ເອກອັກຄະລັດຖະທູດ ສປປ ລາວ ຍື່ນສານຕາຕັ້ງຕໍ່ປະທານາທິບໍດີ ສ ກຣົວຊີ

ໃນວັນທີ 6 ຕຸລາ 2026 ທີ່ທຳນຽບປະທານາທິບໍດີ ແຫ່ງ ສາທາລະນະລັດກຣົວຊີ, ທ່ານ ຄຳແພງ ດວງທອງລາ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ພະນະທ່ານ ໂຊຣານ ມິລາໂນວິກ (H.E. Zoran Milanović) ປະທານາທິບໍດີ ແຫ່ງ ສາທາລະນະລັດກຣົວຊີ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນ ແລະ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສ ກຣົວຊີ ຄົນໃໝ່, ໂດຍມີສຳນັກງານຕັ້ງຢູ່ນະຄອນຫຼວງວຽນ ປະເທດໂອຕຣິດ.

ໃນໂອກາດດັ່ງກ່າວ, ພະນະທ່ານ Zoran Milanović ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍທ່ານ ຄຳແພງ ດວງທອງລາ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນ ແລະ ຜູ້ມີອຳນາດເຕັມຄົນໃໝ່ຂອງ ສປປ ລາວ ປະຈຳ ສ ກຣົວຊີ. ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ທ່ານເອກອັກຄະລັດຖະທູດຈະປະກອບສ່ວນສົ່ງເສີມສາຍພົວພັນ ແລະ ການຮ່ວມມືລະຫວ່າງສອງປະເທດໃຫ້ຂະຫຍາຍຕົວຍິ່ງຂຶ້ນໃນຕໍ່ໜ້າ.

ໃນໂອກາດດຽວກັນ, ທ່ານເອກອັກຄະລັດຖະທູດໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ການໃຫ້ກຽດໃນການຍື່ນສານຕາຕັ້ງຄັ້ງນີ້, ພ້ອມນຳເອົາຄຳຢ້ຽມຢາມ ແລະ ຄຳອວຍພອນອັນປະເສີດຈາກພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ມາຍັງພະນະທ່ານ Zoran Milanović.

ນອກຈາກນັ້ນ, ທ່ານເອກອັກຄະລັດຖະທູດຍັງໄດ້ພົບປະກັບທ່ານ ເນເວນ ເປລີກາຣິກ (Neven Pelicaric) ທີ່ປຶກສາປະທານາທິບໍດີ ສ ກຣົວຊີ ດ້ານນະໂຍບາຍການຕ່າງປະເທດ ແລະ ເອີຣົບ ເພື່ອປຶກສາຫາລືກ່ຽວກັບການສົ່ງເສີມສາຍພົວພັນຮ່ວມມືສອງຝ່າຍ.

ທັງສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບລະຫວ່າງສອງປະເທດ. ໃນປີ 2026 ນີ້ ເປັນປີຄົບຮອບ 30 ປີ ການສ້າງຕັ້ງສາຍພົວພັນການທູດ ລາວ-ກຣົວຊີ, ໂດຍລັດຖະມົນຕີການຕ່າງປະເທດຂອງສອງປະເທດໄດ້ສົ່ງສານອວຍພອນເຖິງກັນ ແລະ ກັນ ພ້ອມຢືນຢັນຄວາມມຸ່ງໝັ້ນໃນການເສີມຂະຫຍາຍການຮ່ວມມືໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

ສປປ ລາວ ແລະ ສ ກຣົວຊີ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນໃນວັນທີ 4 ມີນາ 1996. ປັດຈຸບັນ ສປປ ລາວ ມີສຳນັກງານຕັ້ງຢູ່ນະຄອນຫຼວງວຽນ ປະເທດໂອຕຣິດ ສ່ວນ ສ ກຣົວຊີ ມີສຳນັກງານຕັ້ງຢູ່ນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ. ທັງສອງປະເທດຍັງຄົງຕິດຕໍ່ພົວພັນກັນເປັນປະຈຳ ຜ່ານການແລກປ່ຽນສານອວຍພອນ ແລະ ການສະໜັບສະໜູນເຊິ່ງກັນແລະກັນໃນຂອບຫຼາຍຝ່າຍ.

ທີ່ມາ: ປະຊາຊົນ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles