ກົດໝາຍ ວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະ ຊາຊົນລາວ (ສະບັບປັບປຸງ ປີ 2026) ໄດ້ຖືກນຳເຂົ້າພິຈາ ລະນາ ແລະ ຮັບຮອງເອົາ ດ້ວຍຄະແນນສຽງເຫັນດີເປັນສ່ວນໃຫຍ່ ໃນວາລະກອງປະຊຸມສະໄໝສາ ມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ວັນທີ 20 ຕຸລາ 2026 ພາຍ ໃຕ້ການເປັນປະທານຂອງ ທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ຮອງປະທານສະພາແຫ່ງຊາດ ພາຍ ຫຼັງທີ່ບັນດາສະມາຊິກສະພາແຫ່ງຊາດ ໄດ້ຄົ້ນຄວ້າປະ ກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ໃນແຕ່ລະມາດຕາ ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ ແລະ ສາມາດນຳໃຊ້ໄດ້ຢ່າງມີປະສິດທິຜົນ ໃນຕໍ່ໜ້າ.
ພົຕ ຄອນສະຫວັນ ສົມພາໄຊ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ກ່າວວ່າ: ພາຍຫຼັງສະມາຊິກສະພາແຫ່ງຊາດ ໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າ ດ້ວຍກຳລັງປ້ອງກັນຄວາມສະ ຫງົບປະຊາຊົນລາວ ໃນຄັ້ງວັນທີ 13 ຕຸລາ 2026 ຄະນະຮັບຜິດຊອບໄດ້ຄົ້ນຄວ້າພິຈາລະນາຄຳຄິດເຫັນຂອງສະມາ ຊິກສະພາແຫ່ງຊາດ ຕາມຄວາມເໝາະສົມກັບສະພາບ ການປະຕິບັດໜ້າທີ່ວຽກງານວິຊາສະເພາະຕົວຈິງຂອງເຈົ້າ ໜ້າທີ່ກຳລັງປ້ອງກັນຄວາມສະຫງົບ; ເຊິ່ງຮ່າງກົດໝາຍສະບັບນີ້ປະກອບມີ X ພາກ, 8 ໝວດ, 75 ມາດຕາ; ປັບ ປຸງ 45 ມາດຕາ, ຮັກສາເດີມ 5 ມາດຕາ, ຕັດອອກ 4 ມາດ ຕາ, ເພີ່ມເຂົ້າໃໝ່ I ພາກ, 2 ໝວດ, 25 ມາດຕາ (ມາດຕາ 21, 22, 23, 24, 25, 26, 27, 28, 29, 30, 31, 35, 36, 41, 42, 50, 51, 52, 53, 54, 55, 56, 57, 64, 71); ຜ່ານການລົງຄະແນນສຽງ ເຫັນໄດ້ວ່າ ສະມາຊິກສະພາແຫ່ງ ຊາດມີໜ້າເຂົ້າຮ່ວມ 165 ທ່ານ, ເຫັນດີ 164 ທ່ານ ເທົ່າ ກັບ 99,39%; ບໍ່ເຫັນດີ 1 ທ່ານ ເທົ່າກັບ 0,6%.
ພາຍຫຼັງຮ່າງກົດໝາຍສະບັບນີ້, ຖືກປະກາດຮັບຮອງນຳໃຊ້ ຈະໄດ້ເປັນບ່ອນອີງທີ່ສໍາຄັນ ໃຫ້ແກ່ກົມກອງເຫຼົ່າວິຊາສະເພາະ, ນາຍ ແລະ ພົນຕຳຫຼວດ ຂອງກໍາລັງປ້ອງ ກັນຄວາມສະຫງົບ ໃນການປະຕິບັດໜ້າທີ່ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ຈັດຕັ້ງເຄື່ອນໄຫວວຽກງານວິຊາສະເພາະ, ຊີ້ນໍາບັນຊາ, ຄຸ້ມຄອງ, ຕິດຕາມ ກວດກາກຳລັງໃຫ້ຫັນເຂົ້າສູ່ກົດໝາຍ ແລະ ລະບຽບການເທື່ອລະກ້າວ; ສາມາດເຮັດໜ້າທີ່ການເມືອງວິຊາສະເພາະຂອງຕົນ ໃນການປ້ອງກັນຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍຂອງເສດຖະກິດ ແລະ ສັງຄົມ ໃຫ້ມີຄວາມສະຫງົບ, ມີຄວາມປອດໄພໄດ້ໂດຍພື້ນຖານ.
ທີ່ມາ: ຄວາມສະຫງົບ


