ຖ້າເຈົ້າເປັນຄົນໜຶ່ງທີ່ມັກຊ່ວຍເຫຼືອສັງຄົມ ແລະ ຢາກພັດທະນາຕົນເອງຂຶ້ນເປັນ “ຜູ້ນຳ”, ໂພສນີ້ແມ່ນສຳລັບທ່ານ ! ![]()
ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຮ່ວມກັບ ອົງການຢູນິເຊັບ (UNICEF) ປະຈຳ ສປປ ລາວ ກຳລັງເປີດຮັບສະໝັກ “ຄູຝຶກສິນໄຊ” ເພື່ອມາຮ່ວມສ້າງຜູ້ນຳໄວໜຸ່ມຮຸ່ນໃໝ່ ແລະ ລົງມືສ້າງການປ່ຽນແປງທີ່ແທ້ຈິງໃຫ້ກັບຊຸມຊົນ.
ເປັນຄູຝຶກສິນໄຊ ແລ້ວທ່ານຈະໄດ້ຫຍັງແດ່?
ຍົກລະດັບທັກສະການເປັນ “ຜູ້ນຳ” ແລະ “ຄູຝຶກ” ແບບມືອາຊີບ ພ້ອມເຂົ້າໃຈເລິກເຊິ່ງເລື່ອງສິດທິເດັກ-ໄວໜຸ່ມ.
ໂອກາດສຳຄັນໃນການເຂົ້າຮ່ວມຝຶກອົບຮົມ ແລະ ສ້າງເຄືອຂ່າຍກັບ UNICEF ໃນລະດັບພາກພື້ນ.
ມີພື້ນທີ່ໃນການເປັນກະບອກສຽງ ນຳສະເໜີມຸມມອງຂອງໄວໜຸ່ມ ຕໍ່ກັບວຽກງານຂອງອົງການຢູນິເຊັບ.
ລອງເຊັກເບິ່ງວ່າ ເຈົ້າເໝາະກັບໂອກາດນີ້ບໍ?
ອາຍຸ 19–25 ປີ.
ອາໄສຢູ່ໃນ 5 ແຂວງເປົ້າໝາຍ: ຫຼວງພະບາງ, ສະຫວັນນະເຂດ, ອຸດົມໄຊ, ຜົ້ງສາລີ ຫຼື ບໍລິຄຳໄຊ.
ມີປະສົບການເຄີຍເປັນອາສາສະໝັກ ຫຼື ເຄີຍເຮັດໂຄງການເພື່ອສັງຄົມມາກ່ອນ.
ສາມາດແບ່ງເວລາໄດ້ປະມານ 4–8 ຊົ່ວໂມງ/ເດືອນ.
ມີໃຈຮັກການຮຽນຮູ້, ພ້ອມແບ່ງປັນ ແລະ ຢາກເຫັນຊຸມຊົນຂອງຕົນເອງດີຂຶ້ນ.
ເປີດຮັບສະໝັກແລ້ວມື້ນີ້: 26 ຕຸລາ – 16 ພະຈິກ 2026 ນີ້ເທົ່ານັ້ນ!
ສະໝັກເລີຍ! ພຽງແຕ່ສະແກນ QR Code ໃນຮູບ ຫຼື ຄລິກລິ້ງ ຢູ່ ກ້ອງຄອມເມັ້ນ
ມາເປັນສ່ວນໜຶ່ງໃນການສ້າງຜູ້ນຳໄວໜຸ່ມ ແລະ ຊຸມຊົນທີ່ດີຂຶ້ນໄປນຳກັນ!
ໃຜມີໝູ່ ຫຼື ຄົນຮູ້ຈັກທີ່ເໝາະກັບໂຄງການນີ້?
ຢ່າລືມ Tag ຫຼື Share ບອກພວກເຂົາແດ່ເດີ!


