“ກິ່ນຂອງດອກຕີນເປັດ” ຕົ້ນໄມ້ໃຫຍ່ທີ່ມັກປູກຕາມຮົ້ວປ່າ, ແຄມທາງ ຫຼື ພື້ນທີ່ສາທາລະນະ

ພ້ອມກັນໃນຊ່ວງປາຍຝົນຕົ້ນໜາວ ແລະ ສົ່ງກິ່ນໄປທົ່ວ ຈົນໄດ້ຮັບສາຍານາມວ່າ “ຕົ້ນໄມ້ປີສາດ”.

ແຕ່ເຄີຍສົງໄສບໍ່ວ່າ ຍ້ອນຫຍັງກິ່ນຂອງມັນ ຄົນເຮົາຈຶ່ງຮັບຮູ້ແຕກຕ່າງກັນຢ່າງສິ້ນເຊີງ? ບາງຄົນວ່າຫອມເຢັນຊື່ນໃຈ ແຕ່ບາງຄົນກັບເໝັນຈົນຄື້ນໄສ້ວິນຫົວ ມື້ນີ້ແອັດມີຄຳຕອບມາຝາກກັນ.

ກິ່ນຂອງດອກຕີນເປັດຈະສົ່ງກິ່ນຮຸນແຮງເປັນພິເສດໃນຊ່ວງຄ່ຳຄືນ. ຖ້າໄດ້ກິ່ນພຽງເລັກນ້ອຍໃນໄລຍະໄກ ບາງຄົນຈະຮູ້ສຶກຫອມເຢັນໆ ຄ້າຍຄືກັບຢູ່ກາງປ່າ. ແຕ່ຖ້າສູບດົມໃນປະລິມານຫຼາຍ ຫຼື ຢູ່ໃກ້ດົນໆ ຈະເຮັດໃຫ້ເກີດອາການວິນຫົວໄດ້:

1. ສາເຫດທີ່ກິ່ນຮຸນແຮງ: ໃນດອກຕີນເປັດມີ ນ້ຳມັນຫອມລະເຫີຍເຂັ້ມຂຸ້ນຫຼາຍກວ່າ 34 ຊະນິດ ປະສົມກັນຢູ່.

2. ໂຕການຫຼັກ Linalool: ສານໂຕນີ້ເປັນສ່ວນປະກອບຫຼັກ ເຊິ່ງມີລິດກະຕຸ້ນລະບົບປະຊາດໃຫ້ເຮັດວຽກໜັກຂຶ້ນ.

3. ຜົນກະທົບຕໍ່ຮ່າງກາຍ: ສຳລັບຄົນທີ່ອ່ອນໄວຕໍ່ກິ່ນ ຫຼື ແພ້ນ້ຳຫອມ ສານນີ້ຈະເຮັດໃຫ້ເກີດອາການປວດຫົວ, ວິນຫົວ, ແລະ ໃນບາງຄົນທີ່ແພ້ຮຸນແຮງ ພຽງແຕ່ໄດ້ກິ່ນເລັກນ້ອຍກໍອາດເຖິງຂັ້ນອາຈຽນ (ຮາກ) ໄດ້ເລີຍ.

ເຖິງວ່າກິ່ນດອກຂອງມັນຈະສ້າງບັນຫາໃຫ້ກັບຫຼາຍຄົນ ແຕ່ໃນທາງສະໝຸນໄພ ແລະ ປະໂຫຍດທາງທຳມະຊາດ ຕົ້ນຕີນເປັດຖືເປັນຕົ້ນໄມ້ທີ່ມີຄຸນຄ່າມະຫາສານ:

1. ເປືອກລຳຕົ້ນ (ລົດຊາດຂົມ): ຊ່ວຍໃຫ້ຈະເລີນອາຫານ, ຫຼຸດລະດັບນ້ຳຕານໃນເລືອດ (ບັນເທົາອາການເບົາຫວານ), ແກ້ຫວັດ, ແກ້ໄອ, ບັນເທົາອາການຫຼອດລົມອັກເສບ, ແກ້ທ້ອງບິດ ແລະ ນຳມາຕົ້ມນ້ຳອາບແກ້ຜືນຄັນໄດ້.

2. ຢາງຈາກລຳຕົ້ນ: ໃຊ້ຢອດຫູແກ້ອາການປວດຫູ, ໃຊ້ອຸດແຂ້ວແກ້ອາການປວດແຂ້ວ, ແລະ ໃນອິນເດຍຍັງໃຊ້ຮັກສາແຜເປື່ອຍ, ຕຸ່ມໜອງ ແລະ ອາການປວດຂໍ້.

3. ປະໂຫຍດຕໍ່ສິ່ງແວດລ້ອມ: ເປັນຕົ້ນໄມ້ທີ່ທົນທານ, ແຜ່ຮົ່ມເງົາໄດ້ກວ້າງຂວາງ, ແລະ ຊ່ວຍດູດຊັບກາສກາກໂບນິກນອາກາດໄດ້ເປັນຢ່າງດີ.

ສະຫຼຸບ

ຕົ້ນຕີນເປັດ ເຖິງວ່າຈະມີກິ່ນດອກທີ່ຮຸນແຮງຈົນເຮັດໃຫ້ຫຼາຍຄົນຕ້ອງກັ້ນຫາຍໃຈ ຫຼື ວິນຫົວ ຍ້ອນສານ Linalool ໃນນໍ້າມັນຫອມລະເຫີຍ, ແຕ່ຖ້າເບິ່ງໃນແງ່ປະໂຫຍດແລ້ວ ມັນຄືສະໝຸນໄພ ແລະ ຕົ້ນໄມ້ຟອກອາກາດຊັ້ນດີທີ່ທຳມະຊາດມອບໃຫ້ເຮົານັ້ນເອງ ໂລກນີ້ບໍ່ມີຫຍັງທີ່ມີແຕ່ຂໍ້ເສຍຢ່າງດຽວແນ່ນອນ.

ແຫຼ່ງຂໍ້ມູນ: Khaosod

Related Articles

0FansLike
538,500FollowersFollow
0SubscribersSubscribe
- Advertisement -spot_img

Latest Articles