ລາວ-ຫວຽດນາມ-ກຳປູເຈຍ ເຫັນດີຮັດແໜ້ນຮ່ວມມື 3 ກອງທັບ ສູ້ຮົບອາຊະຍາກຳຂ້າມຊາດ ແລະ ຮັກສາຄວາມສະຫງົບຊາຍແດນ​

ໃນວັນທີ 14 ຕຸລາ 2026 ທີ່ກົມພົວພັນຕ່າງປະເທດ ກອງທັບປະຊາຊົນຫວຽດນາມ ໄດ້ຈັດກອງປະຊຸມພົບປະ 3 ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ-ຫວຽດນາມ-ກຳປູເຈຍ ໂດຍມີ ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ສະຫາຍ ພົນເອກ ຟານ ວັນ ຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ແລະ ​ສະຫາຍ ພົນເອກ ເຕຍ ໄຊຫາ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງຣາຊະອານາຈັກກຳປູເຈຍ ພ້ອມຄະນະທັງສາມຝ່າຍເຂົ້າຮ່ວມ.

ກອງປະຊຸມໄດ້ທົບທວນຜົນການຮ່ວມມືຜ່ານມາ ແລະ ເຫັນດີສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືລະຫວ່າງສາມກອງທັບ ໂດຍເນັ້ນການແລກປ່ຽນຂໍ້ມູນຂ່າວສານ, ການລາດຕະເວນຮ່ວມຕາມຊາຍແດນ, ການຝຶກຊ້ອມຮ່ວມກອບກູ້ໄພພິບັດ ແລະ ການແລກປ່ຽນນາຍທະຫານໜຸ່ມ.

ນອກຈາກນີ້ ສາມຝ່າຍຍັງເນັ້ນການປະສານງານເພື່ອສະກັດກັ້ນການເຂົ້າເມືອງຜິດກົດໝາຍ, ອາຊະຍາກຳຂ້າມຊາດ, ການຄ້າມະນຸດ, ການຄ້າເຖື່ອນ, ການລັກລອບຂົນສົ່ງຢາເສບຕິດ ແລະ ອາວຸດ ພ້ອມທັງສືບຕໍ່ຮ່ວມມືປົກປັກຮັກສາ ແລະ ບູລະນະຫຼັກໝາຍຊາຍແດນ ເພື່ອສ້າງເຂດຊາຍແດນໃຫ້ເປັນພື້ນທີ່ແຫ່ງສັນຕິພາບ, ມິດຕະພາບ ແລະ ການພັດທະນາ.

ໃນໂອກາດນີ້ ຝ່າຍລາວຍັງໄດ້ສະເໜີໃຫ້ສືບຕໍ່ຈັດກອງປະຊຸມ 3 ລັດຖະມົນຕີຢ່າງເປັນປົກກະຕິ, ຜັດປ່ຽນກັນເປັນເຈົ້າພາບ ແລະ ຂະຫຍາຍການຮ່ວມມືໃນປີ 2027. ພ້ອມນີ້ ສາມຝ່າຍໄດ້ເຊັນບົດບັນທຶກການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອສືບຕໍ່ສົ່ງເສີມການປະສານງານໃນອະນາຄົດ.

ໃນວັນດຽວກັນ ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ພ້ອມຄະນະ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ໂຕ ເລີມ ເລຂາທິການໃຫຍ່ ແລະ ປະທານປະເທດ ແຫ່ງ ສສ ຫວຽດນາມ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມດັ່ງກ່າວ.

ທີ່ມາ: ໜັງສືພິມ​ກອງທັບ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
906,100FollowersFollow
0SubscribersSubscribe
- Advertisement -spot_img

Latest Articles