ອີງຕາມຂໍ້ມູນປີ 2025: ສປປ ລາວ ມີສາຍພົວພັນການທູດກັບ 151 ປະເທດ; ມີສາຍພົວພັນກັບພັກການເມືອງ 145 ພັກ ຈາກ 82 ປະເທດ, ຮ່ວມມືກັບ 3 ອົງການຈັດຕັ້ງສາກົນ ແລະ ພາກພື້ນຂອງພັກການເມືອງໃນໂລກ, ມີ 20 ສະມາຄົມມິດຕະພາບກັບຕ່າງປະເທດ ແລະ 1 ຄະນະສັນຕິພາບ ແລະ ສາມັກຄີລາວກັບຕ່າງປະເທດ; ມີສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາຢູ່ຕ່າງປະເທດ ຈໍານວນ 41 ແຫ່ງ. ໃນນັ້ນ, ມີສະຖານເອກອັກຄະລັດຖະທູດ ຈໍານວນ 27 ແຫ່ງ, ສໍານັກງານຜູ້ຕາງໜ້າຖາວອນ ຈໍານວນ 3 ແຫ່ງ, ສະຖານກົງສຸນໃຫຍ່ ຈໍານວນ 10 ແຫ່ງ ແລະ ຫ້ອງການກົງສຸນ ຈໍານວນ 1 ແຫ່ງ; ມີກົງສຸນກິດຕິມະສັກຂອງ ສປປ ລາວ ຢູ່ຕ່າງປະເທດ ຈໍານວນ 24 ແຫ່ງ ໃນ 18 ປະເທດ ແລະ ກົງສຸນກິດຕິມະສັກຂອງຕ່າງປະເທດຢູ່ ສປປ ລາວ ຈໍານວນ 18 ແຫ່ງ; ມີດ່ານສາກົນ ຈໍານວນ 34 ແຫ່ງ ແລະ ມີການພົວພັນດ້ານການຄ້າກັບ 60 ກວ່າປະເທດໃນໂລກ.
ສປປ ລາວ ຍັງໄດ້ເຄື່ອນໄຫວວຽກງານການຕ່າງປະເທດຢ່າງມີຈຸດສຸມ ແລະ ບຸກທະລຸ, ຊຶ່ງໄດ້ມີຜົນສໍາເລັດຫລາຍດ້ານ ເປັນຕົ້ນ ການເຄື່ອນໄຫວການທູດສອງຝ່າຍ, ຫລາຍຝ່າຍ ແລະ ການຮ່ວມມືກັບສາກົນ; ໄດ້ສໍາເລັດການປັກຫລັກໝາຍຊາຍແດນຮ່ວມກັບ ສປ ຈີນ, ສສ ຫວຽດນາມ ແລະ ສສ ມຽນມາ, ພ້ອມທັງຈະສືບຕໍ່ສໍາຫລວດ ແລະ ປັກຫລັກໝາຍຊາຍແດນຮ່ວມກັບ ຣາຊະອານາຈັກໄທ ແລະ ຣາຊະອານາຈັກກໍາປູເຈຍ; ໄດ້ມີຄວາມຫ້າວຫັນໃນການປະຕິບັດພັນທະຂອງຕົນຕໍ່ສົນທິສັນຍາຕ່າງໆ ທີ່ໄດ້ເຂົ້າຮ່ວມເປັນພາຄີ ລວມ 1.500 ກວ່າສະບັບ, ໃນຂອບຫລາຍຝ່າຍຫລາຍກວ່າ 900 ສະບັບ ແລະ ໄດ້ສໍາເລັດການສ້າງກົດໝາຍຂອງຂະແໜງການຕ່າງປະເທດ ຈໍານວນ 5 ສະບັບ, ພ້ອມທັງໄດ້ສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍ ຈໍານວນ 7 ສະບັບ.


