ໃນວັນທີ 14 ຕຸລາ 2026 ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມ ຕໍ່ຄະນະພັກ, ຄະນະນຳ ແລະ ພະນັກງານຫລັກແຫລ່ງ ທົ່ວຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ).
ໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນທີ່ຕັ້ງ, ບົດບາດຄວາມສຳຄັນ ຂອງ ຫສນຍ ໃນການເປັນເສນາທິການ, ປະສານງານ ແລະ ບໍລິການຮັບໃຊ້ ໃຫ້ແກ່ລັດຖະບານ ກໍຄື ທ່ານນາຍົກລັດຖະມົນຕີ ແລະ ບັນດາທ່ານ ຮອງນາຍົກລັດຖະມົນຕີ, ພ້ອມທັງ ໃຫ້ທິດຊີ້ນຳ ດັ່ງນີ້:
ຄະນະພັກແຕ່ລະຂັ້ນ ພາຍໃນອົງຄະນະພັກ ຫສນຍ ຕ້ອງເອົາໃຈໃສ່ເຮັດວຽກງານການເມືອງ-ແນວຄິດ ຂອງພະນັກງານ-ລັດຖະກອນ ຢ່າງເລິກເຊິ່ງເຖິງຖອງ, ກຳໃຫ້ໄດ້ສະພາບແນວຄິດ ແລະ ການດຳລົງຊີວິດຂອງເຂົາເຈົ້າ, ທັງສ້າງເງື່ອນໄຂ ເຮັດໃຫ້ພະນັກງານ-ລັດຖະກອນ ສືບຕໍ່ປະຕິບັດໜ້າທີ່ ດ້ວຍຄວາມອຸ່ນອ່ຽນທຸ່ນທ່ຽງ, ມີສະພາບການເປັນຢູ່ທີ່ດີ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່, ມີຄວາມເສຍສະລະ ເພື່ອຜົນປະໂຫຍດສ່ວນລວມ, ມີຄວາມກະຕືລືລົ້ນ, ມີຈິດໃຈ ແລະ ແນວຄິດຢາກພັດທະນາ ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ ໃນໄລຍະໃໝ່;
ສືບຕໍ່ປະຕິບັດກົນໄກການຈໍລະຈອນເອກະສານ ເຂົ້າ-ອອກ, ລະບອບແບບແຜນ ແລະ ກົນໄກການເຮັດວຽກ ໃຫ້ລະອຽດຊັດເຈນ, ວ່ອງໄວ ແລະ ຫັນໄປສູ່ລະບົບທັນສະໄໝ;
ເອົາໃຈໃສ່ຄົ້ນຄວ້າ, ກັ່ນຕອງ ໃນການອອກປະເພດນິຕິກຳ ໃຫ້ສອດຄ່ອງເໝາະສົມກັບການຕົກລົງ ກໍຄື ບັນດາທິດຊີ້ນຳຕົວຈິງ ຂອງຂັ້ນເທິງ, ຄຽງຄູ່ກັບກຳນົດກົນໄກການຕິດຕາມຊຸກຍູ້ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດບັນດານິຕິກຳ ກໍ່ຄືທິດຊີ້ນຳຂອງລັດຖະບານ ທີ່ໄດ້ວາງອອກ ໃຫ້ມີປະສິດທິຜົນສູງ;
ຄົ້ນຄວ້າປັບປຸງກົນໄກ ກໍຄືຂອດການຄົ້ນຄວ້າເນື້ອໃນຕ່າງໆ ໃນຂັ້ນວິຊາການ ໃຫ້ເລິກເຊິ່ງເຖິງຖອງ ກ່ອນທີ່ຈະນຳເຂົ້າພິຈາລະນາ ໃນກອງປະຊຸມລັດຖະບານ, ກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ເພື່ອໃຫ້ກອງປະຊຸມ ໃຊ້ເວລາສັ້ນ ແລະ ສາມາດຕົກລົງໄດ້ຫຼາຍບັນຫາ;
ເພີ່ມທະວີເອົາໃຈໃສ່ ຮັກສາຄວາມລັບທາງທາງດ້ານເອກະສານ ກໍຄື ຄຳເຫັນຊີ້ນຳຂອງການນຳທີ່ເປັນລາຍລັກອັກສອນ;
ປັບປຸງລະບົບຮັກສາຄວາມປອດໄພ ພາຍໃນຕຶກ ແລະ ພາຍໃນຮົ້ວ ຫສນຍ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມຮັບປະກັນສູງສຸດ ໃຫ້ແກ່ການນຳ;
ປັບປຸງໂຄງລ່າງພື້ນຖານ-ເຕັກນິກວຽກງານໂຄສະນາປະຊາສຳພັນ ໃຫ້ທັນສະໄໝ ແລະ ວ່ອງໄວທັນການກວ່າເກົ່າ ເພື່ອໃຫ້ສົມບົດບາດ ແລະ ພາບພົດຂອງລັດຖະບານ ຢ່າງແທ້ຈິງ.
ທີ່ມາ: ຂ່າວເສດຖະກິດສັງຄົມ


