອກທີ່ຊຳລະແລ້ວ: ອັດຕາ 7% ເປັນເງິນ 995.9 ລ້ານກີບ.

ອີງຕາມ, ເອກະສານຢັ້ງຢືນຕົ້ນທາງ: ໜັງສືແຈ້ງການຈຳໜ່າຍຜະລິດຕະພັນແຮ່ທາດ ເລກທີ 5816/ກທບ, ລົງວັນທີ 06/11/2026; ໃບຢັ້ງຢືນຜະລິດຕະພັນແຮ່ທາດສົ່ງອອກ ເລກທີ 203/ພອຄ, ລົງວັນທີ 17/11/2026. ຊຶ່ງຫ້ອງກວດສອບຄຸນນະພາບແຮ່ທາດປະຈໍາດ່ານ ໄດ້ເກັບຕົວຢ່າງ 5 ຈຸດຕໍ່ຕູ້ ແລະ ວິເຄາະດ້ວຍວິທີ XRF. ຫ້ອງກວດສອບຄຸນນະພາບແຮ່ທາດປະຈໍາດ່ານ ໄດ້ເກັບຕົວຢ່າງ 5 ຈຸດຕໍ່ຕູ້ ແລະ ວິເຄາະດ້ວຍວິທີ XRF ແລະ ໄດ້ສົ່ງຕົວຢ່າງເຂົ້າຫ້ອງທົດລອງຢູ່ສຳນັກງານໃຫ່ຍ ເພື່ອວິເຄາະດ້ວຍເຄມີວິເຄາະ ແລະ ຢັ້ງຢືນດ້ວຍເຄື່ອງ ICP -OES.

ຜົນກວດດັ່ງກ່າວ, ໄດ້ຢັ້ງຢືນໃນໃບກວດກາຄຸນນະພາບແຮ່ທາດ (CoA) ເລກທີ COA-2026-01-00019 ລົງວັນທີ 22 ພະຈິກ 2026 ຊຶ່ງມີລາຍເຊັນ ແລະ ຕາປະທັບ ຂອງດ່ານພາສີ ແລະ ຫ້ອງກວດສອບ. ຊຶ່ງໃນມື້ດຽວກັນດ່ານພາສີ, ຫ້ອງກວດສອບ ແລະ ບໍລິສັດ ໄດ້ລົງນາມບົດບັນທຶກ ເລກທີ MEM-2026-01-00002 ອະນຸຍາດສົ່ງອອກກ່ອນມີຜົນ CoA ໂດຍກຳນົດໃຫ້ອອກ CoA ຕາມຫຼັງພາຍໃນ 24 ຊົ່ວໂມງ. ດ້ານບໍລິສັດຢັ້ງຢືນວ່າ: ຈະປະຕິບັດຕາມກົດໝາຍວ່າດ້ວຍພາສີ, ຖ້າຜົນກວດສູງກວ່າທີ່ແຈ້ງ. ສະນັ້ນ, ການເກັບພັນທະສ່ວນທີ່ຂາດ ຕ້ອງດຳເນີນເກັບຢ້ອນຫຼັງ.

ທີ່ມາ ເນື້ອໃນ-ຮູບພາບ: [ຫ້ອງກວດສອບຄຸນນະພາບແຮ່ທາດ ກ່ອນການສົ່ງອອກຢູ່ປາຍທາງ ທົ່ວປະເທດ]

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
20,500FollowersFollow
0SubscribersSubscribe
- Advertisement -spot_img

Latest Articles