ກົມຄວບຄຸມພະຍາດ ກະຊວງສາທາລະນະສຸກ ປະເທດໄທ ໄດ້ຖະແຫຼງຂ່າວ ກ່ຽວກັບສະພາບການ ແລະ ຜົນການຖອດລະຫັດພັນທຸກໍາຂອງພະຍາດ COVID-19 ໃນປະເທດ ພົບວ່າການລະບາດຍັງມີຢ່າງຕໍ່ເນື່ອງຕາມລະດູການຂອງພະຍາດຕິດເຊື້ອທາງເດີນຫາຍໃຈ.
ນັບຕັ້ງແຕ່ວັນທີ 1 ມັງກອນ ຫາ 31 ສິງຫາ 2026 ພົບຜູ້ປ່ວຍສະສົມ 99,691 ຄົນ ແລະ ມີຜູ້ເສຍຊີວິດ 15 ຄົນ (ຄິດເປັນອັດຕາການເສຍຊີວິດ 0.02%).
ກຸ່ມອາຍຸທີ່ພົບຫຼາຍກວ່າໝູ່: ອັດຕາການປ່ວຍສູງສຸດແມ່ນ ກຸ່ມເດັກນ້ອຍອາຍຸ 0-4 ປີ, ຮອງລົງມາແມ່ນກຸ່ມອາຍຸ 30-39 ປີ ແລະ 20-29 ປີ ຕາມລໍາດັບ.
ສາຍພັນຫຼັກທີ່ລະບາດ: ເປັນສາຍພັນ Omicron NB.1.8.1 (ພົບ 50.14%) ເຊິ່ງລະບາດມາຕັ້ງແຕ່ກາງປີ 2025.
ຄວາມຮຸນແຮງ: ຍັງບໍ່ພົບຫຼັກຖານວ່າສາຍພັນນີ້ເຮັດໃຫ້ເກີດອາການຮຸນແຮງເພີ່ມຂຶ້ນ. ຜູ້ປ່ວຍສ່ວນໃຫຍ່ມີອາການຄ້າຍຄືກັບໄຂ້ຫວັດທົ່ວໄປ ເຊັ່ນ: ມີໄຂ້, ໄອ, ເຈັບຄໍ, ມີນໍ້າມູກ, ປວດຫົວ, ປວດເມື່ອຍຕາມໂຕ ແລະ ອ່ອນເພຍ.
ກົມຄວບຄຸມພະຍາດ ເນັ້ນຢ້ຳວ່າປະຊາຊົນບໍ່ຄວນຕື່ນຕົກໃຈກັບຊື່ສາຍພັນ ເພາະອາການສ່ວນໃຫຍ່ບໍ່ຮຸນແຮງ ແຕ່ຄວນໃຫ້ຄວາມສໍາຄັນກັບການປ້ອງກັນຕົນເອງ ແລະ ເບິ່ງແຍງ ກຸ່ມສ່ຽງ 608 (ຜູ້ສູງອາຍຸ 60 ປີຂຶ້ນໄປ, ແມ່ຍິງຖືພາ 12 ອາທິດຂຶ້ນໄປ ແລະ ຜູ້ທີ່ມີພະຍາດປະຈໍາຕົວ 7 ກຸ່ມພະຍາດຊ້ຳເຮື້ອ) ເຊິ່ງມີໂອກາດເກີດອາການຮຸນແຮງໄດ້ຫຼາຍກວ່າຄົນທົ່ວໄປ.
ມາດຕະການທີ່ຄວນປະຕິບັດ:
– ເວັ້ນໄລຍະຫ່າງລະຫວ່າງບຸກຄົນ.
– ໃສ່ຜ້າອັດປາກ-ດັງ ຢ່າງຖືກຕ້ອງເມື່ອຢູ່ໃນທີ່ສາທາລະນະ ຫຼື ສະຖານທີ່ແອອັດ.
-ລ້າງມືເລື້ອຍໆ ດ້ວຍນໍ້າ ແລະ ສະບູ ຫຼື ເຈວແອລກໍຮໍ.
ຫາກມີອາການປ່ວຍ ຄວນພັກຜ່ອນໃຫ້ພຽງພໍ, ຫຼຸດການໃກ້ຊິດກັບຜູ້ອື່ນ (ໂດຍສະເພາະເດັກນ້ອຍ ແລະ ຜູ້ສູງອາຍຸ). ຫາກອາການບໍ່ດີຂຶ້ນພາຍໃນ 1-2 ວັນ ຫຼື ມີອາການຮຸນແຮງ ເຊັ່ນ: ຫາຍໃຈຝືດ, ເມື່ອຍຫອບ, ເຈັບແໜ້ນເອິກ ຄວນຟ້າວໄປພົບແພດທັນທີ.
ສະນັ້ນ, ເນື່ອງຈາກປະເທດລາວ ແລະ ໄທ ມີຊາຍແດນຕິດຈອດກັນ ແລະ ມີການເດີນທາງໄປ-ມາຫາສູ່ກັນຢ່າງຫຼວງຫຼາຍ, ພີ່ນ້ອງປະຊາຊົນລາວເຮົາ, ໂດຍສະເພາະຜູ້ທີ່ຕ້ອງເດີນທາງໄປ-ກັບປະເທດໄທ, ແຮງງານລາວ, ຫຼື ເຮັດທຸລະກິດຂ້າມແດນ ຄວນເພີ່ມຄວາມລະມັດລະວັງ ແລະ ບໍ່ຄວນປະໝາດ. ເຖິງວ່າສາຍພັນທີ່ລະບາດໃນປະຈຸບັນຈະບໍ່ຮຸນແຮງ, ແຕ່ການຮັກສາອະນາໄມ, ການໃສ່ຜ້າອັດປາກ-ດັງ ເມື່ອຢູ່ໃນສະຖານທີ່ແອອັດ ແລະ ການໝັ່ນລ້າງມື ເປັນສິ່ງທີ່ຄວນປະຕິບັດເປັນປະຈຳ ເພື່ອປ້ອງກັນຕົວທ່ານເອງ ແລະ ຄອບຄົວ, ໂດຍສະເພາະເດັກນ້ອຍ ແລະ ຜູ້ສູງອາຍຸຢູ່ເຮືອນ.
ທີ່ມາ: ຄົມຊັດລຶກ (ສື່ໄທ)


