ປະເພນີໄຫຼເຮືອໄຟຈັດຂຶ້ນໃນຄ່ຳຄືນວັນແຮມ 1 ຄ່ຳ ເດືອນ 11 ລາວ ໂດຍປະຊາຊົນຈະຮ່ວມກັນຈັດຂະບວນແຫ່ເຮືອໄຟໄປຕາມຖະໜົນສີສະຫວ່າງວົງ ຈົນເຖິງທ່ານ້ຳວັດຊຽງທອງ ກ່ອນຈະນຳເຮືອໄຟໄຫຼລົງສູ່ແມ່ນ້ຳຂອງ ເພື່ອບູຊາພະແມ່ຄົງຄາ ແລະນ້ອມລະນຶກເຖິງພະພຸດ, ພະທຳ ແລະພະສົງ ພ້ອມທັງອະທິຖານຂໍໃຫ້ບ້ານເມືອງຈະເລີນຮຸ່ງເຮືອງ ແລະປະຊາຊົນມີຄວາມຮົ່ມເຢັນເປັນສຸກ.
ສຳລັບການຈັດງານໃນປີນີ້ ປະກອບມີ 3 ກິດຈະກຳຫຼັກ ຄື: ພິທີນະມັດສະການພະທາດຈອມສີ, ການຄົບງັນເຮືອໄຟແລະຊົມໂຄມໄຟ 1,000 ດວງ ພ້ອມທັງງານປະກວດເຮືອໄຟງາມ. ໃນງານມີເຮືອໄຟເຂົ້າຮ່ວມທັງໝົດ 21 ລຳ ໃນນີ້ ເປັນເຮືອໄຟເຂົ້າປະກວດ 18 ລຳ ແລະເຮືອໄຟຮ່ວມປະກອບສ່ວນອີກ 3 ລຳ ຈາກບ້ານ, ຕາແສງ, ສະຖາບັນການສຶກສາ, ທະນາຄານ ແລະຫົວໜ່ວຍທຸລະກິດພາຍໃນນະຄອນ.
ຜົນການປະກວດ ປາກົດວ່າ:
1. ເຮືອໄຟ ຮ້ານອາຫານ ລິດໂທລາວ ເບີ 11 (ຄວ້າອັນດັບທີ່ 1).
2. ຕາແສງເມືອງງາ 1 ເບີ 5 (ອັນດັບທີ່ 2).
3. ໂຮງແຮມສຸພັດຕາ + ຄີຣີດາລາ ເບີ 10 (ອັນດັບທີ່ 3).
4. ຕາແສງສັງຄະໂລກ 2 + STBank ເບີ 16 (ອັນດັບ 4).
5. ທະນາຄານ+ສະຖາບັນການເງິນ ແຂວງຫຼວງພຣະບາງ ເບີ 2 (ອັນດັບທີ່ 5).
6. ຕາແສງສັງຄະໂລກ 1 ເບີ 12 (ອັນດັບທີ່ 6).
7. ຕາແສງເມືອງງາ 2 ເບີ 6 (ອັນດັບທີ່ 7).
8. ຕາແສງຊຽງທອງ1 + ໂຮງແຮມອາວະນີ ເບີ 1 (ອັນດັບທີ່ 8).
9. ໂຮງຊ່ຽນໂພນສະອາດ ເບີ 18 (ອັນດັບທີ່ 9).
10. ສະຖາບັນເສດຖະກິດ-ການເງິນ ສາຂາພາກເໜືອ ເບີ 3 (ອັນດັບທີ່ 10).
11. ຕາແສງຊຽງທອງ 3 ເບີ 17 (ອັນດັບທີ່ 11).
12. ຕາແສງຊຽງທອງ 2 ເບີ 13 (ອັນດັບທີ່ 12).
13. ຕາແສງເມືອງຂາຍ ເບີ 4 (ອັນດັບທີ່ 13).
14. ຕາແສງປາກເຊືອງ ເບີ 7 (ອັນດັບທີ່ 14 ).
15. ມະຫາວິທະໄລ ສຸພານຸວົງ ເບີ 14 (ອັນດັບທີ່ 15).
16. ວິທະຍາໄລເຕັກນິກແຂວງ ຫຼວງພຣະບາງ ເບີ 9 (ອັນດັບທີ່ 16).
17. ຮ້ານ ຂາຍເສື່ອ ທີບພະຈັນ ເບີ 15 (ອັນດັບທີ່ 17).
18. ຊາວໜຸ່ມ + ວັດສຸວັນນະພູມ ເບີ 8 (ອັນດັບທີ່ 18).
ທີ່ມາ: ນະຄອນຫລວງພະບາງ


