ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ​ອວຍພອນ​ ຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ໃນວັນທີ 9 ຕຸລາ 2026, ຢູ່ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ ເພື່ອສະແດງຄວາມຊົມເຊີຍ ໃນໂອກາດທີ່ທ່ານໄດ້ຮັບການແຕ່ງຕັ້ງເປັນ ກໍາມະການກົມການເມືອງສູນກາງພັກ.

ໃນພິທີ, ທ່ານ U Aung Ko, ເອກອັກຄະລັດຖະທູດ ແຫ່ງ ສສ ມຽນມາ ປະຈຳ ສປປ ລາວ, ໃນນາມປະທານກອງປະຊຸມປຶກສາຫາລືອາຊຽນ (ASEAN Consultative Meeting) ໄດ້ຕາງໜ້າຄະນະທູດອາຊຽນ ສະແດງຄວາມຊົມເຊີຍຢ່າງຈິງໃຈ ແລະ ເນັ້ນໃສ່ວ່າ ການໄດ້ຮັບການແຕ່ງຕັ້ງດໍາລົງຕໍາແໜ່ງສໍາຄັນຄັ້ງນີ້ ສະທ້ອນໃຫ້ເຫັນເຖິງຄວາມເຊື່ອໝັ້ນອັນສູງສົ່ງຂອງ ພັກ, ລັດຖະບານ ແລະ ປະຊາຊົນລາວ ຕໍ່ຄວາມຮູ້-ຄວາມສາມາດ, ປະສົບການ ແລະ ຜົນງານການອຸທິດຕົນຂອງທ່ານ ໃນຂົງເຂດວຽກງານການຕ່າງປະເທດ. ພ້ອມນັ້ນ, ທ່ານເອກອັກຄະລັດຖະທູດ ຍັງໄດ້ຕີລາຄາສູງຕໍ່ການສະໜັບສະໜູນ ແລະ ການຮ່ວມມືຢ່າງໃກ້ຊິດຈາກກະຊວງການຕ່າງປະເທດ ເຊິ່ງມີບົດບາດສໍາຄັນໃນການສົ່ງເສີມສາຍພົວພັນມິດຕະພາບ, ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືທັງໃນລະດັບພາກພື້ນ ແລະ ສາກົນ.

ຄຽງຄູ່ກັນນັ້ນ, ທ່ານ ຮອງນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ຄໍາອວຍພອນ ແລະ ການສະໜັບສະໜູນຈາກບັນດາປະເທດສະມາຊິກອາຊຽນ ຕະຫຼອດໄລຍະຜ່ານມາ, ພ້ອມທັງໄດ້ຍໍ້ຍ້ອງ-ຊົມເຊີຍ ການເຄື່ອນໄຫວວຽກງານຂອງບັນດາສະຖານທູດອາຊຽນ ພາຍໃຕ້ຂອບກອງປະຊຸມປຶກສາຫາລືອາຊຽນ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມທະວີຄວາມສາມັກຄີ, ການຮ່ວມມືສອງຝ່າຍ ແລະ ພະຫຸຝ່າຍ, ກໍຄືການຍົກສູງນໍ້າໃຈຄວາມເປັນແກນກາງຂອງອາຊຽນ ເພື່ອຄວາມຈະເລີນຮຸ່ງເຮືອງຮ່ວມກັນ.

ທີ່ມາ: ກະຊວງການຕ່າງປະເທດ

Related Articles

0FansLike
9,833FollowersFollow
0SubscribersSubscribe
- Advertisement -spot_img

Latest Articles