ທ່ານ ທອງລີ ສີສຸລິດ ມອບເຄື່ອງອຸປະໂພກບໍລິໂພກ ແລະ ງົບປະມານຟື້ນຟູຊີວິດການເປັນຢູ່ ໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ ທີ່ແຂວງຫົວພັນ

ທ່ານ ທອງລີ ສີສຸລິດ ລົງໃຫ້ກຳລັງໃຈ ມອບເຄື່ອງອຸປະໂພກບໍລິໂພກ ແລະ ງົບປະມານຟື້ນຟູຊີວິດການເປັນຢູ່ ໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ ທີ່ແຂວງຫົວພັນ ລວມມູນຄ່າ 425 ລ້ານກິບ.

ໃນລະຫວ່າງວັນທີ2-3ກັນຍາ 2026 ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ພ້ອມດ້ວຍຄະນະ ແລະ ມີທ່ານ ພຸດພັນ ແກ້ວວົງໄຊ ເລຂາພັກແຂວງ ປະທານ ສະພາປະຊາຊົນແຂວງ ພ້ອມດ້ວຍການນໍາແຂວງຫົວພັນ ໃຫ້ກຳລັງໃຈໄດ້ລົງມອບເຄື່ອງອຸປະໂພກບໍລິໂພກ ແລະ ງົບປະ ມານຟື້ນຟູຊີວິດການເປັນຢູ່ໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ ຢູ່ ແຂວງຫົວພັນຄື: ບ້ານ ບາວ ເມືອງ ຊຽງຄໍ້, ບ້ານ ນາເສື້ອ ເມືອງສົບເບົາ, ບ້ານ ນາອໍ້ ເມືອງກວັນ ແລະ ບ້ານ ນາມາດ ເມືອງຊໍາໃຕ້.

ໂອກາດດັ່ງກ່າວ, ທ່ານ ທອງລີ ສີສຸລິດ ໄດ້ນໍາເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງ ແລະ ຄວາມເປັນຫ່ວງເປັນໄຍຢ່າງເລິກເຊິ່ງຈາກການນໍາພັກ-ລັດ ມາເຖິງປະຊາ ຊົນທຸກຄົນ. ພ້ອມທັງໄດ້ສະແດງຄວາມເຫັນອົກ ເຫັນໃຈ ແລະ ຄວາມເສຍໃຈຢ່າງສຸດຊຶ້ງຕໍ່ຄວາມສູນເສຍ ທັງດ້ານເຮືອນຊານ, ຖະໜົນຫົນທາງ ແລະ ເນື້ອທີ່ທໍາການຜະລິດທີ່ໄດ້ຮັບຄວາມເສຍ ຫາຍ.

ເພື່ອເປັນການບັນເທົາຄວາມເດືອດຮ້ອນໃນຄັ້ງນີ້, ໄດ້ນໍາເອົາເຄື່ອງອຸປະໂພກ-ບໍລິໂພກ ແລະ ງົບປະມານຈໍານວນໜຶ່ງ ມາຊ່ວຍເຫຼືອ ພໍ່ແມ່ປະຊາຊົນ ແລະ ສົມທົບກັບອົງການປົກຄອງທ້ອງຖິ່ນ ໃນການບູລະນະສ້ອມແຊມຄອງຊົນລະປະທານ, ໄຮ່ນາຮົ້ວສວນ ແລະ ເສັ້ນທາງເຂົ້າບ້ານ ລວມມູນຄ່າທັງໝົດ 425 ລ້ານກີບ, ເຖິງວ່າສິ່ງຂອງເຫຼົ່ານີ້ ຈະບໍ່ສາມາດທົດແທນຄວາມເສຍຫາຍທັງໝົດໄດ້, ແຕ່ມັນແມ່ນນໍ້າໃຈອັນແທ້ຈິງທີ່ສະແດງເຖິງຄວາມຮັກແພງ ແລະ ຄວາມສາມັກຄີຂອງປະຊາຊົນລາວບັນດາເຜົ່າໃນຍາມເດືອດຮ້ອນ.

ພ້ອມດຽວກັນນີ້, ຄະນະນໍາໄດ້ເນັ້ນໃສ່ຄວາມສໍາຄັນຂອງດິນແດນແຂວງຫົວພັນ ເຊິ່ງເປັນ “ຖານທີ່ໝັ້ນອັນແຂງແກ່ນຂອງການປະຕິວັດລາວ” ແລະ ເປັນດິນແດນຂອງ “ປະຊາຊົນລາວວິລະຊົນ”. ໂດຍໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ ຈົ່ງສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ມີສະຕິໃນການດໍາລົງຊີວິດ ພ້ອມທັງຕິດຕາມຂໍ້ມູນຂ່າວສານ ແລະ ຄໍາແນະນໍາຈາກອົງການປົກຄອງທ້ອງຖິ່ນຢ່າງໃກ້ຊິດ, ພ້ອມທັງຊີ້ນໍາໃຫ້ ຄະນະບໍລິຫານງານຊາວໜຸ່ມແຂວງ, ເມືອງ ຕາແສງ ແລະ ບ້ານ ຈົ່ງເພີ່ມທະວີບົດບາດເປັນກໍາລັງແຮງຕົ້ນຕໍ ເປັນ “ຊາວໜຸ່ມຕະລຸມບອນ” ເຄື່ອນໄຫວຢ່າງຕັ້ງໜ້າໃນການຊ່ວຍເຫຼືອອົງການປົກຄອງທ້ອງຖິ່ນ ຟື້ນຟູເຮືອນຊານ, ອະນາໄມສິ່ງແວດລ້ອມ, ເບິ່ງແຍງຜູ້ອາວຸໂສ, ເດັກນ້ອຍ ແລະ ຄອບຄົວທີ່ໄດ້ຮັບຜົນກະທົບ ເພື່ອໃຫ້ຊີວິດການເປັນຢູ່ຂອງປະຊາຊົນກັບຄືນສູ່ສະພາບປົກກະຕິໂດຍໄວ, ນອກນີ້ທ່ານຍັງໄດ້ສະແດງຄວາມເຊື່ອ ໝັ້ນຢ່າງແຮງກ້າວ່າ ດ້ວຍຄວາມສາມັກຄີອັນເປັນປຶກແຜນ, ພວກເຮົາຈະສາມາດຮ່ວມກັນຟື້ນຟູ ແລະ ສ້າງສາບ້ານເມືອງໃຫ້ກັບຄືນມາສົດໃສເໝືອນເກົ່າ ພ້ອມທັງໄດ້ອວຍພອນໃຫ້ບັນດາທ່ານການນໍາ, ເຖົ້າແກ່ແນວໂຮມ, ພໍ່ແມ່ປະຊາຊົນ ແລະ ຊາວໜຸ່ມທຸກທ່ານ ຈົ່ງມີສຸຂະພາບແຂງແຮງ, ມີກໍາລັງໃຈທີ່ເຂັ້ມແຂງ ແລະ ປະສົບຜົນສໍາເລັດໃນການຟື້ນຟູຊີວິດການເປັນຢູ່ໃຫ້ດີຂຶ້ນເລື້ອຍໆ.

ແຫຼ່ງຂໍ້ມູນ: ພະແນກພິທີການ-ເລຂານຸການ ຫ້ອງການ ສຊປລ.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles